ສົມພິນິດ ວົງສົມບັດ

ຄຸນປະໂຫຍດຂອງໝາກນອດທີ່ທຸກທ່ານຄວນຮູ້

ຄຸນປະໂຫຍດຂອງໝາກນອດທີ່ທຸກທ່ານຄວນຮູ້ ມີສານຕໍ່ຕ້ານອະນຸມູນອິດສະຫຼະ ຊຶ່ງຊ່ວຍຫຼຸດການເກີດຮ່ອງຮອຍກ່ອນໄວອາຍຸ. ບໍາລຸງຜິວ ມີວິຕາມິນຫລາຍຊະນິດໃນຫມາກນອດເຊັ່ນ: ວິຕາມິນບີ 2 ຊ່ວຍບໍາລຸງຜິວພັນ, ເສັ້ນຜົມ ແລະ ເລັບ ເຮັດໃຫ້ຜິວພັນໃຫ້ເປັ່ງປັງສົດໃສ ມີວິຕາມິນເອສູງ ໃນການຊ່ວຍບໍາລຸງສາຍຕາ ປ້ອງກັນບັນຫາສາຍຕາສັ້ນ, ສາຍຕາຍາວໃຫ້ທຸກເພດທຸກໄວ. ສ້າງພູມຄຸ້ມກັນ ເພາະວິຕາມິນ ແລະ ແຮ່ທາດໃນໝາກນອດນັ້ນລ້ວນແລ້ວແຕ່ຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍໃຫ້ແຂງແຮງ. ຊ່ວຍແກ້ບັນຫານອນບໍ່ຫລັບ ໂດຍການດື່ມນໍ້າຫມາກນອດເປັນປະຈໍາຈະຊ່ວຍເພີ່ມຄວາມສົດຊື່ນໃຫ້ແກ່ຮ່າງກາຍ ແລະ ຊ່ວຍໃຫ້ນອນຫລັບສະບາຍ. ຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນພະຍາດກະດູກເຊື່ອມ. ຊ່ວຍເບີ່ງແຍງເຫືອກ ແລະ ແຂ້ວໃຫ້ແຂງແຮງ ມີແມ໋ກນີຊຽມ ຊ່ວຍໃນການເຜົາຜານໄຂມັນ ແລະ ປ່ຽນມາເປັນພະລັງງານ  ຫມາກນອດ ຍັງເປັນສ່ວນໜື່ງເຂົ້າໃນສ່ວນປະສົມຂອງເຄື່ອງສໍາອາງ ໂດຍສະເພາະຜະລິດຕະພັນບໍາລຸງຜິວ, ຜະລິດຕະພັນຮັກສາສິວ, ຜະລິດຕະພັນກັນແດດ ເພາະມີສັບພະຄຸນຊ່ວຍໃນການສະຫມານຜິວ ຮັກສາເນື້ອເຍື້ອຜີວຫນັງ. ນໍາໝາກນອດມາເຮັດເປັນນໍ້າມັນໃຊ້ນວດຜ່ອນຄາຍອາການປວດເມື່ອຍ. ຊ່ວຍປັບຄວາມສົມດູນໃນຮ່າງກາຍ, ຫຼຸດອາການວິນຫົວປວດຮາກໄດ້ດີ. ຊ່ວຍຫຼຸດໄຂມັນໃນເສັ້ນເລືອດ ຊ່ວຍຮັກສາພະຍາດຄວາມດັນເລືອດ ບໍາລຸງຕັບ, ຊ່ວຍຟື້ນຟູຕັບ ແລະ ໄຕໃຫ້ແຂງແຮງ. ບັນເທົາອາການກະເພາະປັດສະວະອັກເສບ.                                                                      ທີ່ມາ http://www.pakaad.com

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງຍຸຕິທຳ ຈັດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ພະນັກງານນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ.

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງຍຸຕິທຳ ຈັດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ພະນັກງານນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ.      ໃນລະຫວ່າງວັນທີ 10-13 ມີນາ 2020 ຜ່ານມາ, ຢູ່ທີ່ກະຊວງຍຸຕິທຳຫຼັງໃໝ່ ໄດ້ເປີດຊຸດຝຶກອົບຮົມກ່ຽວ ກັບວຽກງານໂຄສະນາ-ປາຖະກະຖາຊຸດທີ I ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທໍາ; ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ, ເຂົ້າ ຮ່ວມມີ: ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຫົວໜ້າກົມໂຄສະນາ ພ້ອມດ້ວຍຄະນະ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງທີ່ມາຈາກຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ສະພາທະນາຍຄວາມແຫ່ງ ສປປ ລາວ ເຂົ້າຮ່ວມຝຶກຈຳນວນ 48 ສະຫາຍ, ຍິງ 7 ສະຫາຍທີ່ເປັນ.   ຊຸດຝຶກອົບຮົມໄດ້ຄົ້ນຄວ້າເອກະສານຂອງ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງປະກອບມີ 4 […]

ສະພາບພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ( COVID-19 ) : ຄວາມເປັນມາ, ສາເຫດ, ຄວາມອັນຕະລາຍ, ສິ່ງທ້າທ້າຍ ແລະ ຜົນກະທົບ ຕໍ່ເສດຖະກິດສັງຄົມ.

ສະພາບພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ( COVID-19 ) : ຄວາມເປັນມາ, ສາເຫດ, ຄວາມອັນຕະລາຍ, ສິ່ງທ້າທ້າຍ ແລະ ຜົນກະທົບ ຕໍ່ເສດຖະກິດສັງຄົມ.

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງສາທາລະນະສຸກ ຈັດປາຖະກະຖາກ່ຽວກັບການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ -19).

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງສາທາລະນະສຸກ ຈັດປາຖະກະຖາກ່ຽວກັບການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ -19).

1 31 32 33 34 35 36