ຫົວ​ໜ້າຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ (ຄອ​ສ​ພ)  ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ ວາລະສານຊິວ​ສື ຂອງສູນກາງພັກກອມມູນິດຈີນ

ຫົວ​ໜ້າຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ (ຄອ​ສ​ພ)

 ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ ວາລະສານຊິວ​ສື ຂອງສູນກາງພັກກອມມູນິດຈີນ

ວັນທີ 07 ມິ​ຖຸ​ນາ 2024 ທີ່ຫ້ອງຮັບແຂກຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ​ສະ​ຫາຍ ​ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບຄະນະຜູ້ແທນ ວາລະສານຊິວ​ສື ຂອງສູນກາງພັກກອມມູນິດຈີນ ເຊິ່ງນຳໂດຍ ​ສະ​ຫາຍ ​ລີ​ເວິນ​ເກີ ຮອງ​ຫົວ​ໜ້າບັນນາທິການ, ຫົວໜ້າຄະນະຜູ້ແທນວາລະສານຊິວ​ສື ຂອງສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມ​ຂ່ຳນັບ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບວາລະສານອະລຸນໃໝ່ ຂອງ​ພັກປະຊາຊົນປະຕິວັດລາວ.

ໂອກາດດັ່ງກ່າວ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງຕໍ່ ​ສະ​ຫາຍ ລີ​ເວິນ​ເກີ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະມາຮ່ວມເຮັດວຽກ ກັບວາລະສານອະລຸນໃໝ່ ຂອງພັກປະຊາຊົນປະຕິວັດລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນຫັດແໜ້ນສາຍພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ລາວ-ຈີນ, ຈີນ​-ລາວ ເວົ້າລວມ, ເວົ້າສະເພາະ ກໍຄືສອງ​ວາ​ລະ​ສານ ອະລຸນໃໝ່ ແລະ ຊິວ​ສື ທີ່ມີມູນເຊື້ອມາແຕ່ດົນນານໃຫ້​ໄດ້​ຮັບ​ການ​ຟື້ນ​ຟູ ແລະ ເພີ່ມພູນຄູນສ້າງກ້າວໄປຂ້າງໜ້າໃນຍຸກ 4.0.

ໂອກາດດຽວກັນ, ສະ​ຫາຍ ລີເວີນເກີ ຮອງຫົວໜ້າບັນນາທິການ, ຫົວໜ້າຄະນະຜູ້ແທນວາ​ລະ​ສານ​ຊິວ​ສື ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ​ສະ​ຫາຍ ຄໍາພັນ ເຜີຍຍະວົງ, ພ້ອມທັງກ່າວລາຍງານຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ແລະ ລາຍງານຜົນ​ຂອງການພົບ​ປະ​ຂອງ​ສອງວາ​ລະ​ສານ ເຊິ່ງ​ທັງສອງ​ວາ​ລະ​ສານ​ໄດ້ເຫັນ​ດີ​ເປັນ​ເອ​ກະ​ພາບຈະສືບ​ຕໍ່​ຟື້ນ​ຟູການ​ແລກ​ປ່ຽນ​ຢ້ຽມ​ຢາມ​​ເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິແນ່ໃສ່ເພື່ອເສີມ​ຂະ​ຫຍາຍ​ມູນ​ເຊື້ອ, ສາຍ​ພົວ​ພັນ​ມິດ​ຕະ​ພາບ​ການ​ຮ່ວມ​ມື​ອັນດີ​ງາມ​ຂອງ​ສອງວາ​ລະ​ສານ​ໃຫ້​ສອດ​ຄ່ອງ​ກັບ​ເງື່ອນ​ໄຂໃນສ​ະ​ພາບ​ການ​ໃໝ່ ແລະ ກ້າວ​ໄປ​ເຖິງ​ການ​ເຊັນ​ບົດ​ບັນ​ທຶກ​ການ​ຮ່ວມ​ມືນຳ​ກັນ​ໃນ​ອະ​ນາ​ຄົດ.​

(ພາບຂ່າວ: ວາລະສານອະລຸນໃໝ່)