ກິລາ ແລະ ສິລະປະ

ການແຂ່ງຂັນກິລາເຕະບານ ຊິງຂັນສະຫາຍເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ Lao Youth Union Cup ປະຈຳປີ 2024

ການແຂ່ງຂັນກິລາເຕະບານ ຊິງຂັນສະຫາຍເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ Lao Youth Union Cup ປະຈຳປີ 2024 ໃນວັນທີ 15 ມັງກອນ 2025 ຜ່ານມານີ້, ທີມບານເຕະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມການແຂ່ງຂັນກິລາເຕະບານ

ຄະນະໂຄສະນາອົບຮົມສູນກາງພັກ ແລະ ລັດວິສາຫະກິດຖືຮຸ້ນລາວສ້າງຂະບວນການຫຼີ້ນກິລາເຕະບານເພື່ອຕ້ອນຮັບກອງປະຊຸມໃຫຍ່ຂອງຕົນ

ຄະນະໂຄສະນາອົບຮົມສູນກາງພັກ ແລະ ລັດວິສາຫະກິດຖືຮຸ້ນລາວສ້າງຂະບວນການຫຼີ້ນກິລາເຕະບານຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ  V ຂອງໜ່ວຍພັກລັດວິສາຫະກິດຖືຮຸ້ນລາວ ໃນຕອນແລງວັນທີ 14 ມິຖຸນາ 2024 ຜ່ານມາທີ່ເດີນບານເຕະວິກຕໍຣີ ຫຼັກ4 ນະຄອນຫຼວງວຽງຈັນ,  ໄດ້ຈັດການ​ແຂ່ງຂັນ​ເຕະບານ​ມິດຕະພາບ ລະຫວ່າງ ທີມນັກກິລາຊາຍ ຄະນະໂຄສະນາອົບຮົມສູນກາງພັກ ກັບ ທີມກິລາລັດວິສາຫະກິດຖືຮຸ້ນລາວເພື່ອຕ້ອນຮັບກອງປະຊຸມໃຫຍ່ຂອງຕົນ, ໃຫ້ກຽດເຂົາຮ່ວມມີ ທ່ານ ປອ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມ ພ້ອມດ້ວຍນັກກິລາ ເພື່ອເປັນການສ້າງຄວາມ​ສາມັກຄີພາຍໃນພາຍນອກໃຫ້ ແໜ້ນແຟ້ນທັງເປັນການ​ພັດທະນາ​ຮ່າງກາຍ​ໃຫ້​ມີ​ຄວາມ​ແຂງແກ່ນ, ມີອາລົມ​ຈິດທີ່ດີ ແລະ ມີສຸຂະພາບແຂງແຮງ ເພື່ອ​ກຽມພ້ອມ​ປະຕິບັດ​ວຽກງານ​ວິຊາ​ສະເພາະ​ໃຫ້​ມີ​ຄຸນ​ນະ​ພາບ ແລະ ສໍາ​ເລັດ​ຕາມ​ລະດັບ​ຄາດໝາຍ​ທີ່ວາງ​ໄວ້.

ຄະນະນຳ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມງານແຂ່ງຂັນກິລາແລ່ນມາລາທອນ

ຄະນະນຳ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມງານແຂ່ງຂັນກິລາແລ່ນມາລາທອນ           ໃນວັນທີ 1ທັນວາ2023 ນີ້ ໂດຍຕອບສະໜອງຕາມຄຳເຊີນ ຂອງບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ເລກທີ 618/LCR2023 ຄະນະນຳ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຈຳນວນ20ສະຫາຍ ໄດ້ເຂົ້າຮ່ວມງານແຂ່ງຂັນກິລາແລ່ນມາລາທອນເພື່ອສະເຫຼີມສະຫຼອງການເປີດ

ການນໍາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກິດຈະກຳບານເຕະ ຂອງຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ

ໃນວັນທີ 19 ຕຸລາ 2023 ຄະນະຮັບຜິດຊອບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກິດຈະກຳກິລາບານເຕະ ຢູ່ ເດີນບານເຕະຂອງກົມໃຫຍ່ພາລາທິການກອງທັບ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະຮັບຜິດຊອບຊຸດຮຽນຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍນັກສຶກສາທັງໝົດເຂົ້າຮ່ວມຢ່າງຟົດຟື້ນ. ໃນການຈັດກິດຈະກຳກິລາໃນຄັ້ງນີ້ ແມ່ນນອນຢູ່ໃນຫຼັກສູດການຮຽນທິດສະດີການເມືອງຂັ້ນຕົ້ນ ເພື່ອໃຫ້ນັກສຶກສາໄດ້ມີການຜ່ອນຄາຍຈາກການຄົ້ນຄວ້າຮໍ່າ ຮຽນ ທັງເປັນການອອກກໍາລັງກາຍເພື່ອສຸຂະພາບທີ່ດີ ແລະ ເປັນການຮັດແໜ້ນຄວາມສາມັກຄີຮັກແພງ ລະຫວ່າງນັກສຶກສາດ້ວຍກັນ ແລະ ຄະນະຮັບຜິດຊອບຊຸດຮຽນ.

ຜົນສຳເລັດກອງປະຊຸມ ເລືອກຕ້ັງຄະນະໜ່ວຍສິລະປະຊຸດໃໝ່ ຄອສພ

ຜົນສຳເລັດກອງປະຊຸມ ເລືອກຕ້ັງຄະນະໜ່ວຍສິລະປະຊຸດໃໝ່ ຄອສພ     ກອງປະຊຸມ ໜ່ວຍສິລະປະ ຄອສພ ໄດ້ຈັດຂຶ້ນໃນວັນ 30 /08/2022  ເວລາ 8:30-11:00 ໂມງ, ທີ່ຫ້ອງປະຊຸມຊັ້ນ 2 ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານ

1 2 3