ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພົບປະ-ແລກ ປ່ຽນບົດຮຽນ ກັບ ກົມອົບຮົມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປັບປຸງເອກະສານອົບຮົມຊາວໜຸ່ມ.
ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພົບປະ-ແລກປ່ຽນບົດຮຽນກັບ ກົມອົບຮົມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປັບປຸງເອກະສານອົບຮົມຊາວໜຸ່ມ. ໃນຕອນເຊົ້າ ວັນທີ 27/4/2022 ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມພົບປະ-ແລກປ່ຽນບົດຮຽນ ກັບ ກົມອົບຮົມ ສູນ ກາງຊາວໜຸ່ມປະຊາຊົນປະຕິວັດລາວ. ກົມອົບຮົມ ສູນກາງຊາວໜຸ່ມມີຜູ້ເຂົ້າຮ່ວມ 6 ທ່ານ ຄື: ທ່ານ ນ. ແກ້ວອຸດອນ ແສງມະນີວົງ ຄະນະພັກ ຫົວໜ້າກົມອົບຮົມຊາວໜຸ່ມ, ທ່ານ ຢ່າງປາວ ປ່າເຢ້ວື່ ຮອງຫົວໜ້າກົມ, ທ່ານ ບັນດິດ ປານທອງຈັນ ຮອງຫົວໜ້າກົມ, ທ່ານ ຄໍາສີ ສີຫາວົງ ຫົວໜ້າພະແນກ, ທ່ານ ຈັນພອນ ຊົ່ງເລັ່ງວ່າງ ຫົວໜ້າພະແນກ ແລະ ທ່ານ ນ. ວິກກີ້ ສີສົມບັດ ວິຊາການ; ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ມີຜູ້ເຂົ້າຮ່ວມ 8 ທ່ານ […]
