ສະພາທິດສະດີສູນກາງພັກ ຮ່ວມກັບສະຖານທູດ ສປຈີນ ປະຈຳ ສປປ ລາວ ແລະວິທະຍຸ-ໂທລະພາບສູນກາງພັກກອມມູນິດຈີນ (CMG) ປະຈໍາລາວ ຮ່ວມກັນຈັດຕັ້ງກອງປະຊຸມສຳມະນາວິທະຍາສາດໃນຫົວຂໍ້: “ຮ່ວມກັນກ້າວເດີນຕາມເສັ້ນທາງສັນຕິພາບ”
ໃນທ່າມກາງບັນຍາກາດ ທີ່ທົ່ວພັກ-ທົ່ວລັດ ແລະທົ່ວປວງຊົນລາວທັງຊາດພວມສຸມໃສ່ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນທ້າຍສະໄໝ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2021-2025) ແລະ ການສະເຫຼີມສະຫຼອງ 3 ວັນປະຫັວດສາດ ຂອງຊາດ ຄື: ວັັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສາຖະປານາ ສປປ ລາວ ຄົບຮອບ 50 ປີ ແລະວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ສະນັ້ນ ໃນວັນທີ 22 ສິງຫາ 2025 ສະພາທິດສະດີສູນກາງພັກ ໄດ້ຮ່ວມກັບສະຖານທູດ ສປຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກາງພັກກອມມູນິດຈີນ (CMG) ປະຈໍາລາວ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດກ່ຽວກັບຫົວຂໍ້: “ຮ່ວມກັນກ້າວເດີນຕາມເສັ້ນທາງສັນຕິພາບ” ເພື່ອລະນຶກເຖິງໄຊຊະນະ ຕ້ານຟາຊິດທີ່ຮ້າຍກາດຂອງໂລກ ຄົບຮອບ 80 ປີ ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ນາງ ຟາງຫົງ FANG HONG ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ, ເຂົ້າຮ່ວມມີບັນດາສະຫາຍທີ່ຕາງໜ້າຄະນະພັກ, ພະນັກງານນຳພາ-ຄຸ້ມຄອງ ຂອງບັນດາກະຊວງ-ອົງການ, ຄະນະປະຈໍາສະພາທິດສະດີສູນກາງພັກ; ສະມາຊິກສະພາທິດສະດີສູນກາງພັກ, ບັນດາສະຫາຍຈາກສະຖານທູດ ສປ ຈີນ ປະຈຳລາວ, ພະນັກງານວິທະຍຸ-ໂທລະພາບສູນກາງພັກກອມມູນິດຈີນ (CMG) ປະຈໍາລາວເຂົ້າຮ່ວມຢ່າງພ້ອມພຽງ.
ຕະຫຼອດໄລຍະຜ່ານມາ ສາຍພົວພັນ ແລະການຮ່ວມມື ລາວ-ຈີນ ໄດ້ກ້າວເຂົ້າສູ່ໄລຍະໃໝ່ທີ່ມີຄວາມແໜ້ນແຟ້ນ ແລະມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍສະເພາະໃນໄລຍະທີ່ສອງປະເທດພວກເຮົາໄດ້ສຸມໃສ່ການຈັດຕັ້ງປະຕິບັດແຜນການຮ່ວມມືໃນດ້ານຕ່າງໆ ພິເສດແມ່ນການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ຄັ້ງທີ2 (2024-2028) ເຊິ່ງໄດ້ກຳນົດບັນດາເນື້ອໃນສຳຄັນໃນການພັດທະນາໃນເງື່ອນໄຂໃໝ່ ອັນໄດ້ເຮັດໃຫ້ການຮ່ວມມືສອງຝ່າຍ ລາວ-ຈີນ ມີຜົນງານທີ່ໂດດເດັ່ນຫລາຍໆຢ່າງທີ່ເປັນສິ່ງຢືນຢັນໃຫ້ເຫັນເຖິງຜົນສໍາເລັດທີ່ປະຊາຊົນສອງຊາດ ລາວ-ຈີນ ຍາດມາໄດ້. ບັນດາໝາຜົນສຳເລັດທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາໄດ້ເປັນການຢືນຢັນເຖິງຄວາມໝັ້ນຄົງຂະນົງແກ່ນ ຂອງສາຍພົວພັນສອງປະເທດລາວ-ຈີນ; ທັງຢືນຢັນໄດ້ວ່າ: ໃນແຕ່ລະໄລຍະ, ແຕ່ລະສະໄໝ, ການເສີມຂະຫຍາຍສາຍພົວພັນ ແລະການຮ່ວມມື ລະຫວ່າງ ສອງພັກ, ສອງປະເທດ ລາວ-ຈີນ ກໍຄືປະຊາຊົນສອງຊາດ ລາວ-ຈີນ ແມ່ນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ແລະ ເຈດຕະນາລົມອັນໜັກແໜ້ນຂອງການນຳສູງສຸດຂອງພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວທີ່ມີເປົ້າໝາຍສັງຄົມນິຍົມອັນດຽວກັນ ແລະ ພ້ອມກັນກ້າວເດີນສູ່ຈຸດໝາຍສັງຄົມນິຍົມດ້ວຍລັກສະນະ ແລະ ສີສັນຂອງໃຜລາວ. ນອກຈາກນັ້ນ, ຍັງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນການສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະການຮ່ວມມື ລະຫວ່າງ ການນຳສູງສຸດຂອງສອງພັກ, ສອງລັດເຮົາ ອັນໄດ້ກາຍເປັນກຳລັງແຮງຊຸກຍູ້ໃຫ້ແກ່ການພົວພັນສອງຝ່າຍທີ່ນັບມື້ນັບມີການຂະຫຍາຍຕົວກວມເອົາທຸກຂົງເຂດວຽກງານ, ແຕ່ສູນກາງຮອດທ້ອງຖິ່ນທີ່ກ້າວເຂົ້າສູ່ລວງເລິກ; ການນຳ ຂອງສອງພັກ, ສອງລັດ ໄດ້ເອົາໃຈໃສ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ, ມີການໄປມາຫາສູ່ກັນຢ່າງຕໍ່ເນື່ອງ, ເຮັດໃຫ້ສອງປະເທດມີຄວາມເຂົ້າອົກເຂົ້າໃຈກັນຍິ່ງໆຂຶ້ນ ແລະກາຍເປັນພື້ນຖານອັນແໜ້ນແກ່ນໃຫ້ແກ່ການຍົກລະດັບການພົວພັນຮ່ວມມືສອງຝ່າຍຂຶ້ນສູ່ລະດັບໃໝ່ ບົນພື້ນຖານການປະຕິບັດຫຼັກການເຄົາລົບນັບຖືຊຶ່ງກັນ ແລະກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ບົນພື້ນຖານການຮ່ວມມືທີ່ເປັນມູນເຊື້ອອັນຍາວນານຄືດັ່ງກ່າວມານັ້ນ ແລະບັນດາໝາກຜົນສຳເລັດໃນການຮ່ວມມືດ້ານຕ່າງໆ, ທັງສອງຝ່າຍ ໂດຍສະເພາະການນໍາຂອງ ສປ ຈີນ ໄດ້ສະເໜີວ່າ ການພົວພັນລາວ-ຈີນ ບໍ່ແມ່ນການພົວພັນແບບທົ່ວໄປ, ແຕ່ເປັນການພົວພັນແບບຄູ່ຮ່ວມຊາ ຕາກຳທີ່ມີຄວາມໝາຍທາງດ້ານຍຸດທະສາດ ແລະທັງສອງຝ່າຍ ຈຶ່ງໄດ້ລະບຸໄວ້ຢູ່ໃນຖະແຫລງການຮ່ວມ ລາວ-ຈີນ ວ່າ: “ສອງປະເທດເປັນຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ”. ຍ້ອນແນວນັ້ນຜູ້ນໍາພັກ-ລັດ ຂອງສອງປະເທດ ລາວ-ຈີນ ຈຶ່ງໄດ້ເປັນເອກະພາບກັນຍົກລະດັບການພົວພັນສອງຝ່າຍຈາກການເປັນຄູ່ຮ່ວມມືແບບຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ມາເປັນ “ຄູ່ຮ່ວມຊາຕາ ກຳລາວ-ຈີນ” ແລະໄດ້ລິເລີ່ມຄົ້ນຄວ້າສ້າງແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ. ອັນໄດ້ເປັນພື້ນຖານໃຫ້ແກ່ການຍົກສູງ ແລະເພີ່ມທະວີການພົວພັນ ແລະການຮ່ວມມືກັນໃນເງື່ອນໄຂໃໝ່.
ຫຼັງຈາກນັ້ນທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳລາວ ໄດ້ຫວນຄືນວັນໄຊຊະນະຕ້ານຟາຊິດໂລກ, ຄົບຮອບ 80 ປີເຊິ່ງທ່ານໄດ້ກ່າວວ່າ: ພວກເຮົາລະນຶກເຖິງໄຊຊະນະບໍ່ພຽງແຕ່ຈະລະນຶກເຖິງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະເປັນພະຍານເຖິງການເສຍສະຫຼະຂອງເຂົາເຈົ້າເທົ່ານັ້ນ, ແຕ່ຍັງເປັນການຖອດຖອນສະຕິປັນຍາອັນເລິກເຊິ່ງຈາກປະຫວັດສາດ: ຄວາມສະຫງົບເໝືອນດັ່ງອາກາດ ແລະ ແສງແດດ, ຖ້າບໍ່ມີແມ່ນຍາກທີ່ຈະຢູ່ລອດໄດ້; ການກະທຳໃດໆທີ່ນາບຂູ່ເຖິງສັນຕິພາບ ແລະ ທຳລາຍສະຖຽນລະພາບ ໃນທີ່ສຸດຈະຖືກຄື້ນຟອງປະຫວັດສາດພັດຜ່ານ. ອີງຕາມສະພາບການປະຈຸບັນ, ລາວ ແລະຈີນ ພວມຮ່ວມມືກັນບົນເສັ້ນທາງອັນສະຫງ່າລາສີ ຂອງການກໍ່ສ້າງປະຊາຄົມຮ່ວມຊາຕາກຳໃນອະນາຄົດ, ເປັນແບບຢ່າງຂອງການພົວພັນສາກົນແບບໃໝ່, ເຊິ່ງນຳມາຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນທັງສອງປະເທດ ແລະ ໄດ້ຮັບການຍູ້ແຮງດ້ານສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໂລກ.
ໃນເງື່ອນໄຂປັດຈຸບັນ ຍິ່ງໄດ້ຈັບມືກັນສ້າງຄູ່ຮ່ວມຊາຕາກໍາດຽວກັນ, ອອກແຮງປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງສາກົນ ແລະ ພາກພື້ນ; ເພື່ອກ້າວເດີນສູ່ອະນາຄົດ, ຮ່ວມກັນສ້າງອະນາຄົດທີ່ສວຍງາມຍິ່ງຂຶ້ນໃຫ້ແກ່ປະຊາຄົມສາກົນ. ສອງປະເທດ ຈີນ-ລາວ, ບໍ່ຄວນຫຼົງລືມປະຫວັດສາດ,ນໍ້າໃຈຕໍ່ສູ້ຄຽງບ່າຄຽງໄຫຼ່ ຈີນ-ລາວທີ່ບໍ່ມີມື້ໝອງເສົ້າໃນນີ້ໄດ້ເນັ້ນ 03 ຈຸດຄື: ໜຶ່ງ, ສົງຄາມໂລກຄັ້ງທີ 2 ແມ່ນສົງຄາມຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດ, ນໍາເອົາຄວາມຫາຍະນະທີ່ບໍ່ເຄີີຍມີມາກ່ອນໃຫ້ແກ່ມວນມະນຸດ. ສົງຄາມໂລກຄັ້ງທີ 2, ຍັງຖືກເອີ້ນວ່າສົງຄາມຕ້ານຟາຊິດໂລກ, ໃນຂອບເຂດທົ່ວໂລກທີ່ມີປະເທດຈີນ, ໂຊຫວຽດ, ອາເມລິກາ, ອັງກິດ ແລະ ປະເທດພັນທະມິດ ຮ່ວມກັບກຳລັງຕ້ານຟາຊິດໂລກ ຕໍ່ສູ້ກັບປະເທດເຢຍລະມັນ, ຍີ່ປຸ່ນ ແລະ ອິຕາລີ ທີ່ເປັນປະເທດຮຸກຮານໃຈກາງ; ສອງ, ໄຊຊະນະຂອງການຕ້ານຟາດຊິດ ແມ່ນກະວີປະຫວັດສາດລວມໝູ່, ໄຊຊະນະຄັ້ງນີ້ແມ່ນໝາກຜົນແຫ່ງຄວາມພະຍາຍາມຮ່ວມກັນຂອງຫຼາຍປະເທດ ແລະ ຫຼາຍເຊື້ອຊາດ, ແຕ່ລະປະເທດທີ່ເຂົ້າຮ່ວມລ້ວນແຕ່ໄດ້ປະກອບສ່ວນຢ່າງມະຫາສານ. ປະເທດຈີນ ແລະ ສະຫະພາບໂຊຫວຽດ ໄດ້ແບ່ງກັນຕໍ່ສູ້ຢູ່ສະໜາມຮົບອາຊີ ແລະ ສະໜາມຮົບເອີຣົບ ຂອງ ສົງຄາມໂລກຄັ້ງທີ 2, ໄດ້ເປັນກຳລັງຫຼັກ ໃນການຕໍ່ສູ້ຕ້ານລັດທິຂຸນເສີກຍີ່ປຸ່ນ ແລະ ລັດທິນາຊີເຢຍລະມັນ, ໄດ້ປະກອບສ່ວນຢ່າງມີິລັກສະນະຕັດສິນຕໍ່ໄຊຊະນະຂອງສົງຄາມຕ້ານຟາຊິດໂລກ; ສາມ, ປະເທດຈີນຍາມໃດກໍ່ເດັດດ່ຽວຢຶດໝັ້ນສະໜັບສະໜູນປະເທດລາວຍາດເອົາຄວາມເປັນເອກະລາດແຫ່ງຊາດ. ສປ ຈີນໃນຖານະທີ່ເປັນບ້ານໄກ້ເຮືອນຄຽງທີ່ດີ, ຈີນ ແລະ ລາວ ລ້ວນແຕ່ມີຄວາມຮູ້ສຶກເຫັນອົກເຫັນໃຈເຊິ່ງກັນແລະກັນໃນເວລາຖືກພວກຕ່າງດ້າວເຂົ້າມາຮຸກຮານ ແລະ ປົກຄອງເປັນຫົວເມືອງຂຶ້ນ,ໄດ້ເດັດດ່ຽວຢຶດໝັ້ນສະໜັບສະໜູນຊ່ວຍເຫຼືອການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ແລະ ຄວາມເປັນເອກະລາດແຫ່ງຊາດຂອງລາວ.
ຍ້ອນແນວນັ້ນ, ພຶດຕິກໍາຕົວຈິງ ຂອງການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ໄດ້ຢັ້ງຢືນຢ່າງເຕັມສ່ວນວ່າ ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດບໍ່ແມ່ນຄວາມໄຝ່ຝັນ ແຕ່ສາມາດເປັນໄປໄດ້, ເຊື່ອຖືໄດ້, ປະຕິບັດໄດ້ແລ້ວ ແລະ ມີຜົນດີຫຼາຍດ້ານ. ຂໍພຽງແຕ່ປະຊາຊົນບັນດາປະເທດຈັບມືກັນຮ່ວມກັນພະຍາຍາມ, ຢຶດໝັ້ນການຮ່ວມກັນສ້າງຮ່ວມກັນຊົມໃຊ້, ຮ່ວມມືກັນຮັບຜົນປະໂຫຍດນໍາກັນ ກໍ່ແນ່ນອນຈະສາມາດບຸກເບີກອະນາຄົດອັນສວຍງາມກວ່າເກົ່າໃຫ້ແກ່ສັງຄົມມະນຸດ. ປະເທດລາວ ແມ່ນບ້ານໄກ້ເຮືອນຄຽງສັງຄົມນິຍົມ ທີ່ມີສາຍພູສາຍນໍ້າຕິດຈອດກັນກັບປະເທດຈີນ, ແມ່ນເພື່ອນສະຫາຍອ້າຍນ້ອງພິເສດ. ຝ່າຍຈີນຍາມໃດກໍ່ຈະສືບຕໍ່ປະຕິບັດທິດທາງບູລິມະນິດການພົວພັນຕ່າງປະເທດກັບປະເທດອ້ອມຂ້າງ ແລະ ຈາກມູມມອງຍຸດທະສາດລະດັບສູງຂອງການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ຊຸກຍູ້ການພົວພັນ ຈີນ-ລາວ, ຍິນດີຮ່ວມກັບຝ່າຍລາວຢຶດໝັ້ນຖືເອົາຄວາມຮັບຮູ້ຮ່ວມກັນທີ່ສໍາຄັນຂອງການນໍາສູງສຸດສອງພັກ, ສອງລັດ ເປັນທິດນໍາ, ເພີ່ມທະວີການປະສານງານ ແລະ ຮ່ວມມືຍຸດທະສາດ, ບຸກເບີກການຮ່ວມມືທີ່ເປັນຮູບປະທຳໃນຂົງເຂດຕ່າງໆ, ເພີ່ມທະວີການປະສານສົມທົບກັນໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ຮ່ວມກັນຕ້ານລັດທິກົດຂີ່ຂູດຮີດຂົ່ມເຫງຝ່າຍດຽວ, ປົກປ້ອງລັດທິຫຼາຍຝ່າຍ ແລະ ຄວາມຍຸຕິທຳ ທ່ຽງທຳຂອງສາກົນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ນັບມື້ພັດທະນາກ້າວຂຶ້ນສູ່ລະດັບສູງກວ່າເກົ່າ ເພື່ອປະກອບສ່ວນເປັນຕົວແບບທີ່ຕັ້ງໜ້າໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ແຫຼ່ງຂ່າວ: ຫ້ອງສະພາທິດສະດີສູນກາງພັກ