ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ(08-12/06/2020)

ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ(08-12/06/2020)

ກອງປະຊຸມສູນກາງຄັ້ງທີ 10 ໄດ້ສຸມສະຕິປັນຍາທັງລະດົມແນວຄວາມຄິດໃນທົ່ວພັກປະກອບຄຳເຫັນໃສ່ບັນດາບັນຫາທີ່ສຳຄັນຂອງພັກຂອງຊາດ ເພື່ອແນ່ໃສ່ບັນລຸເປົ້າໝາຍສ້າງປະເທດລາວໃຫ້ຈະເລີນຮຸ່ງເຮືອງ, ປະຊາຊົນມີຊີວິດການເປັນຢູ່ທີ່ດີ ແລະ ມີຄວາມຍຸດຕິທຳໃນສັງຄົມດັ່ງປະທານກອງປະຊຸມໄດ້ສະຫຼຸບຕີລາຄາແຕ່ລະບັນຫາດັ່ງນີ້:

  • ການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຄັ້ງທີ7, 8, 9 ຂອງ ຄະນະບໍລິຫານງານສູນກາງພັກສະໄໝທີ X ຕິດພັນກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ເງິນຕາປະຈຳໄຕມາດທີ I ປີ 2020. ກອງປະຊຸມໄດ້ສຸມໃສ່ຕີລາຄາຄືນ ຜົນສຳເລັດ-ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7, 8, 9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໃນຊຸມປີຜ່ານມາ. ກອງປະຊຸມ ໄດ້ເປັນເອກະພາບຕໍ່ບັນດາມາດຕະການກະຕຸ້ນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ-ສັງຄົມ ໂດຍສະເພາະ ຄວາມພະຍາຍາມປັບປຸງສະພາບແວດລ້ອມຂອງການລົງທຶນ ກໍຄືການເຄື່ອນໄຫວທຸລະກິດ ແລະ ການບໍລິການ, ການແບ່ງຂັ້ນຄຸ້ມຄອງ ການແບ່ງສິດຄວາມຮັບຜິດຊອບ ແລະ  ການປະສານງານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ການແກ້ໄຂໜີ້ສິນ, ການປັບປຸງໂຄງສ້າງຂອງລັດວິສາຫະກິດ ຈຳນວນໜຶ່ງ ລວມທັງການແກ້ໄຂການຮົ່ວໄຫຼຂອງງົບປະມານ, ການປະຕິບັດລາຍຈ່າຍບໍລິຫານ ກໍຄືການລົງທຶນຂອງລັດ ຢ່າງມີຈຸດສຸມ ແນໃສ່ສ້າງການຫັນປ່ຽນທີ່ແທ້ຈິງໃນຊຸມປີຕໍ່ໜ້ານີ້.
  • ຮ່າງລາຍງານການ ເມືອງກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກ, ກອງປະຊຸມໄດ້ປະກອບຄວາມເຫັນຢ່າງກົງໄປກົງມາ ແລະ ລົງເລິກເນັ້ນໜັກໃສ່ບັນຫາທີ່ເປັນທັດສະນະພື້ນຖານ, ເປັນຫຼັກການນຳພາຂອງພັກ, ກໍຄືເດັດດ່ຽວຢຶດໝັ້ນອຸດົມການສັງຄົມນິຍົມຂອງພັກ ແລະ ລັກສະນະນຳໜ້າຂອງພັກ; ການສ້າງຄວາມສາມັກຄີພາຍໃນພັກ ແລະ ສ້າງຄວາມສາມັກຄີຂອງທົ່ວປວງຊົນລາວທັງຊາດ ແລະ ບັນຫາອື່ນໆ ທີ່ພົວພັນເຖິງການສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ການປັບປຸງຍົກລະດັບ, ສ້າງຄວາມຢູ່ດີກິນດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ການສ້າງຄວາມສະ ເໝີພາບ ແລະ  ຄວາມຍຸຕິທໍາໃນສັງຄົມ…
  • ຮ່າງແຜນພັດທະນາເສດຖະກິດ-ສັງຄົມ5ປີ ຄັ້ງທີ 9, ກອງປະຊຸມ ໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ຊອກໃຫ້ເຫັນໝົດທ່າແຮງບົ່ມຊ້ອນຂອງຊາດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ, ແກ້ໄຂຄວາມຫຍຸ້ງຍາກຂອງເສດຖະກິດ-ການເງິນ ເພື່ອສ້າງບາດກ້າວບຸກທະລຸທີ່ໜັກ   ແໜ້ນ, ໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດ ໃນຊຸມປີຕໍ່ໜ້າ ຕາມທິດຮັບປະກັນຄຸນນະພາບ, ມີຈຸດສຸມ, ຍືນຍົງ ແລະ ສີຂຽວ.ໃນນັ້ນ ໄດ້ວາງຄາດໝາຍໃຫຍ່ ການສ້າງປະຖົມປັດໄຈໃຫ້ແກ່ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຮອດປີ 2025 ຕ້ອງໃຫ້ສໍາເລັດໂດຍພື້ນຖານ; ສູ້ຊົນບຸກບືນຢ່າງແຂງແຮງ ເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ມີດ້ານຫັນປ່ຽນໃນການພັດທະນາ, ມີຄວາມໝັ້ນທ່ຽງ ແລະ ຍືນຍົງ.
  • ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ຕໍ່ການປັບປຸງຮ່າງກົດລະບຽບຂອງພັກ ປະຊາຊົນ ປະຕິວັດລາວ ສະໄໝທີX ເພື່ອປັບປຸງ-ດັດແປງ ໃຫ້ສອດຄ່ອງກັບສະພາບການໃນໄລຍະໃໝ່ ແນໃສ່ເຮັດໃຫ້ກົດລະບຽບຂອງພັກ ປະຊາຊົນ ປະ ຕິວັດລາວ ສະໄໝທີ XI ຄົບຖ້ວນ, ຊັດເຈນ, ຮັດກຸມ ແລະສົມບູນຍິ່ງຂຶ້ນ ເພື່ອເຮັດໃຫ້ພັກມີຄວາມປອດໄສ-ເຂັ້ມແຂງ ແລະ ໜັກແໜ້ນ.

ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການປັບປຸງກົງຈັກບໍລິຫານລັດ ໃຫ້ມີຄວາມເໝາະສົມ, ສອດຄ່ອງ ແລະ ສາມາດປະຕິບັດພາລະບົດບາດ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ເຮັດໃຫ້ແນວ ທາງປ່ຽນແປງໃໝ່ຂອງພັກ ກໍຄືການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະໄດ້ມີບາດກ້າວຂະຫຍາຍຕົວ ດ້ວຍຈັງຫວະທີ່ຕໍ່ເນື່ອງ.

ກອງປະຊຸມ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ຍັງໄດ້ເນັ້ນໜັກໃຫ້ທົ່ວພັກ, ທົ່ວປວງຊົນ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃຫ້ເປັນປຶກແຜ່ນ, ພ້ອມກັນສືບຕໍ່ສ້າງຂະບວນການຮອບດ້ານໃຫ້ແຂງແຮງ ເພື່ອສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ວັນສ້າງຕັ້ງ ສປປລາວ ຄົບຮອບ 45 ປີ (1975-2020) ຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດ ເປັນຮູບປະທຳ.