ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໂອ້ລົມ ການນຳຫລັກແຫລ່ງ ແຂວງສາລະວັນ

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໂອ້ລົມ ການນຳຫລັກແຫລ່ງ ແຂວງສາລະວັນ

    ຂປລ. ໃນວັນທີ 5 ກັນຍາ 2020 ທີ່ສະໂມສອນໃຫຍ່ ຂອງແຂວງສາລະວັນ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າພົບປະໂອ້ລົມ ຕໍ່ການນຳຫລັກແຫລ່ງ ແຂວງສາລະວັນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ ຮັກສາການເຈົ້າແຂວງສາລະວັນ, ມີບັນດາທ່ານ ໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າ, ທ່ານ ເຈົ້າເມືອງ ຕະຫລອດຮອດຫົວໜ້າຂະແໜງ ເຂົ້າຮ່ວມ.

    ໂອກາດນີ້, ສະຫາຍ ຄຳພັນ ພົມມະທັດ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຄັ້ງທີ 9 ຂອງອົງຄະນະພັກ ແຂວງສາລະວັນ ລາຍງານໂດຍ ສະຫາຍ ໂພໄຊ ໄຊຍະສອນ ເຊິ່ງໄດ້ສຸມໃສ່ຈັດຕັ້ງປະຕິບັດສຳເລັດຫລາຍດ້ານ ເປັນຕົ້ນ ສຳເລັດກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ໃນ 8 ຕົວເມືອງ, ສຳເລັດກອງປະຊຸມຂັ້ນຮາກຖານ, ບັນດາອະນຸກຳມະການດ້ານຕ່າງໆກໍໄດ້ຂຸ້ນຂ້ຽວຈັດຕັ້ງປະຕິບັດຢ່າງຮີບດ່ວນເວົ້າລວມ, ເວົ້າສະເພາະ ອະນຸກຳມະການກະກຽມດ້ານເນື້ອໃນ ກໍ່ໄດ້ສຸມໃສ່ກະກຽມຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ສຳເລັດການທາບທາມ ພະນັກງານການນຳຫລັກແຫລ່ງ ໃນທົ່ວແຂວງ ຮອບທີໜຶ່ງ ເຊິ່ງມາຮອດປັດຈຸບັນ ແມ່ນມີຄວາມພ້ອມແລ້ວໃນຫລາຍດ້ານ.

    ຕໍ່ກັບຜົນສຳເລັດດັ່ງກ່າວ, ສະຫາຍ ຄໍາພັນ ພົມມະທັດ ກໍໄດ້ຍ້ອງຍໍຊົມເຊີຍ ພ້ອມໃຫ້ກຽດໂອ້ລົມ ຕໍ່ການນຳຫລັກແຫລ່ງແກ່ນສານ ຕ້ອງໄດ້ເອົາໃຈໃສ່ຫລາຍບັນຫາທີ່ສຳຄັນ ເປັນຕົ້ນ ຕ້ອງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມຮັບຜິດຊອບ, ມີຄວາມເປັນເຈົ້າການໄຕ່ຕອງ ວິເຄາະບັນຫາຕ່າງໆ, ສົ່ງເສີມເຊີດຊູບຸກຄົນທີ່ຍອມຮັບຂໍ້ຜິດພາດ ເພື່ອປັບປຸງປ່ຽນແປງຕົນເອງ ຕັດສິນໃຈແບກຫາບພາລະໜ້າທີ່ ເພື່ອການພັດທະນາປະເທດຊາດ, ສົ່ງເສີມການຜະລິດ ແລະ ການຄ້າພາຍໃນໃຫ້ຫລາຍຂຶ້ນ, ການລົງຄະແນນສຽງຕ້ອງຖືເອົາຫລັກການ, ມີຄວາມໂປ່ງໃສ, ຍຸຕິທຳ ເພື່ອແນໃສ່ຄັດເລືອກເອົາບຸກຄະລາກອນ ເຂົ້າໂຄງປະກອບຄະນະບໍລິຫານງານພັກແຂວງສາລະວັນ ຄັ້ງທີ 9 ໃຫ້ໄດ້ທັງປະລິ ມານ ແລະ ຄຸນນະພາບ, ເພື່ອສືບຕໍ່ຍູ້ແຮງ ການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຕໍ່ເນື່ອງ, ສຸມທຸກກຳລັງເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການພັດທະນາ, ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

    ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ກອງປະຊຸມໃຫຍ່ ຄັ້ງທີ 9 ຂອງອົງຄະນະພັກ ແຂວງສາລະວັນ ທີ່ຈະໄຂຂຶ້ນໃນຕໍ່ໜ້າ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ, ຄັດເລືອກໄດ້ບຸກຄະລາກອນທີ່ມີມາດຖານເງື່ອນໄຂຄົບຖ້ວນ ເພື່ອສືບຕໍ່ພັດທະນາ ແຂວງສາລະວັນ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ ແລະ ດີຂຶ້ນເປັນກ້າວໆ.

ຂ່າວ: ກິນດາວັນ