ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະຈັດຕັ້ງສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະຈັດຕັ້ງສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີ ປາຖະກະຖາຜົນສຳເລັດຂອງກອງປະຊຸມຄົບຄະນະກຳມະການສູນກາງພັກກອມມູນິດຈີນ ຄັ້ງທີ 4 ສະໄໝ XIX

ໃນຕອນເຊົ້າວັນທີ 05 ທັນວາ 2019ຜ່ານມາ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການສູນກາງພັກ(ຫຼັກ6) ໄດ້ຈັດພິທີ ປາຖະກະຖາຜົນສຳເລັດຂອງກອງປະຊຸມຄົບ

ຄະນະກຳມະການສູນກາງພັກກອມມູນິດຈີນຄັ້ງທີ 4 ສະໄໝ XIX ພາຍໃຕ້ຫົວຂໍ້“ ການກໍ່ສ້າງພັກ, ການກໍ່ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ” ໃຫ້ແກ່ພະນັກງານນໍາພາຄຸ້ມຄອງແຕ່ລະຂັ້ນຂອງລາວ, ເປັນກຽດປາຖະກະຖາຂອງ ສະຫາຍ ຈ່າງ ອານມິນ(Zang Anmin) ເລຂາທິການຄະນະຈັດຕັ້ງສູນກາງພັກກອມມູນິດຈີນ; ເຂົ້າຮ່ວມຮັບຟັງມີ: ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກ, ຄະນະພັກ – ຄະນະນໍາບັນດາກະຊວງ, ອົງການຈັດຕັ້ງພັກ – ລັດ ແລະ ສະຖາບັນຄົ້ນຄວ້າຕ່າງໆເຂົ້າຮ່ວມຈຳນວນ 600 ກວ່າສະຫາຍ.

ໃນພິທີດັ່ງກ່າວ ສະຫາຍ ຈ່າງ ອານມິນ(Zang Anmin) ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດຂອງກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XIX ຂອງພັກກອມມູນິດຈີນ ພາຍໃຕ້ຫົວຂໍ້ “ ການຢຶດໝັ້ນ ແລະ ບູລະນະລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຊຸກຍູ້ລະບົບການບໍລິຫານລັດ ແລະ ການຍົກສູງຄວາມສາມາດໃນການບໍລິຫານລັດໃຫ້ທັນສະໄໝ ” ເຊິ່ງເປັນກອງປະຊຸມທີ່ມີຄວາມໝາຍສຳຄັນທາງການເມືອງຂອງພັກ – ລັດຖະບານຈີນ ໃນການປັບປຸງບູລະນະລະບົບການຄຸ້ມຄອງພັກ – ການບໍລິຫານປະເທດ ຕາມສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນຖືກຕ້ອງ – ໜັກແໜ້ນຂອງສູນກາງພັກກອມມູນິດຈີນ ທີ່ຖື ສະຫາຍ ສີຈິ້ນຜິງ ເປັນແກນນໍານັ້ນ, ປະຊາຊົນຈີນ ຈະສາມາດຍາດໄດ້ຜົນສຳເລັດອັນ ໃໝ່ໃຫຍ່ຫຼວງກວ່າເກົ່າ ເພື່ອບັນລຸການສ້າງສັງຄົມທີ່ເຂັ້ມແຂງຢ່າງຮອບດ້ານ ຕາມທີ່ກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນ ວາງອອກ. ສຳລັບການພົວພັນຮ່ວມມືລະຫວ່າງສອງພັກສອງລັດ ລາວ – ຈີນ ໃນປີ 2019 ແມ່ນມີຄວາມໝາຍສຳຄັນ ແລະ ເລິກເຊິ່ງທີ່ສຸດ ເປັນປີທີ່ສອງພັກສອງລັດ ໄດ້ຍົກລະດັບການພົວພັນຈາກການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລາວ – ຈີນ ຂຶ້ນເປັນຄູ່ຮ່ວມຊາຕາກຳ ລາວ – ຈີນ ເຊິ່ງການນຳຂັ້ນສູງສຸດຂອງສອງພັກ ໄດ້ລົງນາມຮ່ວມກັນໃນທ້າຍເດືອນເມສາຜ່ານມາ ທັງເປັນປີທ່ອງທ່ຽວ ລາວ – ຈີນ.

ໃນຕອນທ້າຍສະຫາຍ ຈ່າງ ອານມິນ(Zang Anmin) ໄດ້ກ່າວເຊື່ອໝັ້ນຢ່າງໜັກແໜ້ນວ່າການປາຖະກະຖາໃນຄັ້ງນີ້ ຈະເປັນຜົນດີໃຫ້ແກ່ພະນັກງານການນຳຂອງລາວທຸກຂັ້ນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບແນວທາງນະໂຍບາຍ ແລະ ທິດທາງລວມຂອງພັກ – ລັດຈີນ ໃນຍຸກສະໄໝໃໝ່. ນອກນັ້ນ, ຍັງໄດ້ຕີລາຄາສູງພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ໜັກແໜ້ນຂອງພັກປະຊາຊົນ ປະຕິວັດລາວ, ສປປ ລາວ ຈະສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນລາວນັບມື້ດີຂຶ້ນ, ບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໄດ້ຮັບການຍົກສູງຂຶ້ນເລື້ອຍໆ.