ຄະນະບັນນາທິການ ວາລະສານອະລຸນໃໝ່ ລົງເຄື່ອນໄຫວເກັບກຳຂໍ້ມູນວິຊາສະເພາະຢູ່ ແຂວງ ຫຼວງນ້ຳທາ.
ຄະນະບັນນາທິການ ວາລະສານອະລຸນໃໝ່ ລົງເຄື່ອນໄຫວເກັບກຳຂໍ້ມູນວິຊາສະເພາະຢູ່ ແຂວງ ຫຼວງນ້ຳທາ. ໂດຍປະຕິບັດຕາມແຜນການເຄື່ອນໄຫວວຽກງານ ປະຈຳປີ 2023 ຂອງວາລະສານອະລຸນໃໝ່ ໃນຕອນເຊົ້າຂອງ ວັນທີ 13 ມີນາ 2023 ວາລະສານອະລຸນໃໝ່ ເຊິ່ງເປັນວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນປະຕິວັດລາວ ໄດ້ລົງເຄື່ອນໄຫວເກັບກຳຂໍ້ມູນ ວຽກງານວິຊາສະເພາະ ຢູ່ແຂວງຫຼວງນ້ຳທາ ເຊິ່ງນຳພາໂດຍ ທ່ານ ບຸນທ່ຽງ ພັນນະຈັນ ຮອງຫົວໜ້າບັນນາທິການວາລະສານອະລຸນໃໝ່ ພ້ອມດ້ວຍຄະນະ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ ຈາກຄະນະໂຄສະນາອົບຮົມແຂວງ ກໍຄືພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເຮັດໃຫ້ການເຄື່ອນໄຫວວຽກງານສຳເລັດໄປຕາມຄາດໝາຍ ໃນໂອກາດດັ່ງກ່າວ, ທ່ານ ບຸນມາ ພັນດາວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ລາຍງານສະພາບການພົ້ນເດັ່ນຂອງແຂວງໂດຍສັງເຂບ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະປີຜ່ານມາ (2022) ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ; ວຽກງານກໍ່ສ້າງພັກ-ພະນັກງານ ຕິດພັນການຍົກສູງຄວາມສາມາດນຳພາຂອງຄະນະພັກຮາກຖານ; ການພັດທະນາການທ່ອງທ່ຽວ ຕິດພັນກັບການເສີມຂະຫຍາຍທ່າແຮງຂອງແຂວງ ແລະ ການສົ່ງເສີມການຜະລິດເປັນສິນຄ້າເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ. ຄ່ຽງຄູ່ກັນນັ້ນ […]