ພິທີປະກາດແຕ່ງຕັ້ງຕຳແໜ່ງບໍລິຫານຂອງຄະນະໂຄສະນາອົບຮົມສູນກາງພັກ

ພິທີປະກາດແຕ່ງຕັ້ງຕຳແໜ່ງບໍລິຫານຂອງຄະນະໂຄສະນາອົບຮົມສູນກາງພັກ

    ໃນຕອນເຊົ້າວັນທີ 17 ທັນວາ 2020 ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີແຕ່ງຕັ້ງຕຳແໜ່ງບໍລິຫານໂດຍໃຫ້ກຽດເປັນປະທານຂອງທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ຄະນະພັກ, ບັນດາກົມ ພ້ອມດ້ວຍພະນັກງານລັດຖະກອນທັງໝົດພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ນ. ຈັນສຸກ ພິມມະວັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂື້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຕຳແໜ່ງບໍລິຫານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 206, 207/ຄອສພ, ລົງວັນທີ 15/12/2020 ໂດຍມີລາຍຊື່ດ່ັງລຸ່ມນີ້:

  1. ທ່ານ ນ. ສຸກສະຫວັນ ອິນຄະວິໄລ ຫົວໜ້າພະແນກອົບຮົມທິດສະດີການເມືອງ ກົມອົບຮົມ ຂື້ນເປັນ ຮອງຫົວໜ້າກົມອົບຮົມ.
  2. ທ່ານ ພູວັນ ສຸວັນ ຫົວໜ້າພະແນກຈັດຕັ້ງ-ພະນັກງານ, ກົມຈັດຕັ້ງ-ພະນັກງານ ຂື້ນເປັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ
  3. ທ່ານ ບຸນທ່ຽງ ພັນນະຈັນ ຫົວໜ້າພະແນກບັນນາທິການຕ່າງປະເທດ ວາລະສານອະລຸນໃໝ່ ຂື້ນເປັນ ຮອງຫົວໜ້າ ບ.ກ ວາລະສານໂຄສະນາ.
  4. ທ່ານ ປອ ວັນລາຕີ ຄຳວານວົງສາ ຮອງຫົວໜ້າກົມອົບຮົມ ຖືແຕ່ງຕັ້ງຍ້າຍໄປເປັນ ຮອງຫົວໜ້າ ບ.ກ ວາລະສານອະລຸນໃໝ່.

ໃນຕອນທ້າຍພິທີ ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄໍາເຫັນໂອ້ລົມເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຍົກຍ້າຍ ແລະ ຮັບໜ້າທີ່ຕຳແໜ່ງໃໝ່ ຈົ່ງສືບຕໍ່ນຮັກສາມູນເຊື້ອໃນການເຮັດວຽກງານການເມືອງ-ແນວຄິດ ໃຫ້ມີຄວາມຄົມແຫຼມ ແລະ ກວ້າງຂວາງເຮັດໃຫ້ວຽກງານໂຄສະນາອົບຮົມຂອງພັກ ເປັນວຽກກົກ ເປັນວຽກແຖວໜ້າ, ລົງເຖິງທ້ອງຖິ່ນຮາກຖານ, ນໍາເອົາແນວທາງຂອງພັກ-ລັດ ໄປຜັນຂະຫຍາຍໃຫ້ດີ, ໃຫ້ໄວ, ໃຫ້ຫຼາຍ, ໃຫ້ຖືກຕ້ອງກົດໝາຍ, ສືບຕໍ່ປະຕິບັດພາລະບົດບາດ, ສິດ, ໜ້າທີ່ໃຫ້ໜັກແໜ້ນ ເອົາໃຈໃສ່ແກ້ໄຈຸດອ່ອນຂໍ້ຄົງຄ້າງ ແລະ ເສີມຂະຫຍາຍຈຸດດີ ມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ ໃຫ້ເປັນປຶກແຜ່ນແໜ້ນໜາ, ມີການແບ່ງວຽກແບ່ງຄວາມຮັບຜິດຊອບ, ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ-ວິທີເຮັດວຽກ, ເປັນເສນາທິການໃຫ້ຂັ້ນເທິງ ໃຫ້ມີຜົນສໍາເລັດ, ຕິດຕາມກວດກາ, ສະຫຼຸບລາຍງານ ແລະ ຂໍທິດຊີ້ນໍາຈາກຂັ້ນເທິງເປັນປົກກະຕິ ເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມກາຍເປັນຂອງທຸກຄົນໃນສັງຄົມ.