ກອງປະຊຸມສະມາຊິກພັກບຳນານ

ກອງປະຊຸມສະມາຊິກພັກບຳນານ

ໃນຕອນບ່າຍຂອງວັນທີ 26 ທັນວາ 2019 ຜ່ານມາ, ໜ່ວຍພັກບໍານານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປະຈຳປີ2019 ຢູ່ທີ່ ຫ້ອງປະຊຸມ ຊັ້ນ (5) ຂອງ ຄອສພ; ພາຍໃຕ້ການເປັນປະທານໂດຍ ສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ຮອງເລຂາທິການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ເຂົ້າຮ່ວມມີ: ຄະນະໜ່ວຍພັກ, ສະມາຊິກພັກບໍານານ, ມີບັນດາສະຫາຍຕາງໜ້າພະແນກກວດກາ ເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວສະຫາຍ ບົວຈັນ ເພັງສະຫວັດ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານປະຈຳປີ 2019 ແລະ ທິດທາງປະຈຳປີ 2020 ເຊິ່ງໄດ້ສະຫຼຸບຕີລາ ຄາຈຸດດີ, ຈຸດອ່ອນ ການເຄື່ອນໄຫວປະຕິບັດໜ້າທີ່ຂອງໜ່ວຍພັກບໍານານຕໍ່ທີ່ປະຊຸມ; ພ້ອມນັ້ນສະມາຊິກພັກບາງສະຫາຍຍັງໄດ້ສະເໜີ ແລະ ປະຄຳຄິດຄຳເຫັນໃສ່ບົດລາຍງານເປັນຕົ້ນແມ່ນສະເໜີການຮັບຂໍ້ມູນຂ່າວສານຈາກສູນກາງ ແລະ ທ້ອງຖິ່ນ, ສິດ ແລະ ນະໂຍບາຍ ແລະ ອຶ່ນໆ ເພື່ອປະກອບໃຫ້ບົດສະຫຼູບດັ່ງກ່າວຄົບຖ້ວນສົມບູນນຳໄປປັບປຸງແກ້ໄຂໃຫ້ດີຂື້ນກວ່າເກົ່າ.

ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ ສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ຮອງເລຂາທິການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ກ່າວມີຄໍາເຫັນ ໂອ້ລົມຕໍ່ທີ່ປະຊຸມ ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນໄລຍະ 5 ປີ ຜ່ານມາ ທີ່ໜ່ວຍພັກຍາດໄດ້ຜົນງານອັນໃຫຍ່ຫຼວງ, ຊົມເຊີຍບັນດາຜູ້ແທນກອງປະຊຸມໃຫຍ່ຄັ້ງນີ້ ທີ່ໄດ້ຕັດສິນໃຈ ທຸ່ມເທ່ເຫື່ອ ແຮງສະຕິປັນຍາຂອງຕົນ ແລະ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆເຂົ້າໃນການສືບຕໍ່ເຮັດພາລະໜ້າທີ່ຂອງຕົນເອງຈົນສຸດຄວາມສາມາດ ເຊິ່ງມັນສະແດງເຖິງສະຕິຕໍ່ການຈັດຕັ້ງ, ຄວາມຮັບຜິດຊອບສູງຂອງພະນັກງານ-ສະມາຊິກພັກ, ສະແດງເຖິງຄວາມຈົງຮັກພັກດີທີ່ມີຕໍ່ພັກ, ຕໍ່ປະເທດຊາດ; ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕີລາຄາສູງ ຕໍ່ການຈັດກອງປະຊຸມໃຫຍ່ຂອງໜ່ວຍພັກບໍານານ ຄັ້ງທີ I ນີ້ ເຊິ່ງເປັນກອງປະຊຸມທີ່ມີຄວາມໝາຍ ຄວາມສໍາຄັນ ແລະ ເປັນເຫດການ ການເມືອງທີ່ສໍາຄັນອັນໜຶ່ງຢູ່ໃນ ຄອສພ ແລະ ໄຂຂຶ້ນໃນທ່າມກາງທີ່ທົ່ວພັກ ແລະ ລັດເຮົາ ພວມສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ 10 ຂອງພັກ ເຂົ້າສູ່ລ່ວງເລິກ ໂດຍສະເພາະ ມະຕິຂອງສູນກາງຄັ້ງທີ 7 ສະໄໝທີ່ 10 ເຂົ້າສູ່ຊີວິດຕົວຈິງ ເຊິ່ງໄດ້ເໜັ້ນໜັກ 2 ບັນຫາຫຼັກຄຶື: 1. ສະ ພາບຄວາມຫຍຸ້ງ ຍາກທາງດ້ານເສດຖະກິດການເງິນ ການສ້າງຄວາມເຂັ້ມແຂງຂອງການຄຸ້ມ ຄອງມະຫາພາກ, 2. ການປັບປຸງກໍ່ສ້າງຮາກ ຖານການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ; ພ້ອມນັ້ນທ່ານ ຍັງໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກບໍານານ ທຸກສະຫາຍພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ ແລະ ເຮັດສໍາເລັດໜ້າທີ່ການເມືອງ, ເຮັດໜ້າທີ່ສະມາຊິກພັກ ດ້ວຍຄວາມຮັບຜິດຊອບສູງ, ພ້ອມກັນປຶກສາຫາລື ປັບປຸງແກ້ໄຂວຽກງານຂອງໜ່ວຍພັກໃຫ້ມີບາດ ກ້າວໃໝ່ ແລະ ໄດ້ຮັບຜົນງານໃຫຍ່ຫຼວງກວ່າເກົ່າ.

ຂຽນໂດຍ: ນາງ ສົມພິນິດ ວົງສົມບັດ