Month: August 2023

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບ ຮອບ 73 ປີທີ່ຈະມາເຖິງນີ້.

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບ ຮອບ 73 ປີທີ່ຈະມາເຖິງນີ້. ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 73 ປີ ວັນທີ 13 ສິງຫາທີ່ຈະມາເຖິງນີ້ ຊຶ່ງເປັນວັນທີ່ມີຄວາມໝາຍສຳຄັນທາງປະຫວັດສາດຂອງຊາດ ເປັນວັນທີ່ມີຄວາມເອກອ້າງທະນົງໃຈຂອງສື່ມວນຊົນລາວ ຊຶ່ງເປັນປາກກະບອກສຽງຂອງພັກ-ລັດ ເປັນນັກຮົບປະຕິວັດທີ່ມີຄວາມກ້າແກ່ນອາດຫານ ຜ່ານຜ່າທຸກອຸປະສັກນາໆປະການ ເປັນສື່ທີ່ນໍາເອົາແນວທາງ, ມະຕິ, ຄຳສັ່ງຕ່າງໆຂອງພັກ-ຂອງລັດມາຜັນຂະຫຍາຍ, ເຜີຍແຜ່ລົງສູ່ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງກວ້າງຂວາງ. ໃນໂອກາດທີ່ມີຄວາມໝາຍສໍາຄັນ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ເປັນວັນທີ່ມີຄວາມໝາຍສຳຄັນສຸດ ຊຶ່ງພັກ-ລັດຖະບານ ໄດ້ເຫັນຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານດັ່ງກ່າວ ເພາະວຽກງານສື່ມວນຊົນເປັນວຽກງານທີ່ເປັນກະ ບອກສຽງ ເປັນວຽກງານທີ່ເປັນເສນາທິການໃຫ້ແກ່ພັກ-ລັດຂອງພວກເຮົາ, ສື່ທີ່ເປັນກະບອກສຽງຂອງພັກ-ລັດນີ້ມີຄວາມເຕີບໃຫຍ່ເຂັ້ມແຂງເປັນແຕ່ລະໄລຍະ ຊຶ່ງພາຍໃຕ້ການນຳພາຂອງຄະນະພັກແຕ່ລະຂັ້ນ ໂດຍສະເພາະອົງ ການທີ່ກ່ຽວຂ້ອງພາຍໃຕ້ການຊີ້ນຳໆພາຂອງອົງການປົກຄອງຂອງພວກເຮົານີ້, […]

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ.

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ. ໃນຕອນເຊົ້າວັນທີ 7 ສິງຫາ 2023 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ຈັດຊຸດຝຶກອົບ ຮົມວຽກງານໄອທີ ກ່ຽວກັບລະບົບຄອມພິວເຕີ, ການບໍາລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຣນິກ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມ ໂດຍ ທ່ານ ໄຊຊານົນ ທິແກ້ວ ຮອງຫົວໜ້າຄະ ນະໂຄສະນາອົບຮົມແຂວງ ໄຊຍະບູລີ ແລະ ທ່ານ. ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ; ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 16 ທ່ານ. ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ໂດຍສະເພາະແມ່ນການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ […]

ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ

ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ສະມາຊິກພັກ-ພະນັກກງານ ຄະນະໂຄສະນາອົບຮົມສູນກາງພັກ       ໃນວັນທີ 3 ສິງຫາ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ​ເປີດຊຸດຮຽນທິດ​ສະ​ດີການ​ເມືອງ ຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ I ໃຫ້ແກ່ສະມາຊິກພັກ, ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ພາຍໃຕ້ການເປັນປະທານ ແລະ

1 2