ຄະນະຜູ້ແທນສື່ມວນຊົນລາວສືບຕໍ່ເຮັດວຽກຢູ່ເຂດເດຖະກິດພິເສດຟູກວັກ

ຄະນະຜູ້ແທນສື່ມວນຊົນລາວສືບຕໍ່ເຮັດວຽກຢູ່ເຂດເດຖະກິດພິເສດຟູກວັກ

ຂປລ. ໃນວັນທີ 29 ຕຸລາ 2026, ຄະນະສື່ມວນຊົນ ຂອງໂຄສະນາອົບຮົມສູນກາງພັກນໍາໂດຍ ສະຫາຍ ສົມສັກ ສະກຸນຄໍາຮອງຫົວໝ້າກົມສື່ມວນຊົນໄດ້ສືບຕໍ່ລົງເຮັດວຽກກັບກົມສື່ມວນຊົນກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ແລະ ພະແນກວັດທະນະທຳ ແລະ ກິລາ ຢູ່ເຂດເສດຖະກິດພິເສດຟູກວັກ (Phú Quốc) ແຂວງ ອານຢາງ (An giang), ນໍາໂດຍ ສະຫາຍ ດັ້ງ ຄັກ ເລີຍ ຮອງຫົວໜ້າກົມສື່ມວນຊົນ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ, ທັງສອງຝ່າຍໄດ້ແລກປ່ຽນແຜນການເຄື່ອນໄຫວກ່ຽວກັບວຽກງານສື່ມວນຊົນ   ສຳລັບ ປີ 2027 ໂດຍສະເພາະແມ່ນການ ຝຶກອົບຮົມໃຫ້ແກ່ນັກຂ່າວລາວ, ກະກຽມໃຫ້ແກ່ການວາງສະແດງກ່ຽວກັບຜົນສຳເລັດໃນການພັດທະນາເສດຖະກິດ ສັງຄົມຂອງ ສສ ຫວຽດນາມ ໃນຫົວຂໍ້ “ມູນມອງຂອງສື່ມວນຊົນ” ຊຶ່ງຈະໄດ້ຈັດຂື້ນ ຢູ່ ນະຄອນຫລວງວຽງຈັນ ສປປ ລາວ. ພ້ອມດຽວກັນນັ້ນກໍ່ໄດ້ແຈ້ງແຜນການເຄື່ອນໄຫວວຽກງານສື່ມວນຊົນຂອງ ສສ ຫວຽດນາມ ໃນການກະກຽມຮັບໃຊ້ໃຫ້ແກ່ກອງປະຊຸມ ເອເປັກ ທີ່ຈະຈັດຂຶ້ນໃນປີ 2027 ຢູ່ເຂດເສດຖະກິດພິເສດ ຟູກວັກ. ເຊິ່ງຈະມີນັກຂ່າວ ພາຍໃນ ແລະ ຕ່າງປະເທດ ເຂົ້າມາເຄື່ອນໄຫວເກັບກຳຂ່າວປະມານ 4.000 ກວ່າຄົນ. ທັງເຊີນຊວນນັກຂ່າວຂອງ ສປປ ລາວ ເຂົ້າຮ່ວມເພື່ອເກັບຂ່າວຕື່ມອີກ, ຝ່າຍຫວຽດນາມ ສະເໜີໃຫ້ຝ່າຍລາວ ແຕ່ງຕັ້ງຜູ້ປະສານງານໃນການແລກປ່ຽນຂໍ້ມູນຂ່າວສານເພື່ອໂຄະນາໃຫ້ແກ່ການກະກຽມຮັບໃຊ້ກກອງປະຊຸມດັ່ງກ່າວອີກດ້ວຍ