ສົມພິນິດ ວົງສົມບັດ

ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກລົງຢ້ຽມຢາມ ແລະ ເຮັດວຽກຢູ່ເຂດພັດ ທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ.

       ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກລົງຢ້ຽມຢາມ ແລະ ເຮັດວຽກຢູ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ.       ໃນຕອນເຊົ້າວັນທີ 30 ກໍລະກົດ 2020 ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍມີ: ທ່ານ ຫິຼວ ຫູ້ ປະທານບໍລິສັດ ຮ່ວມ ທືນລາວ-ຈີນ ຈໍາກັດ, ທ່ານ ສຸບັນ ຈຸນລະຊາ ຫົວໜ້າ ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.      ໃນພິທີຕ້ອນຮັບທ່ານ ຫິຼວ ຫູ້ ປະທານບໍລິສັດ ຮ່ວມທຶນລາວ-ຈີນ ຈໍາກັດ ໄດ້ສະແດງຄວາມຍີນດີຕ້ອນຮັບດ້ວຍຄວາມອົບອຸ່ນ ແລະ ໄດ້ລາຍງານສະພາບລວມການພັດທະນາບັນດາໂຄງການທີ່ສຳຄັນ ຢູ່ ສປປ ລາວ […]

ກອງປະຊຸມສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມຢູ່ 8 ແຂວງພາກເໜືອ.

ກອງປະຊຸມສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມຢູ່ 8 ແຂວງພາກເໜືອ.       ໃນລະຫວ່າງ ວັນ​ທີ  20-28 ກໍລະກົດ 2020 ຜ່ານ​ມາ, ທ່ານ ຄໍາ​ເຈນ ວົງ​ໂພ​ສີ ກຳມະການ​ສູນ​ກາງ​ພັກ,  ຮອງ​ເລຂາ​ຄະນະ​ພັກ,  ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ໄດ້​ລົງ​ເຄື່ອນ​ໄຫວ​ເຮັດ​ວຽກ ແລະ ເຂົ້າ​ຮ່ວມ​ເປັນ​ປະທານ​ກອງ​ປະຊຸມ​ສ່ອງ​ແສງ​ສະພາບແນວຄິດ-ຫາງສຽງສັງຄົມຢູ່ 8 ແຂວງ​ພາກ​ເໜືອ.       ກອງ​ປະຊຸມ​ວາລະ​ທີ່​ໜຶ່ງໄດ້​ຈັດ​ຂຶ້ນ ໃນວັນ​ທີ 21 ກໍລະກົດ 2020 ທີ່​ຫ້ອງ​ວ່າການ​ປົກຄອງ​ແຂວງ ໄຊ​ຍະ​ບູ​ລີ ໂດຍ​ການ​ເປັນ​ປະທານຮ່ວມຂອງ ​ທ່ານ ຄຳ​ເຈນ ວົງ​ໂພ​ສີ ກຳມະການສູນກາງພັກ,  ຮອງເລຂາຄະນະພັກ,  ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ປອ ສົມ​ລິດ ເປືອກ​ແກ້ວ ຮອງ​ເລຂາ​ພັກ​ແຂວງ, ຮອງ​ເຈົ້າແຂວງ, ປະທານສະພາປະຊາຊົນແຂວງ ໄຊ​ຍະ​ບູ​ລີ; ເຂົ້າຮ່ວມມີ​ບັນດາ​ຫົວໜ້າຄະນະ​ໂຄສະນາ​ອົບຮົມ​ແຂວງ​ຫົວພັນ, ຊຽງຂວາງ, ຫຼວງ​ພະ​ບາງ ແລະ ໄຊ​ຍະ​ບູ​ລີ, ມີປະທານ​ແນວ​ລາວສ້າງ​ຊາດ​ແຂວງ​ໄຊ​ຍະ​ບູ​ລີ, ເຈົ້າເມືອງ, ຫົວໜ້າ​ຫ້ອງການ​ໂຄສະນາ​ເມືອງເທດສະບານ​ແຂວງ, ພະນັກງານ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ແລະ […]

ກອງປະຊຸມທາບທາມບຸກຄະລາກອນສະໝັກເລືອກຕັ້ງເປັນຄະນະບໍລິຫານງານສະຫະພັນກຳ ມະບານ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝ VI.

ກອງປະຊຸມທາບທາມບຸກຄະລາກອນສະໝັກເລືອກຕັ້ງເປັນຄະນະບໍລິຫານງານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝ VI.        ໃນວັນທີ 17 ກໍລະກົດ 2020 ທີ່ຜ່ານມາ,  ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມທາບທາມເອົາຜູ້ສະໝັກເລືອກຕັ້ງເປັນຄະນະບໍລິຫານງານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝ VI ຢູ່ທີ່ ສະໂມສອນໃຫຍ່ ຂອງຄະນະໂຄສະນາອົບຮົມສູນກາງພັກ(ຫຼັກ6). ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ-ລັດຖະກອນທົ່ວ ຄອສພ.       ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ແມ່ນ ເພື່ອທາບທາມເອົາຄະນະບໍລິຫານງານສະຫະພັນກໍາມະບານ ຄອສພ ຊຸດໃໝ່ ສະໄໝທີ VI; ໃນພິທີ ທ່ານ ນາງ ສົມພອຍ ພົມມະຈັກ ຄະນະພັກ, ຫົວໜ້າຫ້ອງການ, ທັງເປັນຮອງປະທານສະຫະພັນກຳມະບານ […]

ຊຸດອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ສະມາຊິກພັກ- ພະນັກງານຫຼັກແຫຼ່ງຂອງມະຫາວິທະຍາໄລວິທະຍາສາດສຸຂະພາບຊຸດທີ I.

    ຊຸດອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ສະມາຊິກພັກ- ພະນັກງານຫຼັກແຫຼ່ງຂອງມະຫາວິທະຍາໄລວິທະຍາສາດສຸຂະພາບຊຸດທີ I.         ໃນວັນທີ 7-10 ກໍລະກົດ 2020 ຜ່ານມາ,  ມະຫາວິທະຍາໄລວິທະຍາສາດສຸຂະພາບໄດ້ຈັດຕັ້ງຊຸດຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາ-ປາຖະກະຖາ ຊຸດທີ I  ຂຶ້ນທີ່ເຮືອນພັກເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ດຣ ພູທອນ ວົງກອນວິໄລ  ຄະນະພັກ  ກະຊວງສາທາລະນະສຸກ, ອະທິ ບໍດີ ມວສ; ມີທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າກົມໂຄສະນາ, ຄະນະໂຄສະນາອົບຮົມສູນກາງພັກ, ພະນັກງານຫລັກແຫຼ່ງຂອງມະຫາວິທະຍາໄລວິທະຍາສາດສຸຂະພາບ, ຜູ້ຊ່ວຍວຽກພັກຂອງ 9 ໜ່ວຍພັກ, ຄະນະພັກຮາກຖານ ມວສ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 24 ສະຫາຍ, ຍິງ 10 ສະ ຫາຍເຂົ້າຮ່ວມ.          ການຈັດຝຶກອົບຮົມໃນຄັ້ງນີ້ແມ່ນ […]

ປັດໃຈທີ່ເຮັດໃຫ້ເງິນກີບອ່ອນຄ່າ.

ປັດໃຈທີ່ເຮັດໃຫ້ເງິນກີບອ່ອນຄ່າ.        ປັດຈຸບັນການ​ຜະລິດ​ພາຍ​ໃນ​ ຍັງ​ບໍ່​ທັນ​ຕອບ​ສະໜອງ​ການ​ຊົມໃຊ້​ໃນ​ຊີວິດ​ປະຈຳ​ວັນ ຈຳເປັນ​ຕ້ອງ​ໄດ້​ນຳ​ເຂົ້າ​ສິນຄ້າ​ຈາກ​ຕ່າງປະເທດ, ໃນ​ຂະນະ​ທີ່​ການ​ສະ ໜອງ​ເງິນຕາ​ຕ່າງປະເທດ​ໃນ​ລະບົບ​ທະນາຄານ ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ສັງຄົມ ບວກ​ກັບ​ການ​ແຂງ​ຄ່າ​ຂອງ ​ເງິນ​ໂດ​ລາ ແລະ ເງິນ​ບາດ ຈຶ່ງ​ສົ່ງ​ຜົນ​ໃຫ້​ເງິນ​ກີບ​ອ່ອນ​ຄ່າ​ລົງເມື່ອ​ທຽບ​ກັບ​ເງິນ​ສອງ​ສະກຸນ​ດັ່ງ​ກ່າວ (ບາດ ແລະ ໂດລາ).       ທ່ານ ສອນ​ໄຊ ສິດ​ພະ​ໄຊ ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ ລາວ (ທຫລ) ໄດ້​ຂຶ້ນ​​ຊີ້​ແຈງ ກ່ຽວ​ກັບ​ສະພາບ​ເງິນຕາ​ຕ່າງປະເທດ, ອັດຕາ​ແລກປ່ຽນ, ອັດຕາ​ເງິນ​ເຟີ້ ແລະ ມາດ​ຕະ ການ​ແກ້​ໄຂຕໍ່​ກອງ​ປະຊຸມ​ສະ ໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ໃນ​ວັນ​ທີ 25 ມິຖຸນາ ​ຜ່ານ​ມາ; ພາຍໃຕ້​ການ​ເປັນ​ປະທານ​ຂອງທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ.      ໂດຍໄດ້​ກ່າວ​ວ່າ: ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ 2020 […]

1 25 26 27 28 29 34