ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ປະກອບສ່ວນວັດຖຸປັດໃຈໃຫ້ຫ້ອງການກຳມະບານກອງທັບເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 75 ປີ

ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ

ປະກອບສ່ວນວັດຖຸປັດໃຈໃຫ້ຫ້ອງການກຳມະບານກອງທັບເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 75 ປີ

    ໃນຕອນບ່າຍວັນທີ 04 ມັງກອນ 2024 ທີ່ຫ້ອງປະຊຸມກຳມະບານກະຊວງປ້ອງກັນປະເທດ ສະຫາຍ ປອ ວັນລາຕີ ຄຳວານວົງສາ ຮອງປະທານສະຫະພັນກຳມະບານຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ມອບວັດຖຸປັດໃຈໃຫ້ຫ້ອງການກຳມະບານກອງທັບເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 75 ປີ ໃຫ້ກຽດຮັບໂດຍ ສະຫາຍ ພັນເອກ ຄຳຄ່ອງ ອຸດທະຈັນດີ ກຳມະການຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ, ຫົວໜ້າຫ້ອງການກຳມະບານກອງທັບ ພ້ອມດ້ວຍຄະນະເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພັນເອກ ຄຳຄ່ອງ ອຸດທະຈັນດີ ກຳມະການຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ, ຫົວໜ້າຫ້ອງການກຳມະບານກອງທັບ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງສະຫະພັນກຳມະບານຄະນະໂຄສະນາອົບຮົມສູນກາງພັກທີ່ເຫັນໄດ້ຄວາມສຳຄັນ ແລະ ໃຫ້ການຊຸກຍູ້ອ້າຍນ້ອງທະຫານ ກອງທັບປະຊາຊົນລາວ ເພື່ອເສີມຂະຫຍາຍມູນເຊື້ອພິລະອາດຫານ, ຄວາມຈົງຮັກພັກດີ ຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ເພື່ອເຮັດສຳເລັດພາລະກິດ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ ແລະ ຈະນຳເອົາວັດຖຸປັດໃຈດັ່ງກ່າວໄປນຳໃຊ້ໃນການແກ້ໄຂຊີວິດການເປັນຢູ່ຂອງອ້າຍນ້ອງທະຫານເຂດຊາຍແດນຫ່າງໄກສອກຫຼີກໃຫ້ເກີດຜົນປະໂຫຍດສູງສຸດ.
ພາບ ແລະ ຂ່າວ: ພະແນກເຕັກໂນໂລຊີຂໍ້ມູນຂ່າວສານ