
ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2026 ທີ່ ຫ້ອງຮັບແຂກ ຄອສພ ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຮສ.ປອ ຫງວຽນ ຫງັອກ ຮາ ຮອງບັນນາທິການໃຫຍ່ວາລະສານກົ້ງສ້ານ ຂອງພັກກອມມູນນິດ ຫວຽດນາມ, ຜູ້ຊ່ຽວຊານຂັ້ນສູງ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດອັນສໍາຄັນນີ້ ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະຄວາມສະໜິດສະໜົມຜ່ານມາຍັງສະຫາຍ ຜູ້ນໍາພັກ-ລັດ ຂອງ ສສ ຫວຽດນາມ, ຄະນະພັກ, ຄະນະນໍາ ຂອງວາລະສານກົ້ງສ້ານ, ພັກກອມມູນິດຫວຽດນາມ; ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງ ວາລະສານກົ້ງສ້ານໃນຄັ້ງນີ້ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເຊິ່ງເປັນການປະກອບສ່ວນສຳຄັນໃນການເສີມຂະຫຍາຍສາຍພົວພັນທີ່ໝັ້ນຄົງທະນົງແກ່ນ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດລາວ-ຫວຽດນາມ ຫວຽດນາມ-ລາວ ພ້ອມນັ້ນຍັງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ເຂົ້າໃນການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ; ການລົງນາມໃນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ-ຫວຽດນາມ, ຫວຽດ ນາມ-ລາວ ຄົບຮອບ 49 ປີ ເຊິ່ງທັງໝົດນີ້ແມ່ນໝາກຜົນອັນລໍ້າຄ່າແຫ່ງການເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານເປັນສາຍພົວພັນໜຶ່ງບໍ່ມີສອງ, ບໍ່ຄືໃຜ ແລະ ບໍ່ມີໃຜຄືຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ຈາກນັ້ນ ສະຫາຍ ຮສ.ປອ ຫງວຽນ ຫງັອກ ຮາ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ສະຫາຍ ວັນສີ ກົວມົວ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຈຸດປະສົງກ່ຽວກັບການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃນນັ້ນສະຫາຍໄດ້ລາຍງານໃຫ້ຊາບກ່ຽວກັບການເຂົ້າພົບປະສອງຝ່າຍລະຫວ່າງວາລະສານກົ້ງສ້ານ ແລະ ວາລະສານອະລູນໃໝ່ ຄອສພ ເຊິ່ງໄດ້ທົບທວນຜົນສຳເລັດການຮ່ວມມືໃນໄລຍະທີ່ຜ່ານມາ ແລະ ໄດ້ພ້ອມກັນປຶກສາຫາລື ແລກປ່ຽນຄຳເຫັນເພື່ອສືບຕໍ່ຜັນຂະຫຍາຍບົດບັນທຶກການຮ່ວມມື ສອງວາລະສານ ໃນປີ 2027 ດັ່ງນີ້: ຈະສືບຕໍ່ເພີ່ມທະວີສາຍພົວພັນການຮ່ວມມື ຢ່າງມີຈຸດສຸມ ເພື່ອແນໃສ່ແກ້ໄຂ ບັນຫາຈຳເປັນ ແລະ ຮີບດ່ວນຂອງສອງຝ່າຍ, ສືບຕໍ່ການປະຊຸມພົບປະແລກປ່ຽນຄະນະຜູ້ແທນຫຼາຍລະດັບຂອງສອງວາລະສານຢ່າງຕໍ່ເນື່ອງເພື່ອຮັດແໜ້ນຄວາມສາມັກຄີ, ເສີມຂະຫຍາຍມູນເຊື້ອອັນດີງາມ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ເປັນຫຸ້ນສ່ວນຍຸດທະສາດທີ່ສອງພັກໄດ້ລົງນາມໃຫ້ມີປະສິດທິຜົນສູງສຸດ, ສືບຕໍ່ຈັດຝຶກອົບຮົມຫົວຂໍ້ສະເພາະໃຫ້ພະນັກງານວາລະສານອະລຸນໃໝ່ໄດ້ຍົກລະດັບທາງດ້ານວິຊາການຢ່າງຕໍ່ເນື່ອງ ແລະ ມີລັກສະນະລົງເລິກ, ເປັນຕົ້ນແມ່ນບົດຮຽນໃນການຂຽນບົດຄວາມ, ບົດຂ່າວ ແລະ ບັນນາທິການໃນແຕ່ລະຂົງເຂດໃຫ້ຫັນເປັນມືອາຊີບ, ສ້າງເງື່ອນໄຂຮຽນຮູ້ຊຶ່ງກັນ ແລະ ກັນ, ແລກປ່ຽນຂໍ້ມູນກັນ ແລະ ນໍາເອົາບົດຮຽນໃນການສຳມະນາແລກປ່ຽນ ນັ້ນມາລົງວາລະສານ ໃຫ້ມີເນື້ອໃນອຸດົມສົມບູນ, ຊ່ວຍເຫຼືອ, ສະໜັບສະໜູນໃນການຫັນເປັນທັນສະໄໝ ໃຫ້ແກ່ວາລະສານອະລຸນໃໝ່ເປັນວາລະສານເອເລັກໂຕຣນິກ, ສ້າງກົນໄກປະສານງານໂດຍກົງທາງດ້ານວິຊາການ, ວິຊາສະເພາະ ເພື່ອແລກປ່ຽນບັນຫາຕ່າງ ໃຫ້ມີຄວາມສະດວກ, ວ່ອງໄວ.

ໃນຕອນທ້າຍ ສະຫາຍ ວັນສີ ກົວມົວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ກັບໝາກຜົນຂອງການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ວາລະສານອະລຸນໃໝ່ ແລະ ວາລະສານກົ່ງສ້ານ ຂອງພັກກອມມູນິດ ຫວຽດນາມ ໂດຍສະເພາະໝາກຜົນຂອງການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືສອງຝ່າຍ ໃນຊຸມປີຜ່ານມາ ເຊິ່ງວານນີ້ ສອງວາລະສານ ກໍໄດ້ມີພິທີພົບປະເພື່ອທົບທວນ, ແລກປ່ຽນບົດ ຮຽນຢ່າງກົງໄປກົງມາ ເຊິ່ງສ່ອງແສງໃຫ້ເຫັນໄດ້ເຖິງຜົນສໍາເລັດ ຂອງທັງສອງຝ່າຍ ຢ່າງມີປະສິດທິຜົນສູງ. ພ້ອມນັ້ນ ສະຫາຍ ໄດ້ກ່າວອວຍພອນໃຫ້ ສະຫາຍ ຮສ.ປອ ຫງວຽນ ຫງັອກ ຮາ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຈົ່ງປະສົບຜົນສຳເລັດຕາມລະດັບຄາດ ໝາຍ, ອວຍພອນໄຊ ໃຫ້ແກ່ສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໂດຍສະເພາະສອງວາລະສານ ຈົ່ງນັບມື້ນັບໝັ້ນຄົງທະນົງແກ່ນ ແລະ ຍືນຍົງຕະຫຼອດໄປ.

