ພິທີເປີດຊຸດຝຶກອົບຮົມການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ.
ພິທີເປີດຊຸດຝຶກອົບຮົມການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ. ໃນຕອນເຊົ້າຂອງ ວັນທີ 3 ພະຈິກ 2021 ນີ້, ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໄດ້ມີພິທີເປີດຊຸດຝຶກອົບຮົມ ກ່ຽວກັບການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ ເຊິ່ງຈັດໂດຍ ກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ; ໃຫ້ກຽດເຂົ້າ ຮ່ວມມີ: ທ່ານ ຊາງ ຈິນ ຮອງຫົວໜ້າກົມຮ່ວມມືສາກົນແຫ່ງລັດ ວິທະຍຸກະຈາຍສຽງ ສປ ຈີນ, ທ່ານ ລິວລິງໄຫ ຮອງຄະນະບໍດີ ສະຖາບັນຄົ້ນຄ້ວາກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ, ທ່ານ ຣັດສະໝີ ດວງສັດຈະ ເລຂາທິການ ສະມາຄົມນັກຂ່າວແຫ່ງ ສປປ ລາວ, ພ້ອມດ້ວຍສື່ມວນຊົນລາວເຂົ້າຮ່ວມ ແລະ ພະນັກງານຕາງໜ້າ ຈາກບັນດາກະຊວງ, […]