
ໃນຕອນເຊົ້າວັນທີ 13 ຕຸລາ 2026, ເວລາ 8:30 ໂມງ ສະພາທິດສະດີສູນກາພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 2 ຕຶກສະພາທິດສະດີສູນກາງພັກ (ຫຼັກ6).
ຄະນະຝ່າຍລາວນໍາໂດຍ ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ.ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ, ນັກຄົ້ນຄວ້າສະຖາບັນລັດທິມາກ ສະພາບັນດິດວິທະຍາສາດສັງຄົມຈີນ.

ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້: ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້, ໄດ້ດໍາເນີນດ້ວຍບັນຍາກາດດີ, ມີເນື້ອໃນອຸດົມສົມບູນ ບົດຝ່າຍລາວປະກອບມີ 4 ຫົວຂໍ້ຍ່ອຍ 1). ສະພາບການພັດທະນາຕົວເມືອງ ແລະ ຫັນເປັນທັນສະໄໝຢູ່ ສປປ ລາວ. 2). ຮູບແບບ ແລະ ບົດຮຽນ ໃນການຄຸ້ມຄອງຕົວເມືອງ ຢູ່ ສປປ ລາວ; 3). ພຶດຕິກຳ ແລະ ບົດຮຽນ ຂອງ ສປປ ລາວ ໃນການເຊື່ອມໂຍງ ຊາວກະສິກອນ ເຂົ້າກັບຕົວເມືອງ; 4). ການປົກປັກຮັກສາ ມໍລະດົກວັດທະນະທຳຕົວເມືອງໃນຂະບວນການຫັນເປັນຕົວເມືອງໃຫຍ່ຂອງລາວ.
ບັນດານັກວິທະຍາສາດ, ນັກທິດສະດີທັງຝ່າຍລາວ ແລະ ຈີນ, ໄດ້ຜັດປ່ຽນກັນຂຶ້ນສະເໜີບົດຄໍາເຫັນ ໃນຫົວຂໍ້ຫຍ່ອຍທີ່ປິ່ນອ້ອມຫົວຂໍ້ໃຫຍ່ “ການຫັນເປັນຕົວເມືອງ ແລະ ການຄຸ້ມຄອງຕົວເມືອງ ໃນຂະບວນວິວັດແຫ່ງການຫັນເປັນທັນສະໄໝຕາມທິດສັງຄົມນິຍົມ ຢູ່ ສປປ ລາວ” ເຊິ່ງເປັນຫົວຂໍ້ທີ່ສໍາຄັນ, ໄດ້ສ່ອງແສງໃຫ້ເຫັນເຖິງບັນຫາໃໝ່ທາງດ້ານທິດສະດີ ແລະ ພຶດຕິກໍາ ໃນການພັດທະນາປະເທດຊາດ ກໍຄືການພັດທະນາຄຸນນະພາບຊີວິດຂອງປະຊາຊົນສອງຊາດລາວ-ຈີນ ໃນໄລຍະປັດຈຸບັນ. ດັ່ງນັ້ນ, ການຫັນເປັນຕົວເມືອງ ແມ່ນໜຶ່ງໃນບັນດາຂະບວນການສຳຄັນຂອງການຫັນເປັນທັນສະໄໝ. ການພັດທະນາຕົວເມືອງຢ່າງມີທິດທາງ, ມີການວາງແຜນ ແລະ ສາມາດຄຸ້ມຄອງໄດ້ຢ່າງມີປະສິດທິຜົນຈະເປັນພື້ນຖານສຳຄັນໃນການຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ພັດທະນາເສດຖະກິດ-ສັງຄົມ, ຮັກສາສິ່ງແວດລ້ອມ ແລະ ສ້າງພື້ນຖານໃຫ້ແກ່ການຫັນເປັນທັນສະໄໝຂອງ ສປປ ລາວ.
ກອງປະຊຸມໄດ້ສຸມໃສ່ການແລກປ່ຽນບົດຮຽນ, ແນວຄິດ ແລະ ປະສົບການທາງວິຊາການກ່ຽວກັບການຫັນເປັນຕົວເມືອງ ແລະ ການຄຸ້ມຄອງຕົວເມືອງ ໂດຍເນັ້ນໃສ່ການວາງແຜນຕົວເມືອງ, ການພັດທະນາໂຄງລ່າງພື້ນຖານ, ການຈັດລະບຽບການຄຸ້ມຄອງການນຳໃຊ້ເຕັກໂນໂລຊີໃນການຄຸ້ມຄອງ ແລະ ການພັດທະນາຕົວເມືອງໃຫ້ສົມດູນ ແລະ ຍືນຍົງ. ພ້ອມນັ້ນ, ຝ່າຍລາວໄດ້ແລກປ່ຽນສະພາບການ, ທິດທາງ ແລະ ບັນຫາທ້າທາຍໃນຂະບວນການຫັນເປັນຕົວເມືອງທັນສະໄໝຢູ່ ສປປ ລາວ, ພ້ອມທັງສະເໜີແນວທາງໃນການສຶກສາ ແລະ ນຳໃຊ້ບົດຮຽນອັນເໝາະສົມຈາກສາກົນໃຫ້ສອດຄ່ອງກັບສະພາບຕົວຈິງຂອງ ສປປ ລາວ.
ບັນດາຜູ້ແທນໄດ້ແລກປ່ຽນຄໍາເຫັນຢ່າງກວ້າງຂວາງ ແລະ ລົງເລິກໃນຫຼາຍບັນຫາສຳຄັນ ແລະ ມີການເປີດກວ້າງປະກອບຄຳຄິດ ຄຳເຫັນ ທີ່ກ່ຽວພັນເຖິງຫຼາຍບັນຫາແບບສ້າງສັນ ແລະ ມີເນື້ອໃນອັນເລິກເຊິ່ງ ໃນນັ້ນມີການວາງແຜນ ແລະ ພັດທະນາຕົວເມືອງໃຫ້ສອດຄ່ອງກັບທິດທາງການຫັນເປັນທັນສະໄໝ; ການພັດທະນາຕາຂ່າຍໂຄງລ່າງພື້ນຖານ; ການຄຸ້ມຄອງຈະລາຈອນ, ສິ່ງແວດລ້ອມ ແລະ ຂີ້ເຫຍື້ອ; ການບໍລິຫານຕົວເມືອງດ້ວຍດິຈິຕອນ; ການສ້າງເມືອງທີ່ໜ້າຢູ່, ປອດໄພ ແລະ ຍືນຍົງ; ຕະຫຼອດຮອດການສ້າງກົນໄກການປະສານງານລະຫວ່າງພາກລັດ, ທ້ອງຖິ່ນ ແລະ ປະຊາຊົນ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ ແລະ ບັນລຸຜົນສຳເລັດຕາມຄາດໝາຍ ແລະ ປິດລົງ ໃນເວລາເຄິ່ງວັນດຽວກັນດ້ວຍຜົນສຳເລັດອັນຈົບງາມ.

ຂ່າວ: ຫ້ອງການສະພາທິດສະດີສູນກາງພັກ
ກວດແກ້: ອິດໄຊທອງ ສົມມະນີ
ພາບ: ດາວ












