Month: March 2024

ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ໃຫ້ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ

  ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ໃຫ້ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ     ໃນວັນທີ 26 ມີນາ 2024 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ II ໃຫ້ແກ່ສະມາຊິກພັກ, ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ,

ກອງປະຊຸມສ່ອງແສງລາຍງານວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ I ແລະ ທິດທາງແຜນການປະຈໍາໄຕມາດ II ປະຈໍາປີ 2024 ຜ່ານລະບົບກອງປະຊຸມທາງໄກ (video conference).

ໃນຕອນເຊົ້າຂອງ ວັນທີ 25 ມີນາ 2024, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສ່ອງແສງລາຍງານວຽກ ງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ I ແລະ ທິດທາງແຜນການປະຈໍາໄຕມາດ II ປະຈໍາປີ 2024 ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ 4 ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ ໂດຍການເປັນປະທານ ແລະ ກ່າວ ເປີດກອງປະຊຸມຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມ ມີ: ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຮອງຫົວໜ້າຄະນະໂຄສະນາອົບຮົມ ບັນດາ ແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ, ຄະນະຮັບຜິດຊອບວຽກງານເວັບໄຊສ ແລະ ພະນັກງານວິຊາການ ພາຍໃນພະແນກເຕັກ ໂນໂລຊີ-ຂໍ້ມູນຂ່າວສານ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມສຳມະນາເຜີຍແຜ່ລະບົບບໍລິການພາກລັດປະຕູດຽວ (GOV-X).

ກອງປະຊຸມສຳມະນາເຜີຍແຜ່ລະບົບບໍລິການພາກລັດປະຕູດຽວ (GOV-X). ໃນຕອນເຊົ້າວັນທີ 22 ມີນາ 2024 ສູນບໍລິຫານລັດດິຈິຕ໋ອນ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ລະບົບບໍລິການພາກລັດປະຕູດຽວ

ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ( 22 ມີນາ 1955 – 22 ມີນາ 2024) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີ ວິດເພື່ອປະເທດຊາດ ຄົບຮອບ 78ປີ.

ໃນຕອນບ່າຍຂອງ ວັນທີ 21 ມີນາ 2024 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ6) ໄດ້ຈັດພິທີປາຖະ ກະຖາວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 69ປີ ( 22 ມີນາ 1955 – 22 ມີນາ 2024) ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ. ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງເລຂາຄະນະພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ທ່ານ ວັນໄຊ ຕະວິນຍານ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບັນດາຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະ ແນກ, ພະນັກງານວິຊາການທັງໝົດພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ສໍາເລັດການຝຶກອົບຮົມການເມືອງ-ແນວຄິດໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງຢູ່ເມືອງຄໍາ ແຂວງຊຽງຂວາງ

ສໍາເລັດການຝຶກອົບຮົມການເມືອງ-ແນວຄິດໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງຢູ່ເມືອງຄໍາ ແຂວງຊຽງຂວາງ     ວັນທີ 13 ຫາ 15 ມີນາ 2024 ຜ່ານມາ ຢູ່ທີ່ຫ້ອງປະຊຸມຊັ້ນ2 ຂອງສໍານັກງານປົກຄອງເມືອງຄໍາ ແຂວງຊຽງຂວາງ; ກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຊຽງຂວາງ,

1 2