
ໃນຕອນບ່າຍ ຂອງວັນທີ 23 ເມສາ 2026, ທີ່ຫ້ອງຮັບແຂກ ຊັ້ນ 5 ຄອສພ ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງ ຊູ (Jung Yung Soo) ເອກອັກຄະລັດຖະ ທູດ ຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດເກົາຫຼີ ປະຈຳ ສປປລາວ ພ້ອມດ້ວຍຄະນະ, ເຂົ້າຮ່ວມຝ່າຍ ຄະນະໂຄສະນາອົບຮົມສູນກາງພັກມີ: ຫົວໜ້າກົມ, ຮອງຫົວໜ້າກົມ ຂອງຫ້ອງການ, ກົມຂໍ້ມູນຂ່າວສານ, ກົມສື່ມວນຊົນ, ກົມໂຄສະນາ ແລະ ກົມອົບຮົມ ເຂົ້າຮ່ວມ.

ຈຸດປະສົງໃນການມາຢ້ຽມຢາມ ແລະ ເຂົ້າຂໍ່ານັບໃນຄັ້ງນີ້ກໍເພື່ອປຶກສາຫາລືກ່ຽວກັບວຽກງານການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ.
ໃນໂອກາດດັ່ງກ່າວ ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ຈອງ ຢອງ ຊູ (Jung Yung Soo) ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະໃນໂອກາດທີ່ມາຢ້ຽມຢາມ ແລະ ເຂົ້າຂໍ່ານັບໃນຄັ້ງນີ້ ພ້ອມທັງຕີລາຄາສູງດ້ານການພົວພັນຮ່ວມມືສອງຝ່າຍ, ການຊ່ວຍເຫຼືອປະຊາຊົນຂອງສອງຊາດ ແລະ ການຮັດແໜ້ນຄວາມສາມັກໃນການໄປມາຫາສູ່ລະຫວ່າງການນໍາຂັ້ນສູງ ແລະ ບັນດາກະຊວງອົງການຕ່າງໆຂອງສອງປະເທດ ໂດຍສະເພາະການຊຸກຍູ້ສະໜັບສະໜູນບັນດາໂຄງການຕ່າງໆເຂົ້າມາຊ່ວຍເຫຼືອ ສປປ ລາວໃນໄລຍະຜ່ານມາ, ເຊິ່ງໃນຕະຫຼອດໄລຍະຜ່ານມາການຮ່ວມມືສອງຝ່າຍໄດ້ໝັ້ນຄົງທະນົງແກ່ນ ແລະ ກາຍເປັນຄູ່ຮ່ວມມືທາງດ້ານຍຸດທະສາດຮອບດ້ານ ແລະ ເຂົ້າສູ່ລວງເລິກ; ນອກນັ້ນ ທ່ານ ຄຳພັນ ເຜີຍຍະວົງ ຍັງໄດ້ລາຍງານສະພາບການເຄື່ອນ ໄຫວວຽກງານຂອງໂຄສະນາອົບຮົມໃນໄລຍະຜ່ານມາ ພ້ອມທັງກ່າວສະແດງຄວາມຂອບໃຈເປັນຢ່າງສູງໂດຍຜ່ານທ່ານທູດໄປຍັງລັດຖະບານກໍຄືປະຊາຊົນ ສ. ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຕະຫຼອດໄລຍະຜ່ານມາລວມທັງການສະໜັບສະໜູນໃນທຸກໆດ້ານ ແລະ ພ້ອມກັນນັ້ນ ສອງປະເທດ ຍັງຈະໄດ້ສືບຕໍ່ເພີ່ມພູນຄູນສ້າງໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດໃຫ້ມີປະສິດທິຜົນສູງສຸດຂຶ້ນເລື້ອຍໆໃນຕໍ່ໜ້າ.
ຫຼັງຈາກນັ້ນ ທ່ານ ຈອງ ຢອງ ຊູ (Jung Yung Soo) ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດເກົາຫຼີ ປະຈຳ ສປປລາວ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງທ່ານຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ໃນໄລຍະຜ່ານມາ ພ້ອມທັງແລກປ່ຽນ ແລະ ລາຍງານວຽກງານຈໍານວນໜຶ່ງ ໃຫ້ທ່ານ ຄໍາພັນ ເຜີຍຍະວົງ ໄດ້ຊາບ. ທ່ານ ຈອງ ຢອງ ຊູ ກ່າວຕື່ມວ່າການພົວພັນຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ແມ່ນເລິກເຊິ່ງ ກວ້າງຂວາງ ແລະ ຈະຍັງຄົງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມຮັກແພງສາມັກຄີ, ສາຍພົວພັນລະຫວ່າງສອງປະເທດໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

