
ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມການລົງຕິດຕາມ, ຊຸກຍູ້ວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ ຄອສພ, ຈຸດປະສົງເພື່ອເປັນການຕີລາຄາຄືນກ່ຽວກັບການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ວຽກງານຄໍາຮ້ອງ ຄໍາສະເໜີ ໃນໄລຍະຜ່ານມາ. ໂດຍການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈໍາພັກ ຮອງປະທານກວດກາພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ; ທ່ານ ຊື່ນຊົມ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ມີບັນດາປະທານກວດກາ ຕາງໜ້າໜ່ວຍພັກທີ່ໄດ້ເຮັດວຽກງານກວດກາເຂົ້າຮ່ວມ.
ທ່ານ ສະຫວ່າງ ດາລາແສນ ຮອງປະທານກວດກາ ຫົວໜ້າກົມກວດກາ ຄອສພ ໄດ້ລາຍງານກ່ຽວກັບການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ພາຍໃນ ຄອສພ ໃນໄລຍະຜ່ານມາວ່າ: ໃນໄລຍະ 1 ປີຜ່ານມາ ຄະນະກວດກາ ຄອສພ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນວຽກງານກົກ, ເປັນວຽກງານແຖວໜ້າໃນການເຄື່ອນໄຫວຊີ້ນຳ-ນໍາພາຂອງຕົນ ໄດ້ເອົາໃຈໃສ່ສຶກສາອົບຮົມພະນັກງານ, ສະມາຊິກພັກ, ລັດຖະກອນດ້ວຍການຈັດຕັ້ງເຊື່ອມຊຶມກຳແໜ້ນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍ ແລະ ບັນດາມະຕິຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂອງພັກ; ໄດ້ເອົາໃຈໃສ່ໃນການຕິດຕາມ, ກວດກາການຈັດຕັ້ງ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ເອກະສານຕ່າງໆຂອງຄະນະກວດກາສູນກາງພັກ ບົນພື້ນຖານນັ້ນ ໄດ້ຫັນມາເປັນແຜນການເຄື່ອນໄຫວວຽກງານກວດກາໃນແຕ່ລະໄລຍະໂດຍສອດຄ່ອງກັບທິດທາງວຽກງານລວມຂອງ ຄອສພ ແລະ ວຽກງານວິຊາສະເພາະຂອງບັນດາກົມ ພ້ອມທັງໄດ້ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດໃນແຕ່ລະໄລຍະຜ່ານມາ. ຄະນະໂຄສະນາອົບຮົມສູນກາງພັກ ມີ 23 ໜ່ວຍພັກ, ກັບ 2 ໜ່ວຍພັກຮາກຖານ ແລະ 1 ໜ່ວຍພັກບໍານານ ມີສະມາຊິກພັກທັງໜົດ 553 ສະຫາຍ ຍິງ 218 ສະຫາຍ, ໃນນັ້ນສະມາຊິກພັກບໍານານ 137 ສະຫາຍ ຍິງ 44 ສະຫາຍ, ສະມາຊິກພັກສໍາຮອງ 32 ສະຫາຍ ຍິງ 14 ສະຫາຍ. ວຽກງານຕິດຕາມ, ກວດກາລັດ. ຄະນະກວດກາ ຄອສພ ໄດ້ເຄື່ອນໄຫວຕິດຕາມ, ກວດກາຕາມແຜນການກວດກາປົກກະຕິ ປະຈໍາ 6 ເດືອນ, ປະຈໍາປີ ໂດຍໄດ້ກວດກາການປະຕິບັດໜ້າທີ່ຂອງບັນດາກົມ, ການຈັດຕັ້ງປະຕິບັດແຜນການຕາມໂຄງການວຽກງານຢູ່ບັນດາກົມ, ທຽບເທົ່າກົມ ຂຶ້ບກັບ ຄອສພ, ກວດກາການປິດບັນຊີງົບປະມານປະຈຳແຕ່ລະສົກປີ (ກວດກາ 0 ໂມງ) ຜ່ານການກວດກາລາຍຮັບ-ລາຍຈ່າຍຖືກຮ່ວງ, ຖືກຕ້ອງຕາມລະບຽບຫຼັກການ, ສອດຄ່ອງກັບກົດໝາຍງົບປະມານ ແລະ ມີປະສິດທິຜົນ, ການຄຸ້ມຄອງ-ນຳໃຊ້ວັດຖຸອຸປະກອນ, ພາຫະນະ ແລະ ການປະຕິບັດນະໂຍບາຍຕໍ່ພະນັກງານມີຄວາມຖືກຕ້ອງເປັນທໍາ ແລະ ເຄື່ອນໄຫວສໍາເລັດຕາມແຜນງານໂຄງການທີ່ໄດ້ກໍານົດໄວ້. ເອົາໃຈໃສ່ກວດກາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນໃນ ຄອສພ ເປັນແຕ່ລະໄລຍະ ໂດຍເລີ່ມ ຈາກການປັບປຸງກົງຈັກການຈັດຕັ້ງ, ກຳນົດຕຳແໜ່ງງານ, ຈັດວາງ, ຄຸ້ມຄອງ-ນຳໃຊ້ພະນັກງານໃຫ້ສອດຄ່ອງກັບຄວາມຮູ້-ຄວາມສາມາດຕົວຈິງຂອງແຕ່ລະຄົນ, ໄດ້ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດຕ້ານການສໍ້ລາດບັງຫຼວງ ພ້ອມທັງເພີ່ມທະວີຄວາມເປັນເຈົ້າການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ, ຕ້ານການຟຸມເຟືອຍ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ, ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ ເປັນພື້ນຖານໃນການສະກັດກັ້ນ, ການຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ໂດຍໄດ້ເອົາບັນຫາດັ່ງກ່າວເປັນເນື້ອໃນດໍາເນີນຊີວິດປະຈໍາເດືອນຂອງບັນດາໜວຍພັກ ຢ່າງເປັນປົກກະຕິ; ຈັດຕັ້ງປະຕິບັດການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ຕາມດຳລັດ ເລກທີ 159/ລບ, ລົງວັນທີ 4/6/2013 ແລະ ບົດແນະນຳການຈັດຕັ້ງປະຕິບັດ ການແຈ້ງຊັບສິນສະບັບເລກທີ 224/ອກລ, ລົງວັນທີ 13/12/2013 ມາຮອດປັດຈຸບັນ ໄດ້ຮັບເອກະສານແຈ້ງຊັບສິນ ແລະ ລາຍຮັບຄົບຖ້ວນ, ຄະນະຮັບຜິດຊອບແຈ້ງຊັບສິນກໍໄດ້ກວດກາເກັບມ້ຽນປົກປັກຮັກສາ ຖືກຕ້ອງຕາມລະບຽບວິໄນຢ່າງເຂັ້ມງວດ. ກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມກໍໄດ້ມີການແລກປ່ຽນບົດຮຽນ ຄໍາຄິດເຫັນ ຊຶ່ງກັນ ແລະ ກັນ ກ່ຽວກັບວຽກງານກວດກາ ແລະ ຈະເປັນຂໍ້ຄິດທີ່ສໍາຄັນກໍຄືເປັນທິດທາງອັນສໍາຄັນ ຊຶ່ງຈະຊ່ວຍໃຫ້ວຽກງານກວດກາຂອງ ຄອສພ ໄດ້ຮັບການຍົກລະດັບອີກບາດກ້າວໜຶ່ງຕື່ມອີກ.

(ຂ່າວ: ປະຊາຊົນ)



