ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສໍາພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ.


ໃນຕອນເຊົ້າວັນທີ 28 ຕຸລາ 2026 ທີ່ຄະນະໂຄສະນາອົບຮົມສູນກາງພັກ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສຳພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ ທາງດ້ານການພົວພັນຮ່ວມມືລາວ-ຫວຽດນາມ 65 ປີ ທີ່ຜ່ານມາ ແລະ ການເພີ່ມພູນຄູນສ້າງສາຍພົວພັນອັນດີງາມລະຫວ່າງ ລາວ-ຫວຽດນາມ ໃນຕໍ່ໜ້າ.
ສະຫາຍໃຫ້ສໍາພາດວ່າ: ໃນປະຫວັດສາດແຫ່ງການພົວພັນ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ກຳເນີດເກີດຂຶ້ນໃນເງື່ອນໄຂທີ່ສອງປະເທດຖືກຈັກກະພັດຕ່າງດ້າວຮຸກຮານ ແລະ ຄອບຄອງ, ໄດ້ຮ່ວມ ຊະຕາກຳດຽວກັນ ແລະ ທາງດ້ານພູມມີສາດ ແຜ່ນດິນກໍ່ຕິດຈອດກັນ ນັ້ນ ໄດ້ສ້າງເງື່ອນໄຂພາວະວິ ໄສໃຫ້ກຳເນີດສາຍສຳພັນຮ່ວມສູ້ຮົບ, ມີຄວາມສາມັກຄີອັນໝັ້ນແກ່ນ, ເພິ່ງພາອາໃສຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ , ເປັນຮົ້ວກຳແພງ ແລະ ເປັນແຜ່ນກໍຍັງໃຫ້ແກ່ກັນ ແລະ ກັນ ເພື່ອຕ້ານການຮຸກຮານ ຂອງຕ່າງດ້າວ, ຍາດເອົາເອກະລາດແຫ່ງຊາດ ແລະ ສ້າງຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນ, ການພົວພັນດັ່ງກ່າວນັ້ນ ໄດ້ຮັບການເພີ່ມພູນຄູນສ້າງກາຍເປັນເພື່ອນຮ່ວມອຸດົມການດຽວກັນ ໂດຍແມ່ນ ປະ ທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ ແລະ ໄດ້ ຮັບການບຳລຸງສ້າງນັບມື້ເຕີບໃຫຍ່ກາຍເປັນຄວາມສາມັກຄີພິເສດ, ສາຍພົວພັນອັນຍິ່ງໃຫຍ່, ການ ຮ່ວມມືຮອບດ້ານ ຂອງສອງຊາດ ທີ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ໄດ້ສ້າງບັນດາວິລະກຳອັນ ຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ເປັນສັນຍາລັກອັນໃສແຈ້ງ ກ່ຽວ ກັບຈິດໃຈສາມັກຄີສາກົນກຳມະຊີບ, ເປັນແບບຢ່າງແຫ່ງຄວາມສັດຊື່ບໍລິສຸດ, ຜ່ອງໃສທີ່ຫາຍາກໃນປະຫວັດສາດການພົວພັນສາກົນ, ກາຍເປັນມໍລະດົກທີ່ລໍ້າຄ່າ ແລະພວມຈະເລີນງອກງາມ ຂອງສອງຊາດ, ເປັນແວ່ນແຍງໃຫ້ແກ່ຮຸ່ນຄົນສືບທອດໃນໄລຍະໃໝ່ໄດ້ຮຽນຮູ້ ແລະ ສືບທອດ ເຊິ່ງປະທານ ໄກສອນ ພົມວິຫານ ໄດ້ຕີລະຄາວ່າ “ມິດຕະພາບ ແລະ ຄວາມສາມັກຄີ ຂອງພັກ ແລະ ປະຊາຊົນຫວຽດນາມ ໄດ້ມີຕໍ່ພັກ ແລະ ປະ ຊາຊົນ ລາວ ນັ້ນ ໄດ້ເປັນແບບແຜນທີ່ສວຍສົດງົດງາມທີ່ສຸດ ແລະ ເປັນແບບແຜນຫາຍາກ ໃນສາຍພົວພັນສາກົນ, ມັນໄດ້ກາຍເປັນມິດຕະພາບ ແລະ ຄວາມສາມັກຄີແບບອ້າຍຊ່ວຍນ້ອງ, ນ້ອງຊ່ວຍອ້າຍ, ເຂົ້າເມັດຫັກ ຜັກເສັ້ນດຽວກໍ່ປັນກັນ, ຮ່ວມທຸກ, ຮ່ວມສຸກນໍາກັນ ຊັກດຶງກັນກ້າວຂຶ້ນ, ພ້ອມກັນຕໍ່ສູ້ ແລະ ພ້ອມກັນຍາດເອົາໄຊຍະນະ”. ອັນນີ້ ໄດ້ສະແດງໃຫ້ເຫັນວ່າ ສາຍພົວພັນ ລາວ-ຫວຽດນາມ ນັ້ນ ນັບແຕ່ມື້ເລີ່ມຕົ້ນ ຈົນຮອດປັດຈຸບັນ ໂດຍສະເພາະແມ່ນ ຕະຫຼອດໄລຍະ 65 ປີຜ່ານມາແມ່ນບໍ່ໄດ້ຫຼຸດໜ້ອຍຖອຍລົງ ຫຼື ຢຸດຈຶ່ງ ແຕ່ໄດ້ ຮັບການຖະນຸຖະໜອມ, ເພີ່ມ ພູນຄູນສ້າງໃຫ້ຈະເລີນງອກງາມ ນັບມື້ເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ.

ສະຫາຍກ່າວຕື່ມວ່າ ສາຍພົວພັນລາວ-ຫວຽດນາມ ໄດ້ຮັບການກໍ່ຕັ້ງ, ສືບຕໍ່ເສີມ ຂະຫຍາຍ ແລະ ເພີ່ມພູນຄູນສ້າງ ຜ່ານແຕ່ລະໄລຍະ ແລະ ແຕ່ ລະຮຸ່ນຄົນສືບທອດ ນັບມື້ເຂົ້າສູ່ລວງເລິກ. ສະນັ້ນ, ໃນຕໍ່ໜ້າ ໃນນາມຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າຜູ້ທີ່ສືບທອດມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ຢືນຢັນ ວ່າ: “ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ຮັກສາມູນເຊື້ອ, ຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອໃຫ້ສົມກັບການເສຍສະຫຼະເລືອດເນື້ອອັນສູງສົ່ງຂອງບັນ ດາຜູ້ນຳຮຸ່ນກ່ອນ ແລະ ນັກຮົບປະຕິວັດ ຂອງສອງຊາດ, ທັງເປັນການນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງປະເທດພວກເຮົາ”.
ສະຫາຍ ໂຕເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍໄດ້ຢືນຢັນວ່າ “ຫວຽດນາມ ຍາມໃດກໍ່ໃຫ້ຄວາມສໍາຄັນ ແລະ ຖືເປັນບູລິມະສິດສູງສຸດ ໃນການປົກປັກຮັກສາ, ເພີ່ມທະວີ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ້ນສ່ວນຍູດທະສາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນໃນທຸກໆດ້ານເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດ”. ເພີ່ນໄດ້ເນັ້ນວ່າ ສາຍພົວພັນນີ້ແມ່ນ “ຊັບສົມບັດອັນລໍ້າຄ່າ” ຂອງທັງສອງຊາດ ທີ່ຮຸ່ນຄົນປັດຈຸບັນ ແລະ ຮຸ່ນຕໍ່ໆໄປ ຕ້ອງໄດ້ຮ່ວມກັນປົກປັກຮັກສາ ແລະ ຖະໜອມບຳລຸງ.
ອັນນີ້ ໄດ້ຢັ້ງຢືນວ່າ ສາຍພົວພັນ ລາວ-ຫຍຽດນາມ ທີ່ເປັນມູນເຊື້ອນັ້ນ ພວມໄດ້ຮັບການ ສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ບໍ່ວ່າປັດຈຸບັນ ກໍຄືອະນາຄົດ, ສອງພັກ, ລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ກໍຈະພ້ອມກັນປົກປັກຮັກສາ, ຖະນຸຖະໜອມ ແລະ ບຳລຸງສ້າງສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ນີ້ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.