ຄອສພ ສ້າງຂະບວນການປູກຕົ້ນໄມ້ ສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດກິດຈະກຳປູກຕົ້ນໄມ້ຄືນຄວາມອຸດົມສົມບູນໃຫ້ທຳມະ ຊາດ ເພື່ອສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ໃນວັນທີ 1 ມິຖຸນາ 2026 ໂດຍມີ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າ ຄອສພ, ມີຮອງຫົວໜ້າ ຄອສພ, ຄະນະພັກ- ຄະນະນໍາ, ບັນດາກົມ ແລະ ທຽບເທົ່າກົມ, ພະນັກງານ -ລັດຖະກອນ ພາຍໃນ ຄອສພ ເຂົ້າຮ່ວມ.
