3 ອົງການຈັດຕັ້ງມະຫາຊົນ

ແຂ່ງຂັນບານເຕະມິດຕະພາບລະຫວ່າງ ຄະນະຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະຊາວໜຸ່ມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ

ແຂ່ງຂັນບານເຕະມິດຕະພາບລະຫວ່າງ ຄະນະຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະຊາວໜຸ່ມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ        ໃນ ວັນທີ 8 ຕຸລາ 2020 ທີ່ຜ່ານມາ ຄະນະບໍລິຫານງານຊາວໜຸ່ມຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີແຂ່ງຂັນກິລາບານຊາຍມິດຕະພາບກັບຄະນະບໍລິຫານງານຊາວໜຸ່ມຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດຢູ່ທີ່ເດີນບານຊ້າງ 3 ບ້ານຊ້າງຄູ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີ: ເລຂາ, ຮອງເລຂາໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຂອງ 2 ພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.        ໃນພິທີ ທ່ານ ນາງ ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ກ່າວວ່າ: ການສ້າງຂະບວນການແຂ່ງຂັນກິລາໃນຄັ້ງນີ້ເປັນການສ້າງໂອກາດໃຫ້ຊາວໜຸ່ມ ໄດ້ແລກປ່ຽນບົດຮຽນດ້ານວຽກງານກິລາຮ່ວມກັນ, ສ້າງເງື່ອນໄຂກະຕຸກຊຸກຍູ້ໃຫ້ຊາວໜຸ່ມຫັນມາຫຼິ້ນກິລາຢ່າງເປັນຂະບວນຟົດຟື້ນທັງເປັນການເຊື່ອມສານຄວາມສາມັກຄີລະຫວ່າງຊາວໜຸ່ມທັງສອງຝ່າຍ. ນອກນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກກິລາທຸກຄົນ, ມີນ້ຳໃຈນັກກິລາ, ຫຼິ້ນຢ່າງສ້າງສັນຮູ້ໄດ້ຮູ້ເສຍ, ຮູ້ໃຫ້ອາໄພເຊິ່ງກັນ ແລະ ກັນເພື່ອເຮັດໃຫ້ບັນຍາກາດແຂ່ງຂັນກິລາໃນຄັ້ງນີ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.

ຄະນະຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກໄດ້ເຂົ້າຮ່ວມພິທີໂຮມຊຸມນຸມປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວ

ຄະນະຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກໄດ້ເຂົ້າຮ່ວມພິທີໂຮມຊຸມນຸມປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວ     ໃນ​ວັນ​ທີວັນທີ 25 ສິງຫາ​ຜ່ານ​ມາ ຄະ​ນະ​ຊາວ​ໜຸ່ມ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກໄດ້ເຂົ້າ​ຮ່ວມ​ພິ​ທີໂຮມຊຸມນຸມປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວ

ຄະນະບໍລິຫານງານສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກສ້າງ ຂະບວນການແຂ່ງຂັນກິລາ ເພື່ອຕ້ອນຮັບວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ (20/07/1955-20/07/2020).

ຄະນະບໍລິຫານງານສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກສ້າງ ຂະບວນການແຂ່ງຂັນກິລາ ເພື່ອຕ້ອນຮັບວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ (20/07/1955-20/07/2020). ໃນຕອນບ່າຍວັນທີ 17 ກໍລະກົດ 2020 ຜ່ານມາຄະນະບໍລິຫານງານສະຫະພັນແມ່ຍິງຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີແຂ່ງຂັນກິລາບານເຕະຍິງ-ຊາຍ ແລະ ອາວຸໂສ ຢູ່ທີ່ເດີນເຕະບານຫຍ້າທຽມ ມຊ, ຂ້າງໂຮງຮຽນມັດທະຍົມສາທິດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ,ໂດຍໃຫ້ກຽດເປັນປະທານ ແລະ ກ່າວເປີດພິທີ ໂດຍທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ເຂົ້າຮ່ວມມີ: 3ອົງການຈັດຕັ້ງມະຫາຊົນ, ສະຫະພັນແມ່ຍິງ, ຊາວໜຸ່ມ ແລະ ສະມາຊິກກຳມະບານບັນດາກົມທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຕາງໜ້າໃຫ້ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນກ່າວເປີດພິທີເພື່ອຂຳນັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ ແລະ ກອງປະຊຸມໃຫຍ່ກຳມະບານທີ່ຈະມາເຖີງໃນໄວໆນີ້, ທັງເປັນການສ້າງໂອກາດໃຫ້ຊາວໜຸ່ມ, ແມ່ຍິງ, ກຳມະບານທົ່ວ ຄອສພ ໄດ້ແລກປ່ຽນບົດຮຽນ,ສ້າງຄວາມສາມັກຄີດ້ວຍການຫຼິ້ນກິລາ ເຮັດໃຫ້ມີສຸຂະພາບແຂງແຮງ ແລະ ສ້າງມິດຕະພາບ. ນອກນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກກິລາທຸກຄົນ, ມີນ້ຳໃຈນັກກິລາ, […]

ກອງປະຊຸມປະເມີນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2019.

ກອງປະຊຸມປະເມີນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2019.        ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2020, ຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປະເມີນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2019 ຂຶ້ນທີ່ ຫ້ອງປະຊຸມໂຕະມົນ (ຊັ້ນ2) ສໍານັກງານຫຼັກ6; ໂດຍການເຂົ້າຮ່ວມຂອງຄະນະກວດກາ 4 ບຸກ ຂອງສູນກກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ-ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ປະທານກວດກາ ຄອສພ, ເຂົ້າຮ່ວມມີ: ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ ຄອສພ ແລະ ເລຂາຊາວໜຸ່ມແຕ່ລະໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.       ກອງປະຊຸມປະເມີນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ […]

3 ອົງການຈັດຕັ້ງມະຫາຊົນຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດກິດຈະກຳບານເຕະຍິງ-ຊາຍເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ກຳມະບານ ຄອສພ ແລະ ວັນແມ່ຍິງສາກົນ

3 ອົງການຈັດຕັ້ງມະຫາຊົນຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດກິດ ຈະກຳບານເຕະຍິງ-ຊາຍເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ກຳມະບານ ຄອສພ ແລະ ວັນແມ່ຍິງສາກົນ ໃນຕອນບ່າຍວັນທີ 28 ກຸມພາ 2020 ຜ່ານມາ 3ອົງການຈັດຕັ້ງມະຫາຊົນຄະນະໂຄສະນາອົບຮົມສູນກາງພັກໄດ້ຮ່ວມກັນຈັດກິດຈະກຳບານເຕະຍິງ-ຊາຍເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ກຳມະບານ ຄອສພ ແລະ ວັນແມ່ຍິງສາກົນວັນທີ 8 ມິນາ 2020 ຄົບຮອບ 110 ປີ ທີ່ເດີນເຕະບານແກ້ວດາລາໃຫ້ກຽດປະທານກ່າວເປີດພິທີໂດຍ ທ່ານ ຄຳເຄນ ຈັນທະວົງ ປະທານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ຄະນະບໍລິຫານງານຊາວໜຸ່ມ, ແມ່ຍິງ ແລະ ສະມາຊິກກຳມະບານທັງໝົດ ຄອສພ. ກ່ອນເລີ່ມການແຂ່ງຂັນປະທານກຳມະບານ ຄອສພ ໄດ້ມີຄຳເຫັນກ່າວຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້ເຊິ່ງໄດ້ຍົກໃຫ້ເຫັນເຖິງການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ກຳມະບານ ຄອສພ ທັງເປັນການ ຫັດແໜ້ນຄວາມສາມັກຄີລະຫວ່າງກົມຕໍ່ກົມພາຍໃນ ຄອສພ. ການແຂ່ງຂັນໄດ້ແບ່ງເປັນ 4 ທີມຄື: ທີມຍິງ 2 ທີມ ແລະ ທີມຊາຍ 2 ທີມ. ທີມຍິງ A ທີມຍິງ B ທີມຊາຍ […]

1 7 8 9 10