ກອງປະຊຸມເຜີຍແຜ່ ເຊື່ອມຊືມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ບັນດາເອກະສານສໍາຄັນຕ່າງໆຂອງພັກ.


ໃນວັນທີ 9 ກັນຍາ 2026 ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຜີຍແຜ່ ເຊື່ອມຊືມມະຕິກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ບັນດາເອກະສານສໍາຄັນຕ່າງໆ ຂອງຂອງພັກ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄອສພ(ຫຼັກ6) ເຊິ່ງໃຫ້ກຽດເປັນປະທານໂດຍ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ບັນດາທ່ານກໍາມະການສົມບູນ, ສໍາຮອງ ສູນກາງພັກ, ຄະນະບໍລິຫານງານພັກ, ບັນດາຫົວຫນ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ເຊື່ອມຊືມ ເອກະສານມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ບັນດາເອກະສານສໍາຄັນຕ່າງໆຂອງພັກ. ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກ ທົ່ວຄະນະໂຄສະນາອົບຮົມສູນກາງພັກ ຮັບຮູ້ເຂົ້າໃຈ, ເຊື່ອມຊຶມບັນດາເອກະສານດັ່ງກ່າວ ໃຫ້ເລິກເຊິ່ງເຖິງຖອງ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍຫັນວຽກງານດັ່ງກ່າວໃຫ້ເປັນອັນລະອຽດ ເຂົ້າໃນຂະແໜງການວຽກງານຂອງຕົນ ໃຫ້ມີປະສິດທິພາບ, ປະສິດທິຜົນ ເພື່ອສ້າງການຫັນປ່ຽນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະ ພາບໃໝ່.
ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມເອກະສານຕ່າງໆຄື: 1.) ເອກະສານມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ; 2.) ເອກະສານມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; 3.) ເອກະສານມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 62/ຄບສພ, ລົງວັນທີ 9 ກໍລະກົດ 2026 ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະວຽກງານສາມສ້າງ ໃນໄລຍະໃໝ່ ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ປອ. ຄໍາມອນ ຈັນທະຈິດ ກຳມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ; 4.) ແຜນພັດທະນາວຽກງານໂຄສະນາອົບຮົມ ປີ 2026-2030 ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ສາຄອນ ພົມມະລາດ ກໍາມະການປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ພາຍຫຼັງສໍາເລັດການເຜີຍແຜ່ເຊື່ອມຊືມ 4 ເນື້ອໃນເອກະສານແລ້ວ, ກອງປະຊຸມຍັງໄດ້ມີພິທີປະກາດກົງຈັກການຈັດຕັ້ງ ຂັ້ນຮອງຫົວໜ້າກົມ ( ຕໍາແໜ່ງບໍລິຫານ ປະເພດ 3 ) ແລະ ຂັ້ນຫົວໜ້າພະແນກ (ຕໍາແໜ່ງບໍລິຫານ ປະເພດ 4).
ໂອກາດນີ້, ສະຫາຍ ປອ ຄຳພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ໄດ້ມີຄໍາເຫັນຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຊຶ່ງນີ້ເປັນການສືບຕໍ່ກໍ່ສ້າງພະນັກງານສືບທອດປ່ຽນແທນ ແລະທັງເປັນການສ້າງການຫັນປ່ຽນພາຍໃນ ແນໃສສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ເຮັດໃຫ້ວຽກງານຂອງຄະນະໂຄສະນາອົບຮົມສູນກາງພັກ ຫັນປ່ຽນ ໄປສູ່ຄຸນນະພາບໃໝ່. ພ້ອມກັນນັ້ນ, ກໍເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ຕາມການມອບໝາຍຂອງຂັ້ນເທິງໃຫ້ປະສົບຜົນສໍາເລັດ ແລະມີປະສິດທິພາບປະສິດທິຜົນສູງສູດ.