ສຳເລັດບັ້ນຝຶກອົບຮົມນັກຂ່າວແລະສື່ມວນຊົນຮຸ່ນໜຸ່ມທີ່ນະຄອນຫລວງປັກກິ່ງ ສປຈີນ

ໂຄງການຝຶກອົບຮົມນັກຂ່າວ ແລະ ສື່ມວນຊົນຮຸ່ນໜຸ່ມຈາກບັນດາປະເທດສະມາຊິກ ແລະ ປະເທດຄູ່ຮ່ວມມືຂອງອົງການຮ່ວມມືຊຽງໄຮ (SCO) ໄດ້ສຳເລັດໃນວັນທີ 25 ສິງຫາ 2026 ພາຍຫຼັງດຳເນີນການຝຶກອົບຮົມແຕ່ວັນທີ 06 ສິງຫາ 2026​ ​ຫາ​ 25​ສິງຫາ​2026 ທີ່ ສປ ຈີນ ໂດຍມີຜູ້ແທນ ແລະ ນັກຂ່າວສື່ມວນຊົນຈາກ 7 ປະເທດ ເຂົ້າຮ່ວມມີ: ອາເມນີ, ອາເຊີໄບຈານ, ອີຢິບ, ອີຣັກ, ສປປ ລາວ, ມົງໂກເລຍ ແລະ ຊູດານໃຕ້. ໂຄງການດັ່ງກ່າວ ເປັນເວທີໃຫ້ນັກຂ່າວ ແລະ ສື່ມວນຊົນຈາກບັນດາປະເທດ ໄດ້ແລກປ່ຽນຄວາມຮູ້, ປະສົບການ ແລະ ແນວຄິດດ້ານວຽກງານສື່ມວນຊົນ ພ້ອມທັງສົ່ງເສີມສາຍພົວພັນ ແລະ ການຮ່ວມມືດ້ານສື່ສານລະຫວ່າງ ສປ ຈີນ ກັບ ບັນດາປະເທດຜູ້ເຂົ້າຮ່ວມ, ຕະຫຼອດໄລຍະ 20 ວັນຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ແລະ ແລກປ່ຽນກັບບັນດາຜູ້ນຳ, ນັກວິຊາການ ແລະ ຜູ້ຊ່ຽວຊານຈີນ ກ່ຽວກັບປະຫວັດສາດ, ນະໂຍບາຍ ແລະ ທິດທາງການພັດທະນາດ້ານສັງຄົມ-ເສດຖະກິດຂອງ ສປ ຈີນ, ການພັດທະນາຂອງສື່ໃນແຕ່ລະໄລຍະ, ລວມເຖິງບົດຮຽນຈາກຂະບວນການປະຕິຮູບ ແລະ ເປີດປະເທດ.

ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມຍັງໄດ້ມີໂອກາດໄປທັດສະນະສຶກສາ ແລະ ຮັບຮູ້ສະພາບການພັດທະນາຕົວຈິງຂອງຈີນ ພ້ອມທັງແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການພັດທະນາສື່ມວນຊົນທີ່ທັນສະໄຫມ, ການພັດທະນາເສດຖະກິດ ແລະ ແນວທາງການຮ່ວມມືຂອງແຕ່ລະປະເທດ ກັບຝ່າຍຈີນ. ການພົບປະ ແລະ ສົນທະນາແບບກົງໄປກົງມາ, ໄດ້ເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມຮຽນຮູ້ແນວທາງໃໝ່ໆ ໃນການຂະຫຍາຍການຮ່ວມມືດ້ານສື່ສານ ແລະ ຂົງເຂດທີ່ກ່ຽວຂ້ອງ. ການຝຶກອົບຮົມຄັ້ງນີ້ ບໍ່ພຽງແຕ່ເປັນເວທີໃນການເພີ່ມພູນຄວາມຮູ້ ແລະ ທັກສະໃນວຽກງານສື່ມວນຊົນເທົ່ານັ້ນ ແຕ່ຍັງເປັນໂອກາດສຳຄັນໃນການສ້າງຄວາມເຂົ້າໃຈ ແລະ ສາຍພົວພັນອັນດີລະຫວ່າງສື່ມວນຊົນຈາກບັນດາປະເທດ. ພ້ອມດຽວກັນນີ້, ຊຸດຝຶກອົບຮົມແມ່ນມີຄວາມສຳຄັນຫລາຍຕໍ່ການພັດທະນາຊັບພະຍາກອນມະນຸດ, ການແລກປ່ຽນບົດຮຽນ ແລະ ການສ້າງເຄືອຂ່າຍມິດຕະພາບກັບບັນດາປະເທດຄູ່ຮ່ວມມື.
ຊຸດອົບຮົມໄດ້ປິດລົງດ້ວຍບັນຍາກາດແຫ່ງມິດຕະພາບ, ການແລກປ່ຽນ ແລະ ຄວາມປະທັບໃຈອັນດີ ເຊິ່ງຈະເປັນພື້ນຖານສຳຄັນໃນການສືບຕໍ່ສ້າງສາຍພົວພັນ ແລະ ຂະຫຍາຍການຮ່ວມມືດ້ານສື່ມວນຊົນລະຫວ່າງ ສປ ຈີນ ກັບບັນດາປະເທດໃນອະນາຄົດ.