3 ອົງການຈັດຕັ້ງມະຫາຊົນ

ພິທີຝຶກອົບຮົມວຽກງານໄອທີໃຫ້ແກ່ຊາວໜຸ່ມ ຄອສພ

ພິທີຝຶກອົບຮົມວຽກງານໄອທີໃຫ້ແກ່ຊາວໜຸ່ມ ຄອສພ     ໃນວັນທີ 22 ກັນຍາ 2020 ທີ່ຫ້ອງອິນເຕີເນັດຊັ້ນ3 ຂອງກົມຂໍ້ມູນຂ່າວສານຄະນະໂຄສະນາອົບຮົມສູນກາງພັກໄດ້ເປີດຝຶກອົບຮົມວຽກງານໄອທີໃຫ້ແກ່ຊາວໜຸ່ມ ຄອສພໂດຍໃຫ້ກຽດເຂົ້າຮ່ວມໂດຍທ່ານ ນ. ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາຊິກຊາວໜຸ່ມຈຳນວນ 15 ສະຫາຍ, ຍິງ 12 ສະຫາຍ.     ໃນພິທີ ທ່ານ ນ. ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມຂອງຄະນະໂຄສະນາອົບຮົມສູນກາງພັກກ່າວເປີດພິທີ ແລະ ກ່າວຈຸດປະສົງ ໃນການເປີດຊຸດຝຶກອົບຮົມວຽກງານໄອທີໃຫ້ແກ່ຊາວໜຸ່ມ ຄອສພ ໃນຄັ້ງນີ້ ພ້ອມນັ້ນໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມເອົາໃຈໃສ່ຍາດແຍ່ງເອົາຄວາມຮູ້ເພື່ອນຳໄປໝູນໃຊ້ເຂົ້າໃນການ ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ. ເນື້ອໃນການຝຶກອົບຮົມໃນຄັ້ງມີຄື: ການກຳນົດສິດຕ່າງໆໃນການນຳໃຊ້ຄອມພິວເຕີ. ການບຳລຸງຮັກສາຄອມພິວເຕີ ແລະ ການຝຶກການວາງມືໃນການພິມ ຄວາມຮູ້ພື້ນຖານນຳໃຊ້ໂປຼແກຼມ Excel ການແກ້ໄຂ Usbທີ່ມີໄວຣັດ ວິທີດາວໂຫຼດ ແລະ ຕິດຕັ້ງແອນຕິ້ໄວຣັດ ການນຳໃຊ້gmail ແລະ google drive ການນຳໃຊ້ໂປຼແກຼມ Anydesk ຄວາມຮູ້ພື້ນຖານນຳໃຊ້ໂປຼແກຼມ Powerpoint     ການຝຶກອົບຮົມໄດ້ດຳເນີນມາຮອດວັນທີ 15 […]

ກອງປະຊຸມສຳມະນາກ່ຽວກັບການພັດທະນາເສດຖະກິດ ດີຈີຕ໋ອນ ຢູ່ ສປປ ລາວ

ກອງປະຊຸມສຳມະນາກ່ຽວກັບການພັດທະນາເສດຖະກິດ ດີຈີຕ໋ອນ ຢູ່ ສປປ ລາວ       ວັນທີ 8 ຕຸລາ 2020, ຜ່ານມາ,ທີ່ຫ້ອງປະຊຸມໃຫຍ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ (ຫຼັກ 14, ບ້ານດອນຕິ້ວ) ທ່ານ ນ ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສະມາຊິກໄດ້ເຂົ້າຮ່ວມກອງປະຊຸມ

ແຂ່ງຂັນບານເຕະມິດຕະພາບລະຫວ່າງ ຄະນະຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະຊາວໜຸ່ມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ

ແຂ່ງຂັນບານເຕະມິດຕະພາບລະຫວ່າງ ຄະນະຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະຊາວໜຸ່ມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ        ໃນ ວັນທີ 8 ຕຸລາ 2020 ທີ່ຜ່ານມາ ຄະນະບໍລິຫານງານຊາວໜຸ່ມຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີແຂ່ງຂັນກິລາບານຊາຍມິດຕະພາບກັບຄະນະບໍລິຫານງານຊາວໜຸ່ມຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດຢູ່ທີ່ເດີນບານຊ້າງ 3 ບ້ານຊ້າງຄູ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີ: ເລຂາ, ຮອງເລຂາໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຂອງ 2 ພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.        ໃນພິທີ ທ່ານ ນາງ ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ກ່າວວ່າ: ການສ້າງຂະບວນການແຂ່ງຂັນກິລາໃນຄັ້ງນີ້ເປັນການສ້າງໂອກາດໃຫ້ຊາວໜຸ່ມ ໄດ້ແລກປ່ຽນບົດຮຽນດ້ານວຽກງານກິລາຮ່ວມກັນ, ສ້າງເງື່ອນໄຂກະຕຸກຊຸກຍູ້ໃຫ້ຊາວໜຸ່ມຫັນມາຫຼິ້ນກິລາຢ່າງເປັນຂະບວນຟົດຟື້ນທັງເປັນການເຊື່ອມສານຄວາມສາມັກຄີລະຫວ່າງຊາວໜຸ່ມທັງສອງຝ່າຍ. ນອກນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກກິລາທຸກຄົນ, ມີນ້ຳໃຈນັກກິລາ, ຫຼິ້ນຢ່າງສ້າງສັນຮູ້ໄດ້ຮູ້ເສຍ, ຮູ້ໃຫ້ອາໄພເຊິ່ງກັນ ແລະ ກັນເພື່ອເຮັດໃຫ້ບັນຍາກາດແຂ່ງຂັນກິລາໃນຄັ້ງນີ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.

ຄະນະຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກໄດ້ເຂົ້າຮ່ວມພິທີໂຮມຊຸມນຸມປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວ

ຄະນະຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກໄດ້ເຂົ້າຮ່ວມພິທີໂຮມຊຸມນຸມປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວ     ໃນ​ວັນ​ທີວັນທີ 25 ສິງຫາ​ຜ່ານ​ມາ ຄະ​ນະ​ຊາວ​ໜຸ່ມ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກໄດ້ເຂົ້າ​ຮ່ວມ​ພິ​ທີໂຮມຊຸມນຸມປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວ

ຄະນະບໍລິຫານງານສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກສ້າງ ຂະບວນການແຂ່ງຂັນກິລາ ເພື່ອຕ້ອນຮັບວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ (20/07/1955-20/07/2020).

ຄະນະບໍລິຫານງານສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກສ້າງ ຂະບວນການແຂ່ງຂັນກິລາ ເພື່ອຕ້ອນຮັບວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ (20/07/1955-20/07/2020). ໃນຕອນບ່າຍວັນທີ 17 ກໍລະກົດ 2020 ຜ່ານມາຄະນະບໍລິຫານງານສະຫະພັນແມ່ຍິງຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີແຂ່ງຂັນກິລາບານເຕະຍິງ-ຊາຍ ແລະ ອາວຸໂສ ຢູ່ທີ່ເດີນເຕະບານຫຍ້າທຽມ ມຊ, ຂ້າງໂຮງຮຽນມັດທະຍົມສາທິດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ,ໂດຍໃຫ້ກຽດເປັນປະທານ ແລະ ກ່າວເປີດພິທີ ໂດຍທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ເຂົ້າຮ່ວມມີ: 3ອົງການຈັດຕັ້ງມະຫາຊົນ, ສະຫະພັນແມ່ຍິງ, ຊາວໜຸ່ມ ແລະ ສະມາຊິກກຳມະບານບັນດາກົມທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຕາງໜ້າໃຫ້ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນກ່າວເປີດພິທີເພື່ອຂຳນັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ ແລະ ກອງປະຊຸມໃຫຍ່ກຳມະບານທີ່ຈະມາເຖີງໃນໄວໆນີ້, ທັງເປັນການສ້າງໂອກາດໃຫ້ຊາວໜຸ່ມ, ແມ່ຍິງ, ກຳມະບານທົ່ວ ຄອສພ ໄດ້ແລກປ່ຽນບົດຮຽນ,ສ້າງຄວາມສາມັກຄີດ້ວຍການຫຼິ້ນກິລາ ເຮັດໃຫ້ມີສຸຂະພາບແຂງແຮງ ແລະ ສ້າງມິດຕະພາບ. ນອກນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກກິລາທຸກຄົນ, ມີນ້ຳໃຈນັກກິລາ, […]

1 6 7 8 9 10