ສົມພິນິດ ວົງສົມບັດ

ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສໍາພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ.

ໃນຕອນເຊົ້າວັນທີ 28 ຕຸລາ 2026 ທີ່ຄະນະໂຄສະນາອົບຮົມສູນກາງພັກ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສຳພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ ທາງດ້ານການພົວພັນຮ່ວມມືລາວ-ຫວຽດນາມ 65 ປີ ທີ່ຜ່ານມາ ແລະ ການເພີ່ມພູນຄູນສ້າງສາຍພົວພັນອັນດີງາມລະຫວ່າງ ລາວ-ຫວຽດນາມ ໃນຕໍ່ໜ້າ.

ຄະນະຜູ້ແທນສື່ມວນຊົນລາວ ຄອສພ ຢ້ຽມຢາມແລກປ່ຽນບົດຮຽນ ແລະ ເຮັດວຽກຢູ່ ສສ ຫວຽດນາມ.

ຕອນເຊົ້າວັນທີ 26 ຕຸລາ 2026, ຄະນະຜູ້ແທນລາວສື່ມວນຊົນລາວ ນໍາໂດຍ ສະຫາຍ ສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນ ໄດ້ພົບ ປະ ແລະ ເຮັດວຽກກັບ ພະແນກວັດທະນະທຳ ແລະ ກິລາ, ໜັງສືພີມຕວຍແຈ, ວິທະຍຸ, ໂທລະພາບ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ນະຄອນ ຫລວງໂຮຈີມິ່ນ ເຊິ່ງນໍາໂດຍສະຫາຍ ເລ ວັນ ທາຍ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ນະຄອນໂຮ່ຈິມິງ, ທັງສອງຝ່າຍ ໄດ້ແລກບົດຮຽນກ່ຽວກັບການຄຸ້ມຄອງຂໍ້ມູນຂ່າວສານໃນສະພາບການຫັນເປັນດີຈີຕ໋ອນເຊິ່ງເປັນການນິຍົມຫລາຍໃນສື່ສັງຄົມອອນລາຍໃນຍຸກປະຈຸ ບັນ, ການນໍາໃຊ້ປັນຍາປະດິດເຂົ້າໃນວຽກງານສື່ມວນຊົນ.

ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ (ເວັບໄຊສ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ III ປີ 2026.

ໃນຕອນບ່າຍ ຂອງວັນທີ 6 ຕຸລາ 2026, ພະແນກເຕັກໂນໂລຊີຊໍ້ມູນຂ່າວສານ ກົມຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ(ເວັບໄຊສ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ III (7-8-9) 2026, ທິດທາງແຜນການປະຈໍາໄຕມາດ IV (10-11-12)/2026 ທີ່ຫ້ອງປະຊຸມທາງໄກ ຊັ້ນ 4 ຄອສພ ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ນາງ ອິດໄຊທອງ ສົມມະນີ ຫົວໜ້າພະແນກເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າຮ່ວມມີ: ຮອງພະແນກແນກເຕັກໂນໂລຊີຂໍ້ມູນຂ່າວສານ ພ້ອມດ້ວຍພະນັກງານ ແລະ ຄະນະຮັບຜິດຊອບວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊສ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ.

ກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານກ່ຽວກັບ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄ ສະນາອົບຮົມສຸນກາງພັກຄຸ້ມຄອງ

ໃນວັນທີ 6 ຕຸລາ 2026 ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານກ່ຽວກັບ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສຸນກາງພັກຄຸ້ມຄອງ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6) ເຊິ່ງໃຫ້ກຽດເປັນປະທານໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ຄະນະບໍລິຫານພັກ, ບັນດາຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມເຜີຍແຜ່ ເຊື່ອມຊືມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ບັນດາເອກະສານສໍາຄັນຕ່າງໆຂອງພັກ.

ໃນວັນທີ 9 ກັນຍາ 2026 ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຜີຍແຜ່ ເຊື່ອມຊືມມະຕິກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ບັນດາເອກະສານສໍາຄັນຕ່າງໆ ຂອງຂອງພັກ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄອສພ(ຫຼັກ6) ເຊິ່ງໃຫ້ກຽດເປັນປະທານໂດຍ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ບັນດາທ່ານກໍາມະການສົມບູນ, ສໍາຮອງ ສູນກາງພັກ, ຄະນະບໍລິຫານງານພັກ, ບັນດາຫົວຫນ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

1 2 3 … 50