ກອງປະຊຸມສະຫຼຸບວຽກງານສະພາທິດສະດີສູນກາງພັກປະຈຳປີ 2024

ກອງປະຊຸມສະຫຼຸບວຽກງານສະພາທິດສະດີສູນກາງພັກປະຈຳປີ 2024

ໃນວັນທີ 8 ມັງກອນນີ້ ທີ່ຫ້ອງປະຊຸມຂອງສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ແຜນ ການປີ 2025 ພາຍໃຕ້ການເປັນປະທານ ຂອງ ສະຫາຍ  ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາ ສະພາທິດສະດີສູນກາງພັກ (ສທພ), ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ – ສັງຄົມແຫ່ງຊາດ ຮອງປະທານ ສທພ, ສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮອງປະທານ ສທພ, ສະຫາຍ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ, ບັນດາສະຫາຍຄະນະປະຈໍາສະພາທິດສະດີສູນກາງພັກ ແລະ ບັນນດາສະຫາຍສະມາຊິກສະພາທິດສະດີສູນກາງພັກເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ  ຄຳພັນ ເຜີຍຍະວົງ ໄດ້ໃຫ້ກຽດກ່າວເປີດພິທີ ພ້ອມທັງຕີລາຄາລວມສະພາບການເຄື່ອນໄຫວວຽກງານຕ່າງໆໝົດປີ 2024 ແລະ ວາງທິດທາງແຜນການ ເຄື່ອນໄຫວ ປະຈຳປີ 2025 ຊຶ່ງເປັນໄລຍະທ້າຍສະໄໝ ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດຖະບານ.

ຫຼັງຈາກນັ້ນ ສະຫາຍ ກິແກ້ວ ຈັນທະບູຣີ ຮອງຫົວໜ້າສະຖາບັນວິທະຍາສາດເສດຖະກິດ – ສັງຄົມແຫ່ງຊາດ, ຫົວໜ້າຄະນະເລຂາທິການວິທະຍາສາດ ສທພ ຂຶ້ນຜ່ານບົດສະຫຼຸບ ແລະ ຖອດຖອນບົດຮຽນກອງປະຊຸມສຳມະນາທິດສະດີສອງພັກລາວ-ຈີນຄັ້ງທີ XII; ສະຫາຍ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງຫົວໜ້າຄະນະເລຂາທິການວິທະຍາສາດ ສທພ ຂຶ້ນຜ່ານຂຶ້ນຜ່ານບົດສະຫຼຸບ ແລະ ຖອດຖອນບົດຮຽນກອງປະຊຸມສຳມະນາທິດສະດີສອງພັກລາວ-ຫວຽດນາມຄັ້ງທີ XI ແລະ ສະຫາຍ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກໄດ້ຂຶ້ນຜ່ານບົດສະຫຼຸບຜົນການຈັດຕັ້ງເຄື່ອນໄຫວຂອງສະພາທິດສະດີສູນກາງພັກ ປະຈຳປີ 2024 ແລະ ທິດທາງແຜນການເຄື່ອນໄຫວປີ2025 ຕະຫຼອດໄລຍະ 1 ປີ ຜ່ານມາ. ເຊິ່ງ ມີຫຼາຍວຽກງານທີ່ໄດ້ຮັບຜົນສຳເລັດ ແລະ ມີຫຼາຍວຽກທີ່ຈະຕ້ອງໄດ້ສຸມໃສ່ສືບຕໍ່ດຳເນີນໃຫ້ສຳເລັດຕາມແຜນການກຳນົດໄວ້. ແນໃສ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ການເມືອງ ຂອງສະພາທິດສະດີສູນກາງພັກ ໂດຍສະເພາະການເປັນເສນາທິການໃຫ້ແກ່ສູນກາງພັກ ໃນການດຳເນີນວຽກງານຄົ້ນຄວ້າທິດສະດີ-ພຶດຕິກຳ, ການສະໜອງຂໍ້ມູນ-ຂ່າວສານທາງດ້ານທິດສະດີ ເພື່ອປັບປຸງບູລະນະແນວທາງ ຂອງພັກ ພິເສດແມ່ນເພື່ອຕອບສະໜອງໃຫ້ແກ່ການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໂດຍສະເພາະບັນດາຫົວຂໍ້ສະເພາະທີ່ສູນກາງພັກໄດ້ມອບໝາຍໃຫ້.

ນອກຈາກນັ້ນກອງປະຊຸມຍັງໄດ້ສະຫຼຸບບົດຮຽນທີ່ຖອດຖອນໄດ້ໃນຈັດຕັ້ງກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຫວຽດນາມ ຄັ້ງທີ XI, ລາວ-ຈີນ ຄັ້ງທີ XII ແລະ ສະຫຼຸບຕີລາຄາຜົນສຳເລັດ, ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນປີ 2024 ທີ່ຜ່ານມາ. ເຊິ່ງແຕ່ລະສະຫາຍ ຄະນະປະຈຳ, ບັນດາສະຫາຍຮອງປະທານ ແລະ ສະມາຊິກສະພາທິດສະດີສູນກາງພັກ ໄດ້ຮ່ວມກັນປະກອບຄຳຄິດຄຳເຫັນຕໍ່ກັບບົດສະຫຼຸບດັ່ງກ່າວ ແລະ ຮັບຮອງເອົາທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2025 ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້.