ສາລະໜ້າຮູ້

ກອງປະຊຸມວຽກງານການເມືອງແນວຄິດຄັ້ງທີ V ເປີດຂຶ້ນທ່າມກາງສະພາບການຂອງໂລກມີການປ່ຽນແປງຄັ້ງໃຫຍ່

ກອງປະຊຸມວຽກງານການເມືອງແນວຄິດຄັ້ງທີ V ເປີດຂຶ້ນທ່າມກາງສະພາບການຂອງໂລກມີການປ່ຽນແປງຄັ້ງໃຫຍ່ ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ປີ 2022ໄດ້ຊີ້ໃຫ້ເຫັນວ່າໃນສອງທົດສະວັດຂອງຕົ້ນສະຕະວັດ ທີ 21 ນີ້ ໂລກໄດ້ຜ່ານຫຼາຍເຫດການທີ່ສໍາຄັນທາງດ້ານການເມືອງ,

ປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດທີ 7 ຕຸລາ 1907.

ໃນຂະບວນວິວັດແຫ່ງພັດທະນາຊັບພະຍາກອນມະນຸດ ມີບົດບາດສໍາຄັນໃນການປະກອບສ່ວນສ້າງບຸກຄະລາກອນທີ່ມີຄຸນນະພາບໃນການສ້າງສາພັດທະນາປະເທດຊາດ ຄູໝາຍເຖິງຜູ້ທີ່ມີຄວາມຮູ້ ແລະ ປະສົບການ ສູງໃນການຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ໄປສູ່ຜູ້ບໍ່ຮູ້ ເອີ້ນວ່າ: ການຮຽນ ແລະ ການສອນ. ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງ ເຂົ້າມາຍຶດຄອງປະເທດລາວ ໃນປີ ຄສ 1893 ລະບົບການສຶກສາຂອງພວກເຮົາບໍ່ໄດ້ຮັບການເສີມຂະຫຍາຍພໍທໍ່ໃດ ໂດຍສະເພາະແມ່ນໂຮງຮຽນຢູ່ໃນປະເທດລາວມີບໍ່ພໍເທົ່າໃດແຫ່ງ. ຈົນມາເຖິງປີ ຄສ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ສອງແຫ່ງຄື: ຫຼວງພະບາງ ແລະ ວຽງຈັນ, ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍ ໃນຈຳນວນດັ່ງກ່າວ ໄດ້ມີຄົນລາວຊື່ ທ້າວຄຳ ໄດ້ຮຽນຈົບຫ້ອງທີ I (ປ.6). ປີ ຄສ 1907 ທ້າວ ຄຳ ໄດ້ເຂົ້າຮ່ວມຮັບການອົບຮົມຄູ ຊຶ່ງຖືວ່າເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ ພາຍຫຼັງການອົບຮົມສຳເລັດ ມາເຖິງວັນທີ 7 ຕຸລາ 1907 ທ້າວຄຳເລີ່ມເປັນຄູສອນ. ຍ້ອນພວກລ່າເມືອງຂຶ້ນຝຣັ່ງເຫັນອິດທິພົນຂອງພະສົງໃນວຽກງານ

ການພັດທະນາແບບຍືນຍົງ

ການພັດທະນາແບບຍືນຍົງ ການພັດທະນາແບບຍືນຍົງ ໝາຍເຖິງການພັດທະນາ ທີ່ທັງຕອບສະໜອງຄວາມຕ້ອງການ ຂອງຄົນລຸ້ນນີ້ ແຕ່ບໍ່ທໍາລາຍຄວາມອາດສາມາດ

ແນວຄິດປະທານໄກສອນ ພົມວິຫານ ກ່ຽວກັບກົດໝາຍ.

ແນວຄິດປະທານໄກສອນ ພົມວິຫານ ກ່ຽວກັບກົດໝາຍ. ບໍ່ວ່າລະບອບການເມືອງ, ສັງຄົມໃດ, ກົດໝາຍ ແມ່ນເຄື່ອງມືຕົ້ນຕໍໃນການປົກປັກຮັກສາການປົກຄອງ ຂອງຊົນຊັ້ນກໍາອໍານາດ ແລະ ດໍາເນີນການປົກຄອງປະເທດ ຕາມແນວທາງການເມືອງຂອງພັກ. ປະທານ ໄກສອນ ພົມວິຫານ ເອົາໃຈໃສ່ສຶກສາຄົ້ນຄວ້າ ກ່ຽວກັບການສ້າງກົດ ໝາຍຂອງປະເທດເຮົາ ເພື່ອສ້າງລັດທີ່ປົກຄອງດ້ວຍກົດໝາຍ. ເພິ່ນກ່າວວ່າ: “ສ້າງກົດໝາຍ ໂດຍແນໃສ່ປົກປັກຮັກສາອະທິປະໄຕຂອງຊາດ, ສິດ ແລະ ຜົນປະໂຫຍດ ແລະ ພັນທະຂອງປະຊາຊົນຜູ້ອອກແຮງງານທຸກເຜົ່າ”¹. ຫຼັງຈາກນັ້ນຕໍ່ ມາໃນເວລາເວົ້າເຖິງທິດທາງ ແລະ ໜ້າທີ່ຕົ້ນຕໍທາງດ້ານເສດຖະກິດ-ສັງຄົມ ຂອງສະໄໝຂ້າມຜ່ານ ແລະ ຂອງຊຸມປີຕໍ່ໜ້າ, ປະທານ ໄກສອນ ພົມວິຫານ ຍິ່ງເຫັນໄດ້ບົດບາດຂອງກົດໝາຍໃນການຄຸ້ມຄອງສັງຄົມ, ເພິ່ນໄດ້ກ່າວວ່າ: “ຢາກຄຸ້ມຄອງສັງຄົມໄດ້ ແມ່ນບໍ່ມີວິທີທາງໃດອື່ນນອກເໜືອໄປຈາກການສ້າງ ແລະບູລະນະລະບົບນະໂຍບາຍກ່ຽວກັບດ້ານຕ່າງໆ ຂອງຊີວິດສັງຄົມ… ຄຽງຄູ່ ກັບການສ້າງ ແລະ ບູລະນະນະໂຍບາຍ, ພວກເຮົາຈະຕ້ອງເຮັດໃຫ້ນະໂຍບາຍ ເຫຼົ່ານັ້ນ ເປັນລະບົບກົດໝາຍ, ເປັນກົດບັນຍັດລະອຽດ ເພາະວ່າ ຖ້າຫາກບໍ່ມີ ກົດໝາຍ, ບໍ່ມີກົດຂໍ້ບັງຄັບໃນສັງຄົມແລ້ວ ກໍຈະຄຸ້ມຄອງສັງຄົມບໍ່ໄດ້ […]

ພະນັກງານ ສ ເກົາຫຼີຫຼາຍກວ່າເຄິ່ງໜຶ່ງນຳໃຊ້ AI

ພະນັກງານ ສ ເກົາຫຼີຫຼາຍກວ່າເຄິ່ງໜຶ່ງນຳໃຊ້ AI ໃນວັນທີ 18 ສິງຫາ ຜ່ານມາ ທະນາຄານກາງ ສ ເກົາ ຫຼື (BOK) ເປີດເຜີຍວ່າ, ພະນັກງານຫຼາຍກວ່າເຄິ່ງໜຶ່ງໃຊ້ ປັນຍາປະດິດແບບສ້າງສັນ ຫຼື Generative AI ໃນບ່ອນເຮັດວຽກ ແລະ ຄາດຄະເນວ່າ AI ໄດ້ປະກອບສjວນປະມານ 1% ເຂົ້າໃນ GDP ຂອງປະເທດໃນ ໄລຍະ 2 ປີຜ່ານມາ. ຜົນການສໍາຫຼວດຂອງ BOK, ທີ່ດໍາເນີນໃນລະຫວ່າງ ວັນທີ 19 ພຶດສະພາ ຫາ 17 ມິຖຸນາ ໃນບັນດາພະນັກງານ ຈຳນວນ 5,512 ຄົນ ທີ່ມີອາຍຸ ລະຫວາງ 15 ຫາ 64 ປີ, ພົບ ວ່າ 51.8% ຂອງພະນັກງານ ສ […]

1 2 3 13