ກົມຂໍ້ມູນຂ່າວສານ ຄອສພ ຮ່ວມກັບ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີ ອັດສະລິຍະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດຊຸດຝຶກອົບຮົມການນໍາໃຊ້ໂປຣແກຮມທີ່ທັນສະໄໝໃຫ້ແກ່ພະນັກງານກົມໄອທີ.
ກົມຂໍ້ມູນຂ່າວສານ ຄອສພ ຮ່ວມກັບ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີ ອັດສະລິຍະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດຊຸດຝຶກອົບຮົມການນໍາໃຊ້ໂປຣແກຮມທີ່ທັນສະໄໝໃຫ້ແກ່ພະນັກງານກົມໄອທີ. ໃນຕອນເຊົ້້າຂອງວັນທີ 8 ກໍລະກົດ 2022, ກົມຂໍ້ມູນຂ່າວສານ ຮ່ວມກັບ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີ ອັດສະລິຍາ ຈັດຊຸດຝຶກອົບຮົມການນໍາໃຊ້ໂປຣແກຮມທີ່ທັນສະໄໝໃຫ້ແກ່ ພະນັກງານກົມຂໍ້ມູນຂ່າວສານ, ໃຫ້ກຽດກ່າວເປີດຊຸດຝຶກອົບຮົມໂດຍ ທ່ານ ວັນຕຸລາ ຮັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ; ເຂົ້າຮ່ວມມີ: ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວກົມຂໍ້ມູນຂ່າວສານ, ມີຫົວໜ້າພະແນກ, ຮອງພະແນກ, ພະນັກງານວິຊາການ ພາຍໃນກົມຂໍ້ມູນຂ່າວສານ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ນາງ ອິດໄຊທອງ ສົມມະນີ ຫົວໜ້າພະແນກລະບົບເຄືອຂ່າຍເອເລັກໂຕຣນິກ ກົມຂໍ້ມູນຂ່າວສານ ໄດ້ຂຶ້ນກ່າວຈຸດປະສົງໃນການຈັດຊຸດຝຶກອົບຮົມຄັ້ງນີ້ແມ່ນເພື່ອແນ່ໃສ່ຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ໃນການນໍາໃຊ້ລະບົບເອເລັກໂຕຣນິກທີ່ທັນສະໄໝຕ່າງໆເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ໃຫ້ມີຄວາມສະດວກ ແລະ ວ່ອງໄວ. ແນ່ໃສ່ສ້າງພະນັກງານ ວິຊາການໄອທີ ໄດ້ຮຽນຮູ້ ແລະ ມີຄວາມຊໍານານ ໃນການນໍາໃຊ້ລະບົບໂປຣແກຣມໃໝ່ໆເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະຕົວຈິງຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໃນແຕ່ລະໄລຍະ, […]