
ໃນວັນທີ 27 ສິງຫາ 2026 ທີ່ນະຄອນຊີໜິງ ແລະ ເມືອງຢູຊູ ແຂວງຊິງໄຫ່, ສປ ຈີນ, ໂດຍມີຕົວແທນຈາກ 6 ປະເທດລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຂົ້າຮ່ວມ.
ການຈັດງານຄັ້ງນີ້ ມີຈຸດປະສົງສຳຄັນໃນການເປັນເວທີແລກປ່ຽນທັດສະນະ, ປະສົບການ ແລະ ເສີມສ້າງການຮ່ວມມືດ້ານສື່ມວນຊົນລະຫວ່າງບັນດາປະເທດໃນພາກພື້ນ. ພາຍໃນງານມີທັງການສົນທະນາຈາກແຫຼ່ງກຳເນີດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ເວທີປຶກສາຫາລືສື່ມວນຊົນການຮ່ວມມືລ້ານຊ້າງ-ແມ່ນ້ຳຂອງ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ສີວັນໄຊ ສີພັນຄໍາ, ຮອງຜູ້ອໍານວຍການໃຫຍ່ ສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຕາງໜ້າໃຫ້ຄະນະສື່ມວນຊົນລາວ ສະແດງທັດສະນະວ່າ: ການຮ່ວມມືດ້ານສື່ມວນຊົນແລກປ່ຽນຂ່າວສານ ເປັນກົນໄກສ້າງສາຍພົວພັນ, ເພີ່ມຄວາມເຂົ້າໃຈ ແລະ ຮ່ວມກັນບອກເລົ່າເລື່ອງລາວຂອງພາກພື້ນຢ່າງເລິກເຊິ່ງ, ຮອບດ້ານ ແລະ ສະທ້ອນສະພາບຕົວຈິງ.
ສຳລັບພະນັກງານກົມຂໍ້ມູນຂ່າວສານ ຄອສພ, ການເຂົ້າຮ່ວມງານຄັ້ງນີ້ ເປັນໂອກາດສຳຄັນໃນການຮຽນຮູ້, ແລກປ່ຽນປະສົບການ ແລະ ເກັບກ່ຽວບົດຮຽນຈາກສື່ມວນຊົນພາກພື້ນ ເພື່ອນຳມາປັບໃຊ້ໃນການພັດທະນາງານຂໍ້ມູນຂ່າວສານ ໃຫ້ມີຄວາມທັນສະໄໝ, ຊັດເຈນ, ຫຼາກຫຼາຍ, ຖືກຕ້ອງ ແລະ ມີຄຸນນະພາບຍິ່ງຂຶ້ນ




