AI

ພະນັກງານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຝຶກອົບຮົມ ໃນຫົວຂໍ້”ພັດທະນາຄວາມສາມາດດ້ານການຄຸ້ມຄອງປັນຍາປະດິດ (AI)”

ພະນັກງານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຝຶກອົບຮົມ ໃນຫົວຂໍ້”ພັດທະນາຄວາມສາມາດດ້ານການຄຸ້ມຄອງປັນຍາປະດິດ (AI)” ໃນລະຫວ່າງ ວັນທີ 02 – 03 ກັນຍາ 2025, ທີ່ຫ້ອງປະຊຸມ ໂຮງແຮມ Double Tree, ນະຄອນຫຼວງວຽງຈັນໄດ້ຈັດຝຶກອົບຮົມໃນຫົວຂໍ້: ພັດທະນາຄວາມສາມາດ ດ້ານການຄຸ້ມຄອງປັນຍາປະດິດ (AI)”  (National Training on AI Governance), ຈັດໂດຍ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີປາຊີຟິກ (APCICT/ESCAP). ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມ ໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ ແລະ Mr. Bakhodir Burkhanov, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ. ເຂົ້າຮ່ວມມີ: Mr. […]

ຈີນ-ອາຊຽນ ຮ່ວມກັນສົ່ງເສີມປັນຍາປະດິດ

ຈີນ-ອາຊຽນ ຮ່ວມກັນສົ່ງເສີມປັນຍາປະດິດ ຈີນ-ອາຊຽນ ໄດ້ຈັດກອງປະຊຸມສຳມະນາສົ່ງເສີມປັນຍາປະດິດ AI ຂຶ້ນຢ່າງເປັນທາງ ການໃນວັນທີ 19 ກໍລະກົດ 2025

ກອງປະຊຸມສຳມະນາຫົວຂໍ້”ຈາກຍຸກ ICT-DIGITAL ສູ່ຍຸກ AI ໂລກຈະປ່ຽນເປັນຮູບແບບໃດໃນເມື່ອ AI ພັດທະນາຢ່າງກ້າວກະໂດດ”

   ໃນຕອນບ່າຍວັນທີ 10 ມັງກອນ 2024 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຈັດກອງປະຊຸມສຳມະນາຫົວຂໍ້”ຈາກຍຸກ ICT-DIGITAL ສູ່ຍຸກ AI ໂລກຈະປ່ຽນເປັນຮູບແບບໃດໃນເມື່ອ AI ພັດທະນາຢ່າງກ້າວກະໂດດ” ໃຫ້ແກ່ນັກພະນັກງານບັນດາກະຊວງ/ອົງການທຽບເທົ່າ ໃນນັ້ນ, ກໍມີຕາງໜ້າໃຫ້ຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມແນ່ໃສ່ເຮັດໃຫ້ບັນດາກະຊວງອົງການ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການພັດທະນາຢ່າງກ້າວກະໂດດຂອງAI.