ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວວຽກງານທີ່ ແຂວງຄໍາມ່ວນ.
ໃນລະຫວ່າງວັນທີ 14-16 ມີນາ 2022 ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົບທົບກັບຄະນະໂຄສະນາອົບຮົມ ແຂວງຄໍາມ່ວນ ຈັດຕັ້ງການຝຶກອົບຮົມວຽກ ງານສັງລວມ-ຫາງສຽງສັງຄົມ ຢູ່ແຂວງ ປະຈໍາປີ 2022 ທີ່ຫ້ອງປະຊຸມຫ້ອງວ່າການແຂວງຄໍາມ່ວນ ໃຫ້ກຽດເປັນປະທານ ແລະ ກ່າວເປີດພິທີໂດຍ ທ່ານ ສົມພົງ ວັນໄພທອງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ນາງ ແສງຕານ ແກ້ວອິນດາປີງ, ຫົວໜ້າກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງມີນັກສໍາມະນາ ກອນທີ່ມາຈາກ ບັນດາຫ້ອງການອ້ອມຂ້າງແຂວງ ໂດຍແມ່ນບັນດາຄະນະພັກ-ຫົວໜ້າຫ້ອງການ, ເລຂາພັກ ເຂົ້າຮ່ວມທັງໝົດ 47 ສະຫາຍ, ຍິງ 12 ສະຫາຍ. ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານການນຳຫຼັກແຫຼ່ງທົ່ວແຂວງ ຜູ້ທີ່ເຮັດວຽກງານຄົ້ນຄວ້າສັງລວມ-ເກັບກໍາຫາງສຽງສັງຄົມ ມີຄວາມຮັບຮູ້ເຂົ້າໃຈ ແລະ ກໍາໄດ້ຄວາມໝາຍຄວາມສໍາຄັນ, ພາລະບົດບາດ, ໜ້າທີ່ຂອງພະນັກງານ ທີ່ເຮັດວຽກງານຄົ້ນຄວ້າສັງລວມ-ຫາງສຽງສັງຄົມ ເລິກເຊິ່ງກວ່າເກົ່າ. […]