ສະຫາຍ ປອ ຄຳພັນ ພົມມະທັດ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ…

http://ptc.gov.la/images/it/cam1.jpg

ສະຫາຍ ປອ ຄຳພັນ ພົມມະທັດ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ທີ່ຣາຊະອານາຈັກກໍາປູເຈຍ

ໃນວັນທີ 28 ຕຸລາ 2019 ທີ່ຜ່ານມາ ສະຫາຍ ປອ ຄຳພັນ ພົມມະທັດ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບ

ຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ທີ່ຣາຊະອານາຈັກກໍາປູເຈຍ.

ໃນໂອກາດຢ້ຽມຢາມຣາຊະອານາຈັກກຳປູເຈຍ, ສະຫາຍ ປອ ຄໍາພັນ ພົມມະທັດ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ, ປະທານ ພັກປະຊາຊົນກຳປູເຈຍ ໃນຕອນເຊົ້າຂອງວັນທີ 29 ຕຸລາ 2019. ໃນການພົບປະ ສະຫາຍ ປອ ຄຳພັນ ພົມມະທັດ ໄດ້ນຳເອົາຄຳ ຢື້ຢາມຖາມຂ່າວຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ຝາກເຖິງ ສົມເດັດ ແລະ ບັນດາການນຳພັກ, ລັດ ແລະ ປະຊາຊົນກຳປູເຈຍ. ຈາກນັ້ນສະຫາຍ ປອ ຄໍາພັນ ພົມມະທັດ ໄດ້ແຈ້ງສະພາບການໂດຍຫຍໍ້ຂອງ ສປປ ລາວ ແລະ ຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະ ຜ່ານມາ, ພ້ອມທັງໄດ້ອວຍພອນໃຫ້ປະຊາຊົນກຳປູເຈຍ ອ້າຍນ້ອງ ຈົ່ງຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດ ສ້າງສາ ແລະ ປົກປັກ ຮັກສາປະເທດຊາດຂອງຕົນ. ພິເສດ, ໄດ້ສະແດງຄວາມຊົມເຊີຍຕໍ່ການຍົກລະດັບສາຍພົວພັນລະຫວ່າງສອງປະເທດ ທີ່ດີຢູ່ແລ້ວ ໃນເມື່ອກ່ອນ ມາເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ແລະ ສະແດງຄວາມເຊື່ອ ໝັ້ນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ລະຫ່ວາງ ລາວ-ກໍາປູເຈຍ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ນຳເອົາຜົນ ປະໂຫຍດຕົວຈິງມາໃຫ້ປະຊາຊົນສອງປະເທດ ແລະ ປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາໃນ ພາກພື້ນ ແລະ ໃນໂລກ.

ປະທານພັກປະຊາຊົນ ກໍາປູເຈຍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງການຢ້ຽມຢາມ ຣາຊະອານາຈັກກຳປູເຈຍ ຂອງ ສະຫາຍ ປອ ຄຳພັນ ພົມມະທັດໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມນັ້ນກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ ຜົນສຳເລັດທີ່ພັກ, ລັດ ແລະ ປະຊາຊົນລາວຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວ ໄປສູ່ຄວາມວັດທະນາຖາວອນ, ອັນໄດ້ເຮັດໃຫ້ປະເທດຊາດມີສະຖຽນລະພາບ ທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ ໄດ້ຮັບການປັບປຸງໃຫ້ດີຂຶ້ນ, ສະແດງຄວາມເຊື້ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫລາດສ່ອງໃສ່ຂອງພັກ ປະຊາຊົນ ປະຕິວັດ ລາວ ໂດຍມີ ພະນະທ່ານ ບຸນຍັງ ວໍລະຈິດ ເປັນຜູ້ນຳໜ້ານັ້ນ, ປະຊາຊົນລາວ ບັນດາເຜົ່າຈະສືບຕໍ່ປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ຢ່າງມີໄຊ.
ສົມເດັດ ຮຸນ ແຊນ ໄດ້ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ກໍາປູເຈຍ ຈະຮ່ວມກັບພັກ, ລັດ ແລະ ປະຊາຊົນ ລາວ ປົກປັກຮັກສາ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບອັນດີງາມລະຫວ່າງປະຊາຊົນສອງຊາດໃຫ້ຂະຫຍາຍ ຕົວຍີ່ງໆຂຶ້ນ.
ໃນວັນດຽວກັນ, ສະຫາຍ ປອ ຄໍາພັນ ພົມມະທັດ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະ ແລະ ເຮັດວຽກກັບ ທ່ານ ມອມ ສາຣີນ, ຫົວໜ້າຫ້ອງວ່າການສູນກາງພັກ, ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບພົ້ນເດັ່ນໃນການນຳພາຂອງພັກຕົນ, ຕີລາຄາການພົວພັນຮ່ວມມືສອງຝ່າຍໃນໜື່ງປີທີ່ຜ່ານມາ, ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນ ຕໍ່ໜ້າ ແລະ ແລກປ່ຽນບົດຮຽນດ້ານຕ່າງໆໃນການເຄື່ອນໄຫວວຽກງານຕ່າງປະເທດຂອງສອງພັກ, ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການ ພາກ ພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.
ໃນຕອນແລງຂອງວັນທີ 30 ຕຸລາ 2019 ສະຫາຍ ປອ ຄໍາພັນ ພົມມະທັດ, ກຳມະການກົມການເມືອງ, ເລຂາທິການສູນ ກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ໄດ້ພົບປະ ແລະ ເຮັດວຽກ ກັບການນຳພັກແຂວງ ສຽມຣຽບ, ເຊິ່ງທ່ານໄດ້ຕີລາຄາສູງຕໍ່ຜົນສຳເລັດການພັດທະນາເສດຖະກິດ – ສັງຄົມ ທີ່ຄະພັກແຂວງ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງປຶກສາຫາລືທິດທາງການຮ່ວມມື ໃນຂົງເຂດທີ່ທັງສອງຝ່າຍຕ່າງກໍ່ມີທ່າ ແຮງບົ່ມຊ້ອນ ໂດຍສະເພາະແມ່ນດ້ານ ວຽກງານການທ່ອງທ່ຽວ.
ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກກຳປູເຈຍຄັ້ງນີ້, ຄະນະຍັງໄດ້ໄປຢ້ຽມຢາມບາງສະຖານທີ່ປະຫວັດສາດ ແລະ ວັດທະນະທໍາຈໍາ ນວນໜຶ່ງຢູ່ນະຄອນຫຼວງພະນົມເປັນ ແລະ ແຂວງ ສຽມຣຽບ.

ທີ່ມາຈາກ: www.cerccp.gov.la

ຄະນະພົວພັນຕ່າງປະເທດສູນກາງພັກ