ການນໍາຂັ້ນສູງ ຂອງຄະນະໂຄສະນາອົບຮົມສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງສະຫະພັນຣັດເຊຍ ປະຈໍາ ສປປ ລາວ.


ໃນຕອນບ່າຍຂອງວັນທີ 18 ສິງຫາ 2026 ທີ່ຫ້ອງຮັບແຂກຊັ້ນ 5 ຄະນະໂຄສະນາອົບຮົມສູນກາງພັກ ທ່ານ ປອ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຊີເກ ເຊັສກີ ເອກອັກຄະລັດຖະທູດ ແຫ່ງສະຫະພັນຣັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.

ໃນໂອກາດອັນສໍາຄັນນີ້ ທ່ານ ປອ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວຕ້ອນຮັບ ແລະ ຕີລາສູງຕໍ່ການມາຢ້ຽມຂໍ່ານັບຄັ້ງນີ້ ເຊິ່ງມີຄວາມໝາຍສໍາຄັນເປັນຢ່າງຍິ່ງເຂົ້າໃນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນທີ່ໝັ້ນຄົງທະນົງແກ່ນ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສະຫະພັນຣັດເຊຍ ແລະ ສປປ ລາວ ພ້ອມນັ້ນ ທ່ານຍັງໄດ້ລາຍງານຜົນງານການເຄື່ອນໄຫວຂອງວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ.
ໃນພິທີ ທ່ານ ເຊີເກ ເຊັສກີ ເອກອັກຄະລັດຖະທູດ ແຫ່ງສະຫະພັນຣັດເຊຍ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ທ່ານ ປອ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງກ່າວລາຍງານການເຄື່ອນໄຫວວຽກງານທາງດ້ານການທູດ, ການສຶກສາ, ເສດຖະກິດ-ສັງຄົມຂອງ ສະຫະພັນຣັດເຊຍ ພ້ອມທັງວາງທິດທາງແຜນການຮ່ວມມືຂອງສອງຝ່າຍໃນຕໍ່ໜ້າເພື່ອພ້ອມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນອີກດ້ວຍ.