ກອງປະຊຸມຜ່ານຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລະກອນ ຊາວໜຸ່ມ ຄອສພ
ໃນວັນທີ 29 ມັງກອນ 2025 ຄະນະຊາວໜຸ່ມ ຄອສພ ຈັດກອງປະຊຸມຜ່ານຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລະກອນ ໃຫ້ກຽດເປັນປະທານ ສະຫາຍ ນ. ສຸກສະຫວັນ ອິນຄະວິໄລ ຄະນະບໍລິຫານງານຊາວໜຸ່ມ ຄອສພ ເຂົ້າຮ່ວມມີ: ຄະນະບໍລິຫານງານຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມທັງໝົດ.
ໃນພິທີ ສະຫາຍ ນ. ສຸກສະຫວັນ ອິນຄະວິໄລ ຄະນະບໍລິຫານງານຊາວໜຸ່ມ ຄອສພ ໄດ້ຂື້ນຜ່ານຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລະກອນເພື່ອຮັບປະກັນທາງດ້ານເນື້ອໃນໃຫ້ຄົບຖ້ວນສົມບູນ ແລະ ບຸກຄະລະກອນ ເພື່ອປັບປຸງພັດທະນາຄະນະບໍລິຫານງານຊາວໜຸ່ມ ຄອສພໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ, ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນກຽມພ້ອມກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກທີ່ຈະຈັດຂຶ້ນໃນໄວໆນີ້.