ກອງປະຊຸມສະມາຊິກພັກບຳນານ
ກອງປະຊຸມສະມາຊິກພັກບຳນານ ໃນຕອນບ່າຍຂອງວັນທີ 26 ທັນວາ 2019 ຜ່ານມາ, ໜ່ວຍພັກບໍານານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປະຈຳປີ2019 ຢູ່ທີ່ ຫ້ອງປະຊຸມ ຊັ້ນ (5) ຂອງ ຄອສພ; ພາຍໃຕ້ການເປັນປະທານໂດຍ ສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ຮອງເລຂາທິການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ເຂົ້າຮ່ວມມີ: ຄະນະໜ່ວຍພັກ, ສະມາຊິກພັກບໍານານ, ມີບັນດາສະຫາຍຕາງໜ້າພະແນກກວດກາ ເຂົ້າຮ່ວມ. ໃນກອງປະຊຸມດັ່ງກ່າວສະຫາຍ ບົວຈັນ ເພັງສະຫວັດ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານປະຈຳປີ 2019 ແລະ ທິດທາງປະຈຳປີ 2020 ເຊິ່ງໄດ້ສະຫຼຸບຕີລາ ຄາຈຸດດີ, ຈຸດອ່ອນ ການເຄື່ອນໄຫວປະຕິບັດໜ້າທີ່ຂອງໜ່ວຍພັກບໍານານຕໍ່ທີ່ປະຊຸມ; ພ້ອມນັ້ນສະມາຊິກພັກບາງສະຫາຍຍັງໄດ້ສະເໜີ ແລະ ປະຄຳຄິດຄຳເຫັນໃສ່ບົດລາຍງານເປັນຕົ້ນແມ່ນສະເໜີການຮັບຂໍ້ມູນຂ່າວສານຈາກສູນກາງ ແລະ ທ້ອງຖິ່ນ, ສິດ ແລະ ນະໂຍບາຍ ແລະ ອຶ່ນໆ ເພື່ອປະກອບໃຫ້ບົດສະຫຼູບດັ່ງກ່າວຄົບຖ້ວນສົມບູນນຳໄປປັບປຸງແກ້ໄຂໃຫ້ດີຂື້ນກວ່າເກົ່າ. ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ ສະຫາຍ ຄຳເຈນ […]