Day: May 14, 2026

ຫົວໜ້າ ຄອສພ ຕ້ອນຮັບ ລັດຖະມົນຕີກະຊວງ ວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ

ໃນວັນທີ 13 ພຶດສະພາ 2026 ນີ້, ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຕ້ອນຮັບ ສະຫາຍ ນາງ ເລິມ ທິ ເຟືອງ ແທງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 12-13 ພຶດສະພາ 2026.

ລາວ-ຫວຽດນາມ ຮັດແໜ້ນການຮ່ວມມືດ້ານຂໍ້ມູນຂ່າວສານ

ພິທີພົບປະສອງຝ່າຍ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 13 ພຶດສະພາ 2026 ນີ້, ຢູ່ນະຄອນຫລວງວຽງຈັນ ຊຶ່ງຝ່າຍລາວ ນຳໂດຍ ສະຫາຍ ວັນສີ ກົວມົວ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ນາງ ເລິມ ທິ ເຟືອງ ແທງ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມ ຊຶ່ງການພົບປະຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລື ແລະ ແຈ້ງໃຫ້ກັນຊາບກ່ຽວກັບການເຄື່ອນໄຫວວຽກງານ ຂອງຕົນ ກໍຄື ການພົວພັນຮ່ວມມືດ້ານວຽກງານຖະແຫລງຂ່າວ-ສື່ມວນຊົນ ແລະ ອື່ນໆ ໃນໄລຍະຜ່ານມາ. ໂອກາດນີ້, ສະຫາຍ […]