System

ພິທີເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໄອທີ ປະຈຳປີ 2019 ໃຫ້ແກ່ພະນັກງານພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ

ພິທີເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໄອທີປະຈຳປີ2019ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໄອທີໃຫ້ແກ່ພະນັກງານບັນດາກົມຢູ່ພາຍໃນຄອສພ ເປັນເວລາ 5 ວັນລະຫວ່າງວັນທີ 23 -27 ກັນຍາ 2019 ທີ່ຜ່ານມາ.ໃຫ້ກຽດເປັນປະທານກ່າວເປີດພິທີໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ, ເຂົ້າຮ່ວມ​ມີ: ຄະນະຮັບຜິດຊອບຝຶກອົບຮົມ ແລະ ພະນັກງານວິຊາການຈາກບັນດາກົມອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກຈຳນວນ 16 ສະຫາຍ, ຍິງ 11 ສະຫາຍ. ຈຸດປະສົງ​ໃນ​ການ​ເປີດ​ຊຸດ​ອົບຮົມ​ຄັ້ງນີ້ ​ແມ່ນ​ເພື່ອ​​ຍົກ​ລະດັບ​ຄວາມ​ຮູ້​, ຄວາມ​ສາມາດ​ໃຫ້​ພະນັກງານ​ວິຊາ​ການ​ພາຍໃນ ຄອສພ ກ່ຽວກັບ​ວຽກງານຂໍ້ມູນຂ່າວສານໃຫ້ນັບມື້ນັບສູງ, ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ປະກອບມີ 7 ບົດຄື: ຄວາມຮູ້ພື້ນຖານກ່ຽວກັບການສື່ສານຂໍ້ມູນ ການຮຽນຮູ້ກ່ຽວກັບຮາດແວ(Hardware) ພື້ນຖານການບຳລຸງຮັກສາລະບົບຄອມພິວເຕີ ການນຳໃຊ້ໂປຣແກຣມ Lao Antivirus, ການແກ້ໄຂໄວຣັດ ແລະ ການປ່ຽນຟອນເອກະສານ ການນຳໃຊ້ Google drive ການເກັບໄຟລ, ຂໍ້ມູນຕ່າງໆໄວ້ແຜ່ນ CD, DVD ດ້ວຍໂປຣແກຣມ Nero Express8 ການນຳໃຊ້ Microsoft Office word, […]

ຊາວໝຸ່ມຄະນະໂຄສະນາອົບຮົມສູນກາງພັກ ໄປທັດສະນະສຶກສາຢ້ຽມຊົມເຂດອະນຸສອນສະຖານ ປະທານໄກສອນ ພົມວິຫານ(ຫຼັກ 6)

ຊາວໝຸ່ມຄະນະໂຄສະນາອົບຮົມສູນກາງພັກໄປທັດສະນະສຶກສາຢ້ຽມຊົມເຂດອະນຸສອນສະຖານ ປະທານໄກສອນ ພົມວິຫານ(ຫຼັກ 6) ໃນຕອນເຊົ້າວັນທີ 29 ທັນວາ 2019 ທີ່ຜ່ານມາ ຊາວໝຸ່ມຄະນະໂຄສະນາອົບຮົມສູນກາງພັກ ໄປທັດສະນະສຶກສາຢ້ຽມຊົມເຂດອະນຸສອນສະຖານ ປະທານໄກສອນ ພົມວິຫານ(ຫຼັກ 6) ເພື່ອຕ້ອນຮັບວັນຊາດ 2 ທັນວາ ຄົບຮອບ 44 ປີ ແລະ ລະນຶກເຖີງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ ເຊີ່ງນຳໂດຍ ສະຫາຍ ສະບາຍດີ ຄູນທະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສະມາຊິກຊາວໝຸ່ມແຕ່ລະກົມທັງໝົດຈຳນວນ 50 ສະຫາຍ, ຍິງ 24 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີດັ່ງກ່າວໄດ້ມີການວາງກະຕ່າດອກໄມ້ ເພື່ອໄວ້ອາໄລ ແລະ ຈາລຶກຜົນງານ, ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ. ຈຸດປະສົງເພື່ອໃຫ້ຊາວໜຸ່ມ, ນັກຮຽນ, ນັກສຶກສາຕະຫຼອດຮອດປະຊາຊົນບັນດາເຜົ່າຮູ້ ແລະ ເຂົ້າໃຈປະຫວັດຄວາມເປັນມາ, ການກຳເນີດຂອງພັກປະຊາຊົນປະຕິວັດລາວ, […]

ຄະນະຊາວໜຸ່ມ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​ຮ່ວມກັບ ຊາວໜຸ່ມ 6 ອົງການຈັດຕັ້ງພັກ ຈັດຕັ້ງພິທີລະນຶກວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ97 ປີ.

ໃນຕອນ​ເຊົ້າ​ວັນ​ທີ 13 ທັນວາ​ 2017 ຜ່ານມາ. ຄະນະຊາວໜຸ່ມ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​ຮ່ວມກັບ ຊາວໜຸ່ມ 6 ອົງການຈັດຕັ້ງພັກ​​​ໄດ້ຈັດຕັ້ງພິທີລະນຶກວັນຄ້າຍວັນເກີດ ປະທານ ໄກສອນ

ທີ່ມາ ແລະ ການກຳເນີດເວັບໄຊແຫຼ່ງທຳອິດຂອງໂລກ

ທີ່ມາ ແລະ ການກຳເນີດເວັບໄຊແຫຼ່ງທຳອິດຂອງໂລກ ເວັບໄຊທຳອິດຂອງໂລກມີຊື່ວ່າ http: info.cern.ch. ໄດ້ປະກົດຕົວເປັນຄັ້ງທຳອິດໃນໂລກໄຊເບີໃນວັນທີ 6 ສິງຫາ 1991, ສ້າງໂດຍນັກຟີຊິກສາດອັງກິດ ທີມ ເບີເນີ ລີ(Tim Berners Lee). ເຊິ່ງເຮັດວຽກເປັນທີ່ປຶກສາໃຫ້ແກ່ອົງການເອີຣົບເພື່ອການຄົ້ນຄວ້ານິວເຄຼຍ(European Organization for Nuclear Research) ຫຼື ຕົວຫຍໍ້ CERN, ສ້າງຕັ້ງຂື້ນໃນເດືອນມີນາ ປີ1989 ແລະ ມີສຳນັກງານໃຫຍ່ຢູ່ເຈນີວາປະເທດສະວິດເຊີແລນ. ທີມ ເບີເນີ ລີ(Berners Lee) ໄດ້ມີແນວຄວາມຄິດໃນການສ້າງເວັບໄຊຫລັງຈາກ ວີນເຕີ້ເຊີບ(Winterserv) ແລະ ບ໋ອບຄານ(Bob Kahn) ສ້າງເຄືອຂ່າຍເຊື່ອມຕໍ່ໃຊ້ໃນການສົ່ງຂໍ້ມູນເປັນກຸ່ມ. ຈາກຄອມພິວເຕີ້ຜ່ານສາຍໄຟໄປຍັງຄອມພິວເຕີ້ເຄື່ອງອື່ນໆ ຫຼື ດັ່ງທີ່ພວກເຮົາຮູ້ກັນດີ “ອິນເຕີເນັດ”. ຈຸດປະສົງຂອງການສ້າງເວັບໄຊ ທີມ ເບີເນີ ລີ(Tim Berners Lee)ແມ່ນເພື່ອໃຫ້ປະຊາຊົນແບ່ງປັນຂໍ້ມູນ ເຊິ່ງສາມາດແບ່ງປັນກັນໄດ້ໂດຍທາງອິນເຕີເນັດ. ເວົ້າອີກຢ່າງໜຶ່ງ ແທນທີ່ຈະຕ້ອງສົ່ງຂໍ້ມູນຢູ່ໃນມືໃຫ້ຄົນອື່ນປ່ຽນເປັນ ພວກເຮົາສາມາດນັ່ງເບິ່ງ ແລະ ອ່ານຂໍ້ມູນດັ່ງກ່າວໃນເວລາດຽວກັນ ແລະ […]

1 14 15 16 17 18 21