ຄະນະໂຄສະນາອົບຮົມສູນກາງພັກຈັດພິທີເຊື່ອມຊຶມມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 44 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ…

http://ptc.gov.la/images/stories/2121944.jpg

ຄະນະໂຄສະນາອົບຮົມສູນກາງພັກຈັດພິທີເຊື່ອມຊຶມມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 44 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ ແລະ ເຜີຍແຜ່ເອກະສານ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X ຂອງພັກ

ໃນຕອນເຊົ້າວັນທີ 04 ທັນວາ 2019 ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກພາຍໃຕ້ການເປັນປະທານ ແລະ ບັນຍາຍໂດຍ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ເຂົ້າຮ່ວມຮັບຟັງມີ: ຄະນະພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການທັງໝົດພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຍົກໃຫ້ເຫັນເນື້ອໃນມູນເຊື້ອວັນຊາດ 2 ທັນວາ ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ; ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ, ມີອະທິປະໄຕຢ່າງຄົບຖ້ວນ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ.ຜົນງານທີ່ຍາດມາໄດ້ຕະຫຼອດໄລຍະ 44 ປີຜ່ານມາໄດ້ມີຫຼາຍດ້ານໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວເວົ້າລວມສະເພາະທາງດ້ານການເມືອງ, ວັດທະນະທຳ, ເສດຖະກິດ-ສັງຄົມ, ການຮ່ວມມືກັບສາກົນ ແລະ ອຶ່ນໆແມ່ນມີບາດກ້າວດີຂື້ນເລື້ອຍໆ. ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນມູນເຊື້ອຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ເພິ່ນໄດ້ເຂົ້າຮ່ວມເຄື່ອນໄຫວປະຕິວັດແຕ່ເຍົາໄວ, ໄດ້ຜ່ານການຝຶກຝົນທົດສອບໃນແປວໄຟປະຕິວັດຕົວຈິງ, ເປັນນັກປຸກລະດົມຂົນຂວາຍທີ່ເຕັມໄປດ້ວຍຄວາມເສຍສະຫຼະ, ເປັນນັກໂຄສະນາປາຖະກະຖາທີ່ດີເລີດ, ເປັນນັກຍຸດທະສາດທີ່ປີຊາສາມາດ ແລະ ເປັນແກ່ນສານແຫ່ງຄວາມສາມັກຄີພາຍໃນຊາດ ຍາມໃດເພີ່ນກໍ່ເອົາໃຈໃສ່ສ້າງ, ຄວາມສາມັກຄີປອງດອງລະຫວ່າງປະຊາຊົນບັນດາເຜົ່າ ແລະ ຮັບຜິດຊອບວຽກງານແຕ່ນ້ອຍຫາໃຫຍ່ກ້າວຂຶ້ນເປັນຜູ້ນຳສູງສຸດຂອງພັກ. ປັດຈຸບັນພັກປະຊາຊົນປະຕິວັດລາວໄດ້ຖືເອົາແນວຄິດປະທານ ໄກສອນ ພົມວິຫານ ເປັນແນວຄິດຊີ້ນຳຂອງພັກ.

ນອກຈາກນັ້ນ ທ່ານຍັງໄດ້ເຜີຍແຜ່ເອກະສານ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝ ທີ X ຂອງພັກເຊິ່ງລວມມີບັນດາຫົວຂໍ້ທີ່ສຳຄັນໃນການນຳສະເໜີໃນກອງປະຊຸມໃນຄັ້ງນີ້ຄື:

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະ ມານແລະແຜນເງິນຕາປະຈໍາປີ 2019 ແລະ ທິດທາງແຜນການປະຈໍາປີ 2020;
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ;
ວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ;
ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ;
ຟັງການລາຍງານການປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ ສະບັບທໍາອິດ ຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ;
ດຳເນີນຊີວິດການເມືອງ, ສໍາຫຼວດການນໍາພາລວມໝູ່ ແລະ ຄວາມຮັບຜິດຊອບຂອງກໍາມະການສູນກາງແຕ່ລະສະຫາຍ ປະຈໍາປີ 2019.
ຄະນະບໍລິຫານງານສູນກາງພັກ ໄດ້ເອກະພາບ ຕໍ່ບາງໜ້າທີ່ຈຸດສຸມ ສຳລັບການນຳພາ-ຊີ້ນຳວຽກງານໃນຕໍ່ໜ້າ.

ກອງປະຊຸມໄດ້ເປັນເອກະພາບຕີລາຄາ ໃນໜຶ່ງປີຜ່ານມາດ້ວຍຄວາມບຸກບືນ ສູ້ຊົນ ຂອງທົ່ວພັກ,ທົ່ວລັດ ແລະ ທົ່ວປວງຊົນ ໄດ້ເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະແຜນເງິນຕາ ສ່ວນໃຫຍ່ບັນລຸໝາກຜົນ ຕາມຄາດໝາຍທີ່ວາງໄວ້, ເສດຖະກິດຍັງສືບຕໍ່ຂະຫຍາຍຕົວໃນລະດັບ 6,4% (ຄາດໝາຍກອງປະຊຸມໃຫຍ່ ຄັ້ງທີ X ວາງອອກ 7,5%), ຂະແໜງກະສິກໍາ, ຂະແໜງອຸດສາຫະກໍາ, ຂະແໜງການບໍລິການ, ການລົງທຶນ ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ, ການນໍາເຂົ້າ-ສົ່ງອອກ ໃນປີນີ້ ເກີນດູນ ແຕ່ກໍຍັງເຫັນວ່າ ໃນການແກ້ໄຂບັນດາບັນຫາພື້ນຖານທາງດ້ານເສດຖະກິດ ແມ່ນຍັງບໍ່ທັນຫັນປ່ຽນຈະແຈ້ງ, ກົນໄກການເຄື່ອນໄຫວບໍ່ທັນຊັດເຈນ, ຫຼາຍບັນຫາສືບຕໍ່ຫຍຸ້ງຍາກ ເຊັ່ນ: ບັນຫາໜີ້ສິນ ບໍ່ໄດ້ຮັບການແກ້ໄຂໃຫ້ຫຼຸດລົງ, ບັນຫາການຜະລິດກະສິກໍາ-ປ່າໄມ້ ບໍ່ທັນມີທາງອອກຈະແຈ້ງ,ບັນຫາການຊຸກຍູ້ສົ່ງເສີມ ການດໍາເນີນການຜະລິດ-ທຸລະກິດ ໂດຍສະເພາະທຸລະກິດຂະ ໜາດນ້ອຍ ແລະ ກາງ ບໍ່ທັນໄດ້ຮັບການຊຸກຍູ້ສົ່ງເສີມ, ບັນຫາການປັບປຸງຂັ້ນຂອດ ການບໍລິການຕໍ່ການລົງທຶນ ຍັງບໍ່ທັນໂລ່ງລ່ຽນ, ຊັກຊ້າ, ແກ່ຍາວ ແລະ ບັນຫາອື່ນໆ.

ໃນຕອນທ້າຍ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເນັ້ນໃຫ້ຄະນະພັກທຸກຂັ້ນ ແລະ ສະມາຊິກພັກ ທຸກສະຫາຍ ຈົ່ງເພີ່ມຄວາມຮັບ ຜິດຊອບໃນການຊີ້ນຳໆພາ, ກໍາແໜ້ນອຸດົມການຂອງພັກ, ຈຸດປະສົງ, ຫຼັກການ, ທິດນໍາ, ເງື່ອນໄຂ ແລະ ຂັ້ນຕອນການຂະຫຍາຍສະມາຊິກພັກ ເພື່ອສ້າງໃຫ້ການຈັດຕັ້ງພັກຂັ້ນຕົນມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສືບຕໍ່ມີບົດບາດໃນການຊີ້ນໍາ-ນໍາພາໃນ ທຸກຂົງເຂດວຽກງານ ແລະ ພ້ອມ ກັນນໍາເອົາເນື້ອໃນຈິດໃຈຂອງບັນດາເອກະສານດັ່ງກ່າວໄປ ຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.