ສົມພິນິດ ວົງສົມບັດ

ແລກປ່ຽນບົດຮຽນ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈວຽກງານອົບຮົມໃຫ້ເລິກເຊິ່ງ.

ແລກປ່ຽນບົດຮຽນເພື່ອສ້າງຄວາມຮັບຮູ້-ເຂົ້າໃຈວຽກງານອົບຮົມໃຫ້ເລິກເຊິ່ງ. ໃນຕອນແລງ ວັນທີ 26/4/2022 ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມພົບປະ-ແລກປ່ຽນບົດຮຽນ ກັບ ກົມທ້ອງຖິ່ນ-ຮາກຖານ ຫ້ອງວ່າການສູນກາງພັກ ຢູ່ທີ່ຫ້ອງປະຊຸມໂຕະມົນ ຊັ້ນ II ຂອງ ຄອສພ. ກົມທ້ອງຖິ່ນ-ຮາກຖານ ຫ້ອງວ່າການສູນກາງພັກ ມີຜູ້ເຂົ້າຮ່ວມ 7 ທ່ານ ຄື: ທ່ານ ມີໄຊ ພົມເຂ ຄະນະພັກ ຫົວໜ້າກົມທ້ອງຖິ່ນ-ຮາກຖານ, ທ່ານ ຄໍາສິງ ປະລັດຄຳອອນ ຫົວໜ້າພະແນກ, ທ່ານ ຈັນຄໍາ ເລືອງວົງສາ ຫົວໜ້າພະ ແນກ, ທ່ານ ວົງດາວ ໂນນປະດິດ ຮອງຫົວໜ້າພະແນກ, ທ່ານ ວົງເພັດ ທໍຈົງຕົວ ຮອງຫົວໜ້າພະແນກ, ທ່ານ ວັນວິໄລ ປັນຍາສິລິ ວິຊາການ ແລະ ທ່ານ ບຸນເລີດ ປານິ່ງ ຊົ່ງ ຮອງຫົວໜ້າພະແນກກົງຈັກ-ຄຸ້ມຄອງພະນັກງານ ກົມຈັດຕັ້ງພະນັກງານ ຂອງຫ້ອງວ່າການສູນກາງພັກ; […]

ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 136 ປີ ( 1 ພຶດສະພາ 1886-1 ພຶດສະພາ 2022).

ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 136 ປີ ( 1 ພຶດສະພາ 1886-1 ພຶດສະພາ 2022).    ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2022, ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 136 ປີ ( 1 ພຶດສະພາ 1886-1 ພຶດສະພາ 2022) ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ, ໃຫ້ກຽດປາຖະກະຖາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາ ອົງການຈັດຕັ້ງມະຫາຊົນ, ເຂົ້າຮ່ວມມີ: ຄະນະພັກ, ປະທານສະຫະພັນກໍາມະບານ, ຄະນະໜ່ວຍກໍາມະບານຮາກຖານ ທົ່ວຄອສພ ພ້ອມດ້ວຍສະມາຊິກສະຫະພັນກໍາມະບານ ເຂົ້າຮ່ວມຢ່າງພ້ອມພຽງ.    ກ່ອນເຂົ້າສູ່ພິທີປາຖະກະຖາ ທ່ານ ວັນຕຸລາ ຮັກນຸດ ໄດ້ຂຶ້ນຜ່ານບົດສະຫຼຸບ ແລະ […]

3 ອົງການຈັດຕັ້ງມະຫາຊົນຂອງ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າອວຍພອນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ.

3 ອົງການຈັດຕັ້ງມະຫາຊົນຂອງ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າອວຍພອນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະ ຫາຊົນ.     ໃນຕອນບ່າຍຂອງວັນທີ 26 ເມສາ 2022, 3 ອົງການຈັດຕັ້ງມະຫາຊົນຂອງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າອວຍພອນ ທ່ານ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ.     ໃນໂອກາດດັ່ງກ່າວ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ, ປະທານສະ ຫະພັນກໍາມະບານ ຄອສພ ໄດ້ຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາຊົນ ກ່າວຄໍາອວຍພອນເນື່ອງໃນໂອກາດ ປີໃໝ່ລາວ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ, ວັນສ້າງຕັ້ງ 3 […]

ພິທີພົບປະສອງຝ່າຍລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ.

ພິທີພົບປະສອງຝ່າຍລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ.      ພິທີພົບປະສອງຝ່າຍລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດ ນາມ ໄດ້ຈັດຂຶ້ນໃນວັນທີ 25 ເມສາ 2022 ທີ່ໂຮງແຮມ ເມືອງແທັງ ຊຶ່ງຝ່າຍລາວ ນຳໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວ ໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ພ້ອມຄະນະ ແລະ ຝ່າຍ ສ.ສ ຫວຽດນາມນໍາໂດຍ ສະຫາຍ ຫງວຽນ ຈ້ອງ ເງ້ຍ ເລຂາທິ ການສູນ ກາງພັກ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ. ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 24-27 ເມສານີ້.     […]

ພິທີສະຫຼຸບຜົນງານການເຄື່ອນໄຫວວຽກງານຂອງຄະນະຊາວ ໜຸ່ມ ຄອສພ ປະຈໍາປີ 2021 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (14 ເມສາ 1955-14 ເມສາ 2022).

ພິທີສະຫຼຸບຜົນງານການເຄື່ອນໄຫວວຽກງານຂອງຄະນະຊາວໜຸ່ມ ຄອສພ ປະຈໍາປີ 2021 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (14 ເມສາ 1955-14 ເມສາ 2022). ໃນຕອນເຊົ້າຂອງວັນທີ 22 ເມສາ 2022, ຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (14 ເມສາ 1955-14 ເມສາ 2022); ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ທ່ານ ນາງ ສຸກສະຫວັນ ອິນຄະວິໄລ ກຳມະ ການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ປະທານສະຫະພັນກໍາມະບານ, ປະທານສະຫະພັນແມ່ຍິງ ຄອສພ, ເລ […]

1 17 18 19 20 21 36