ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ
ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ດຳ ເນີນມາແຕ່ວັນທີ 05 ຮອດວັນທີ 08 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ເປັນເວລາ 03 ວັນເຕັມ ໂດຍມີຜູ້ແທນທັງໝົດ 835 ສະຫາຍ, ຍິງ123 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະ ມາຊິກພັກ ທັງໝົດ 421,865 ສະຫາຍ ຈາກທົ່ວປະເທດເຂົ້າຮ່ວມ. ພ້ອມນັ້ນ ຍັງມີແຂກຖືກເຊີນ ຈໍານວນ 391 ສະຫາຍ, ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດ 1,226 ສະຫາຍ. ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແມ່ນເຫດການທາງດ້ານການເມືອງ-ສັງຄົມ ອັນສຳຄັນຍິ່ງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້ດຳເນີນ ຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ພາຍໃຕ້ບັນຍາກາດສ້າງສັນ ເອົາການເອົາງານ ມີຄວາມຮັບຜິດຊອບສູງ ແລະ […]
