ສາລະໜ້າຮູ້

10 ເຄັດລັບເພື່ອກວດສອບອີເມວຫຼອກລວງ (Phishing) ທີ່ວ່ອງໄວທັນໃຈ.

10 ເຄັດລັບເພື່ອກວດສອບອີເມວຫຼອກລວງ (Phishing) ທີ່ວ່ອງໄວທັນໃຈ. ໃນໄລຍະປີທີ່ຜ່ານມາ ຈຳນວນອີເມວຫຼອກລວງ ມີການເຕີບໃຫຍ່ ແລະ ຂະຫຍາຍຕົວ ຢ່າງກ້າວກະໂດດຊຶ່ງບໍລິ ສັດດ້ານຄວາມປອດໄພທາງໄຊເບີ F5 Labs ລາຍງານວ່າ ໄດ້ພົບເຫັນຄວາມພະຍາຍາມໃນການໂຈມຕີແບບຫຼອກລວງເພີ່ມຂຶ້ນຫຼາຍເຖິງ 220% ໃນປີ 2020. ຂັ້ນຕອນ ແລະ ວິທີງ່າຍໆໃນການສັງເກດວ່າເປັນອີເມວຫຼອກລວງ ມີເນື້ອໃນດັ່ງຕໍ່ໄປນີ້: 1. ຄົນທີ່ເປີດອ່ານອີເມວ ທີ່ບໍ່ມີບັນຊີຜູ້ໃຊ້ໃນບໍລິສັດທີ່ອ້າງເຖິງ ຖ້າເຈົ້າໄດ້ຮັບຂໍ້ຄວາມໃນຮູບແບບທີ່ວ່າ “ກະລຸນາອັບເດດຂໍ້ມູນບັນຊີ PayPal” ແຕ່ເຈົ້າບໍ່ເຄີຍມີບັນຊີ PayPal ມາກ່ອນ ສິ່ງນີ້ຖືວ່າເປັນສັນຍານຂອງ Phishing ທີ່ຊັດເຈນຫຼາຍ, ເຈົ້າອາດຈະຢ້ານວ່າ ມີໃຜຄົນອື່ນມາເປີດບັນຊີໂດຍໃຊ້ຊື່ຂອງເຈົ້າ ຫຼື ບໍ່, ແຕ່ກໍ່ບໍ່ຄວນເປີດອີເມວດັ່ງກ່າວ ຄວນສອບຖາມກັບບໍລິສັດໂດຍກົງຈະດີກວ່າ. 2. ບັນຊີອີເມວຂອງເຈົ້າບໍ່ໄດ້ໃຊ້ເປັນອີເມວໃນການຕິດຕໍ່ກັບບໍລິສັດທີ່ລະບຸໄວ້ ສົມມຸດວ່າ ຖ້າເຈົ້າມີບັນຊີ PayPal ແຕ່ບໍ່ໄດ້ເຊື່ອມຕໍ່ກັບບັນຊີອີເມວທີ່ເຈົ້າໄດ້ຮັບຂໍ້ຄວາມ ລວມທັງບໍ່ເຄີຍບອກທີ່ຢູ່ອີເມວນີ້ໃຫ້ບໍລິສັດຮູ້ ບໍລິສັດກໍ່ບໍ່ຄວນທີ່ຈະສົ່ງມາທີ່ອີເມວນີ້ໄດ້. 3. ທີ່ຢູ່ອີເມວສຳລັບຕອບກັບ ທີ່ມີຄວາມຜິດປົກກະຕິ ຖືເປັນຈຸດທີ່ເຮົາຈະບໍ່ຄ່ອຍໄດ້ສັງເກດເບິ່ງ ແຕ່ກໍ່ເປັນຈຸດທີ່ສາມາດຢືນຢັນວ່າເປັນອີເມວຫຼອກລວງໄດ້ຊັດເຈນທີ່ສຸດ ເພາະເມື່ອເຈົ້າໄດ້ຮັບອີເມວຈາກບໍລິສັດທີ່ຮູ້ຈັກ ອີເມວນັ້ນກໍ່ຄວນຈະມາຈາກທີ່ຢູ່ອີເມວຂອງບໍລິສັດນັ້ນໂດຍກົງ […]

Kaspersky ເປີດເຜີຍສະຖິຕິ ປີ 2020 ພົບໄຟລ໌ອັນຕະລາຍເກີດໃໝ່ ສະເລ່ຍມື້ລະ 360,000 ໄຟລ໌ ເພີ່ມຂຶ້ນ 5.2% ຈາກປີກ່ອນ.

ສາລະໜ້າຮູ້ທາງດ້ານໄອທີ Kaspersky ເປີດເຜີຍສະຖິຕິ ປີ 2020 ພົບໄຟລ໌ອັນຕະລາຍເກີດໃໝ່ ສະເລ່ຍມື້ລະ 360,000 ໄຟລ໌ ເພີ່ມຂຶ້ນ 5.2% ຈາກປີກ່ອນ. ໃນປີ 2020, Kaspersky ກວດພົບໄຟລ໌ອັນຕະລາຍເກີດໃໝ່ສະເລ່ຍແລ້ວ ມື້ລະ 360,000 ໄຟລ໌ ຊຶ່ງເພີ່ມຂຶ້ນ 5.2% ເມື່ອທຽບກັບປີທີ່ຜ່ານມາ ສາເຫດແມ່ນໜ້າຈະມາຈາກ ການເຕີບໃຫຍ່ ແລະ ຂະຫຍາຍໂຕຢ່າງຫຼວງຫຼາຍຂອງ ໂທຈັນ (Trojan ໄຟລ໌ທີ່ເປັນອັນຕະລາຍໄດ້ຫຼາຍຢ່າງ ລວມທັງການລຶບ ຫຼື ລັກຂໍ້ມູນພ້ອມ) ແລະ ແບັກດໍ (Backdoor ໂທຈັນປະເພດໜຶ່ງທີ່ຜູ້ບໍ່ຫວັງດີ ສາມາດເຂົ້າມາຄວບຄຸມເຄື່ອງຄອມພິວເຕີຂອງເຫຍື່ອ) ເພີ່ມຂຶ້ນ 40.5% ແລະ 23% ຕາມລຳດັບ ແລະ ນີ້ແມ່ນແນວໂນ້ມ ທີ່ບອກໃນລາຍງານ Kaspersky Security Bulletin: Statistics of the Year Report ລະບົບກວດຈັບຂອງ Kaspersky […]

ກຳແໜ້ນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

ກຳແໜ້ນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໂດຍ: ທ່ານ ຄຳວິສັນ ແກ້ວສຸວັນ ຜູ້ຊ່ວຍຄະນະໂຄສະນາອົບຮົມສູນກາງພັກ     ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ(ພັກປປລາວ)ໄດ້ດຳເນີນຢ່າງເປັນທາງການແຕ່ວັນທີ

ວັນນີ້ 22 ທັນວາ 2020 “ທ່ານນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ຖະແຫຼງຂ່າວກ່ຽວກັບການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະ ຍາດ COVID-19 .”

ວັນນີ້ 22 ທັນວາ 2020 “ທ່ານນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ຖະແຫຼງຂ່າວກ່ຽວກັບການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະ ຍາດ COVID-19 .” ພໍ່ແມ່ພີ່ນ້ອງຊາວລາວ ທີ່ເຄົາລົບ ແລະ ຮັກແພງທັງຫຼາຍ! ມື້ນີ້, ໂດຍຢືນຢູ່ຕໍ່ໜ້າຄວາມທ້າທາຍຈາກພະຍາດ ໂຄວິດ-19 ໃນທົ່ວໂລກກໍຄືປະເທດພວກເຮົາ, ຂ້າພະເຈົ້າ ມີຄວາມຈໍາເປັນທີ່ຕ້ອງໄດ້ອອກມາພົບປະກັບພີ່ນ້ອງຊາວລາວເຮົາອີກຄັ້ງໜຶ່ງ ດ້ວຍການຖະ ແຫຼງຜ່ານສື່ມວນຊົນ

ສື່ມວນຊົນໃນຍຸກ ( Newnormal ).

                                        ສື່ມວນຊົນໃນຍຸກ ( Newnormal ) ກ່ອນການລະບາດຂອງພະຍາດໂຄວິດ -19 ກໍໄດ້ເກີດມີປະກົດການໃໝ່ຂຶ້ນໃນວົງການສື່ມວນຊົນທົ່ວໂລກ ນັ້ນຄືຄວາມນິຍົມໃນການບໍລິໂພກຂ່າວທາງສື່ອອນລາຍ ອັນໄດ້ເຮັດໃຫ້ສື່ມວນຊົນທົ່ວໂລກຕ້ອງມີການປັບປຸງຕົນ ເອງ ໂດຍສະເພາະແມ່ນ ສື່ສິ່ງພິມທີ່ໄດ້ຮັບຜົນກະທົບຢ່າງໜັກ; ມີບາງສະບັບກໍຢຸດຕິການພິມຈໍາໜ່າຍ ເຊິ່ງສາ ເຫດຕົ້ນຕໍແມ່ນລາຍຮັບຕົກຕໍ່າຍ້ອນຜູ້ບໍລິໂພກ ຂ່າວທັງຫຼາຍຫັນສູ່ສື່ອອນລາຍ (Socialmedia) ເພາະມັນສະ ດວກວ່ອງໄວພຽງແຕ່ມີໂທລະສັບມືຖືລຸ້ນທັນສະໄໝ ກໍສາມາດເຂົ້າເຖິງບັນດາຂໍ້ມູນທີ່ຢາກຮູ້ໄດ້,ບາງຂ່າວບໍ່ຈໍາເປັນຈ່າຍເງິນກໍ່ເບິ່ງໄດ້ສະບາຍ. ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ -19 ເຮັດໃຫ້ໂລກຂອງພວກເຮົາມີການປ່ຽນແປງຮູບແບບການດໍາລົງຊີວິດນັ້ນກໍຄື ວິຖີຊີວິດແບບປົກກະຕິໃໝ່ ( Newnormal ) ຮູບແບບການດໍາລົງຊີວິດດັ່ງກ່າວມັນເຊື່ອມເຂົ້າຫາທຸກຂົງເຂດລວມເຖິງວົງການສື່ມວນຊົນ, ຫາກເພື່ອນຜູ້ອ່ານຕິດຕາມຂ່າວຈະເຫັນວ່າຜູ້ກະທົບໜັກທີ່ສຸດແມ່ນວົງການສື່ສິ່ງພິມເຊັ່ນ: ໜັງສືພິມດັງໆລະດັບໂລກຕ້ອງປິດກິດຈະການລົງຍ້ອນຂາດລາຍຮັບ. ສໍາລັບວົງການສື່ມວນຊົນຂອງປະເທດເຮົາກໍບໍ່ສາມາດຫຼີກລຽງເຫດການນີ້ໄດ້ ເຊັ່ນ: ວາລະສານ, ໜັງສືພິມ, ຈໍານວນພິມ […]

1 4 5 6 7 8 10