ກົມຂໍ້ມູນຂ່າວສານຈັດຝຶກອົບຮົມວຽກງານໄມໂຄຼຊອບທີມ (Microsoft teams) ແລະ ໂປຼແກຼມນັບຄະແນນສຽງ.
ກົມຂໍ້ມູນຂ່າວສານຈັດຝຶກອົບຮົມວຽກງານໄມໂຄຼຊອບທີມ (Microsoft teams) ແລະ ໂປຼແກຼມນັບຄະແນນສຽງ. ໃນລະຫວ່າງວັນທີ 27-28 ກໍລະກົດ 2020 ກົມຂໍ້ມູນຂ່າວສານຈັດຝຶກອົບຮົມວຽກງານໄມໂຄຼຊອບທີມ ແລະ ໂປຼແກຼມນັບຄະແນນສຽງເຊິ່ງໄດ້ຈັດຂຶ້ນທີ່ຫ້ອງອິນເຕີເນັດຊັ້ນ 3 ກົມຂໍ້ມູນຂ່າວສານ. ໃຫ້ກຽດເປັນປະ ທານ ແລະ ກ່າວເປີດພິທີໂດຍທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ມີ: ພະນັກງານພາຍ ໃນກົມຂໍ້ມູນຂ່າວສານທັງໝົດ ແລະ ຄະນະຮັບຜິດຊອບປ່ອນບັດເລືອກຕັ້ງກອງປະຊຸມເຂົ້າຮ່ວມ. ໃນພິທີທ່ານ ວັນຕຸລາ ຣັກນຸດວ່າການຫົວໜ້າກົມຂໍ້ມູນຂ່າວສານ ໄດ້ມີຄໍາເຫັນເຊິ່ງໄດ້ເນັ້ນໜັກ ຄວາມໝາຍຄວາມສຳຄັນຂອງ ການນໍາໃຊ້ໂປຼແກຼມ ເຂົ້າໃນການເຮັດວຽກແບບອອນລາຍໃນປັດຈຸບັນຂອງທຸກຂົງ ເຂດໃນໂລກທີ່ມີການລະບາດຂອງ ພະຍາດໂຄວິດ19, ສະນັ້ນ ການພັດທະນາ ແລະ ນຳໃຊ້ເຄື່ອງເອເລັກໂຕຼນິກເຂົ້າໃນການເຮັດວຽກແບບອອນລາຍຈຶ່ງມີຄວາມສໍາຄັນໃນການເຄື່ອນໄຫວປະຕິບັດວຽກງານ ໃຫ້ມີຄວາມວ່ອງໄວມາ ແລະ ມີປະສິດທິພາບສູງ. ນອກນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ບັນດານັກຝຶກອົບຮົມ ຈົ່ງຕັ້ງໜ້າຄົ້ນຄວ້າ ແລະ ກຳແໜ້ນບົດຮຽນເພື່ອໜູນໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນໃຫ້ນັບມື້ດີຂຶ້ນສ້າງຄວາມສະ ດວກໃນການຕິດຕໍ່ປະສານງານໃຫ້ມີຄວາມວ່ອງໄວ ເພື່ອປັບປຸງໜ້າທີ່ວິຊາສະເພາະຂອງຕົນໃຫ້ມີການຫັນປ່ຽນຂື້ນຢ່າງຈະແຈ້ງ. ຫຼັງຈາກນັ້ນພະແນກໂຄສະນາຜ່ານສື່ເອເລັກໂຕຼນິກໄດ້ຂຶ້ນບັນຍາຍກ່ຽວກັບການນຳໃຊ້ໄມໂຄຼຊອບທີມໃຫ້ແກ່ພະນັກງານພາຍໃນກົມຈຸດປະສົງ ແມ່ນເພື່ອຍົກລະດັບຄວາມຮູ້, […]