
ຜົນສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ X
ຂອງໜ່ວຍພັກ ວາລະສານອະລຸນໃໝ່
————————
ໃນວັນທີ 17 ທັນວາ 2025 ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ໜ່ວຍພັກວາລະສານອະລຸນໃໝ່ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ X ຂອງຕົນຂຶ້ນຢ່າງເປັນທາງການ, ພາຍໃຕ້ຄຳຂວັນ: “ເພີ່ມທະວີການນຳພາ ຂອງໜ່ວຍພັກ, ພັດທະນາວາລະສານອະລຸນໃໝ່ ສູ່ແຖວໜ້າໃນການຄົ້ນຄວ້າ, ເຜີຍແຜ່ທິດສະດີ-ພຶດຕິກຳ ແຫ່ງຍຸກສະໄໝ” ໂດຍການເປັນປະທານຂອງ ສະຫາຍ ຫີນເພັດ ໄຊຍະສີພັນດອນ ເລຂາໜ່ວຍພັກວາລະສານອະລຸນໃໝ່, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ວິລະວອນ ພັນທະວົງ ກຳມະການປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຜູ້ຕາງໜ້າຄະນະພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ, ສະມາຊິກພັກອາວຸໂສບຳນານ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍພັກວາລະສານອະລຸນໃໝ່ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ສະຫາຍ ຫີນເພັດ ໄຊຍະສີພັນດອນ ເລຂາໜ່ວຍພັກວາລະສານອະລຸນໃໝ່ ໄດ້ຂຶ້ນຜ່ານບົດລາຍງານການເມືອງ, ໂດຍສະຫາຍ ໄດ້ຍົກໃຫ້ເຫັນຜົນສໍາເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IX ຂອງໜ່ວຍພັກວາລະສານອະລຸນໃໝ່ ກໍຄືການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານຮອບດ້ານ ເຊິ່ງໄດ້ສ້າງໜໍ່ແໜງສໍາຄັນເພື່ອເປັນປັດໄຈຍູ້ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງຂອງວຽກງານວາລະສານ ໃນຊຸມປີຕໍ່ໜ້າ. ໃນໄລຍະປີ 2021-2025 ໄດ້ຈັດພິມບົດລົງໃນວາລະສານອະລຸນໃໝ່ ໄດ້ທັງໝົດ 467 ບົດ; ໃນນັ້ນ ມີບົດຂຽນປະເພດຕ່າງໆ ຄື: ບົດການນໍາຂັ້ນຮອງລັດຖະມົນຕີຂຶ້ນໄປ ຈຳນວນ 81 ບົດ, ກວມ 17,34%; ບົດກອງບັນນາທິການ ແລະ ພະນັກງານພາຍໃນວາລະສານມີ 125 ບົດ, ກວມ 26,77%; ບົດເພື່ອນຮ່ວມງານ, ຜູ້ຊົງຄຸນວຸດທິ, ນັກຄົ້ນຄວ້າ, ຄູ-ອາຈານ, ເພື່ອນຜູ້ອ່ານຢູ່ສູນກາງ ແລະ ທ້ອງຖິ່ນ ທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 261 ບົດ, ກວມ 55,89%; ໄດ້ຍົກລະດັບວຽກງານວາລະສານໄປສູ່ທັນສະໄໝ ໄດ້ເປີດນຳໃຊ້ວາລະສານເອເລັກໂຕຼນິກ ແລະ ອື່ນໆ.
ໃນກອງປະຊຸມໃຫຍ່ ສະມາຊິກພັກໃນໜ່ວຍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ໂດຍມີຜູ້ສະໝັກເປັນຄະນະໜ່ວຍພັກ 5 ສະຫາຍ, ຍິງ 2 ສະຫາຍ. ໃນກອງປະຊຸມຄັ້ງປະຖົມມະລືກໄດ້ເຫັນດີເປັນເອກະພາບເລືອກເອົາ: ສະຫາຍ ຫີນເພັດ ໄຊຍະສີພັນດອນ ເປັນເລຂາໜ່ວຍພັກ; ສະຫາຍ ນາງ ຈັນທະວົງ ຫຼວງລາດ ເປັນຮອງເລຂາໜ່ວຍພັກ; ສະຫາຍ ນາງ ສູນທອນ ວິໄລຄູນ ເປັນຄະນະໜ່ວຍພັກ ທັງເປັນປະທານກວດກາ, ພ້ອມກັນນັ້ນ ຍັງໄດ້ເລືອກເອົາ ສະຫາຍ ສຸກສະຫວາດ ຈິດລະພົນ ເປັນຜູ້ຊ່ວຍວຽກງານກວດກາໜ່ວຍພັກ.

ເພື່ອເປັນທິດໃຫ້ແກ່ການເຄື່ອນໄຫວວຽກງານຂອງໜ່ວຍພັກ ວາລະສານອະລຸນໃໝ່, ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຊຶ່ງເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍສຳຄັນ ທັງເປັນທິດຊີ້ນຳໃຫ້ໜ່ວຍພັກ ກໍຄືສະມາຊິກພັກພວກເຮົາໄດ້ສູ້ຊົນບຸກບືນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກເຂັ້ມແຂງ. ໂດຍສະຫາຍໄດ້ເນັ້ນໜັກວ່າ: ຕ້ອງຍົກສູງຄວາມສາມາດໃນການຈັດຕັ້ງນຳພາວຽກພັກ-ພະນັກງານ, ຮັບປະກັນໃຫ້ໜ່ວຍພັກເຮັດໄດ້ໃນ 3 ວຽກໄປພ້ອມໆກັນ ຄື: ໜຶ່ງ, ສູ້ຊົນສືບຕໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມມາດຖານທີ່ການຈັດຕັ້ງກຳນົດໄວ້; ສອງ, ສ້າງຂະບວນການມະຫາຊົນທີ່ພົ້ນເດັ່ນ, ຟົດຟື້ນ ແລະ ສາມ, ສ້າງໃຫ້ໄດ້ຖັນແຖວສະມາຊິກພັກ, ພະນັກງານ 3 ເກັ່ງ ຄື: ເກັ່ງທາງດ້ານວຽກງານວິຊາສະເພາະ, ເກັ່ງທາງດ້ານການປຸກລະດົມຂົນຂວາຍ, ການເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ເກັ່ງໃນການນຳພາເຮັດວຽກງານຕົວຈິງ.

ສຳລັບຖັນແຖວສະມາຊິກພັກທຸກສະຫາຍ ກໍຕ້ອງເອົາໃຈໃສ່ຕໍ່ການສ້າງທັດສະນະ, ແນວຄິດທີ່ເປັນເອກະພາບ, ການເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ການຊ່ວຍເຫຼືອກັນແລະກັນ. ພ້ອມນັ້ນ, ກໍເອົາໃຈໃສ່ຕໍ່ການສ້າງຈິດສຳນຶກໃນການຕ້ານປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະຕ້ານກັບປະກົດການ 3 ບໍ່ ຄື: ໜຶ່ງ, ບໍ່ມາການ (ໂດຍບໍ່ມີເຫດຜົນ); ສອງ, ບໍ່ຮູ້ (ບໍ່ຮູ້ວຽກວິຊາສະເພາະ, ບໍ່ຮັບຜິດຊອບ); ສາມ, ບໍ່ລົງມືເຮັດຕົວຈິງ ແລະ ສຸມໃສ່ເສີມຂະຫຍາຍ 3 ມັກ ຄື: ມັກຊອກຮູ້ຄົ້ນຄວ້າຮ່ຳຮຽນ, ສະແຫວງຫາຄວາມຮູ້ອັນໃໝ່ທີ່ກ້າວໜ້າ; ມັກອ່ານ, ຂຽນ ແລະ ສະຫຼຸບຖອດຖອນບົດຮຽນ; ມັກການສະເໜີແນວຄິດຕ່າງໆທີ່ສ້າງສັນ ເພື່ອປັບປຸງ ແລະ ພັດທະນາຕົນເອງ, ເພື່ອນສະຫາຍ ແລະ ການຈັດຕັ້ງໜ່ວຍພັກ. ໃນນີ້ ຢາກເຮັດໄດ້ຢ່າງມີຜົນສຳເລັດ, ບັນດາສະຫາຍ ກໍຕ້ອງສູ້ຊົນສ້າງທັດສະນະທີ່ຖືກຕ້ອງ ແລະ ສຸມໃສ່ໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ໂດຍຍືດຖືການເຮັດວຽກ 4 ເຕັມ ຄື: ໜຶ່ງ, ເຕັມໃຈ; ສອງ, ເຕັມກຳລັງແຮງ; ສາມ, ເຕັມຄວາມສາມາດ ແລະ ສີ່, ເຕັມເວລາ.
ກອງປະຊຸມໃຫຍ່ໄດ້ຮຽກຮ້ອງມາຍັງສະມາຊິກພັກພາຍໃນໜ່ວຍພັກ ວາລະສານອະລຸນໃໝ່ ທຸກສະຫາຍຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ເອົາໃຈໃສ່ປັບປຸງຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານທີ່ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຮອງເອົາໃຫ້ບັນລຸຜົນສຳເລັດດ້ວຍປະສິດທິຜົນສູງ ເພື່ອສ້າງໜ່ວຍພັກວາລະສານອະລຸນໃໝ່ສືບຕໍ່ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ຂ່າວ: ວາລະສານອະລຸນໃໝ່




