ຊອກຮູ້ກຳແໜ້ນເນື້ອໃນສຳຄັນຂອງສອງວາລະແຫ່ງຊາດ

ຄຳສັ່ງເລກທີ 01 ແລະ 02 ຂອງກົມການເມືອງສູນກາງພັກ ລົງວັນທີ 26 ກໍລະກົດ 2021 ຜ່ານມາເຊິ່ງຄຳສັ່ງເລກທີ 01 ວ່າດ້ວຍການເພີ່ມທະວີການນຳພາຊີ້ນຳຂອງຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງີນ; ຄຳສັ່ງເລກທີ 02 ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ. ຄຳສັ່ງທັງສອງສະບັບນີ້ໄດ້ຖືກຍົກຂື້ນເປັນວາລະແຫ່ງຊາດໂດຍຜ່ານການຮັບຮອງຈາກສະພາແຫ່ງຊາດຕາມການສະເໜີຂອງລັດຖະບານໃນໄລຍະ 3 ປີ (2021-2023) ໃນກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດຊຸດທີ IX ຜ່ານມາ.

ສະນັ້ນ ເພື່ອກຳແໜ້ນເນື້ອໃນສຳຄັນຂອງສອງວາລະດັ່ງກ່າວ ຜູ້ຂຽນຄິດວ່າຈະຕ້ອງໄດ້ຊອກຮູ້ຮ່ຳຮຽນບັນດາເອກະສານເປັນຕົ້ນ: ຄໍາສັ່ງເລກທີ 01 ແລະ ຄໍາສັ່ງ ເລກທີ 02 ຂອງກົມການເມືອງສູນກາງພັກ; ມະຕິຕົກລົງວ່າດ້ວຍການຮັບຮອງເອົາສອງວາລະດັ່ງກ່າວຂອງສະພາແຫ່ງຊາດຄື: ມະຕິ 03/ສພຊ ລົງວັນທີ 10 ສິງຫາ 2021 ແລະ ມະຕິ 04/ສພຊ ລົງວັນທີ 10 ສິງຫາ 2021; ມະຕິເລກທີ 07/ລບ ລົງວັນທີ 04 ຕຸລາ 2021 ແລະ ຄຳສັ່ງເລກທີ 19/ນຍ ລົງວັນທີ 04 ຕຸລາ 2021ຂອງລັດຖະບານ.

ຜູ້ຂຽນຂໍອະນຸຍາດສັງລວມໂດຍຫຍໍ້ກ່ຽວກັບຈຸດສຸມໃຫຍ່ຂອງສອງວາລະແຫ່ງຊາດດັ່ງນີ້:

ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນມີ 5 ວຽກຄື:

  1. ສົ່ງເສີມການຜະລິດເພື່ອທົດແທນການນຳເຂ້ົາ ແລະ ເປັນສິນຄ້າສົ່ງອອກເພື່ອສ້າງຖານລາຍຮັບທີ່ເຂ້ັມແຂງ(ຫັນປ່ຽນຈາກສັງຄົມຊົມໃຊ້ໄປສູ່ສັງຄົມຜະລິດໃຫ້ຫຼາຍຂຶ້ນ).
  2. ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ.
  3. ສົ່ງເສີມການປະຢັດ, ຕ້ານການຟູມເຟືອຍ ແລະ ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ ແລະ ແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ. ສຳລັບການປະຢັດແມ່ນຕ້ອງໄດ້ປັບປຸງນິຕິກຳໃນການນຳໃຊ້ລົດປະຈຳຕຳແໜ່ງ ແລະ ລົດບໍລິຫານ; ການໃຊ້ຈ່າຍງົບປະມານບໍລິຫານ; ການຮັບແຂກ; ການເຄື່ອນໄຫວວຽກງານ ແລະ ການຈັດງານບຸນຕ່າງໆຂອງການຈັດຕັ້ງພັກ-ລັດແຕ່ລະຂັ້ນທີ່ນຳໃຊ້ງົບປະມານຂອງລັດໃຫ້ມີຄວາມເປັນເອກະພາບກັນ. ສຳລັບການລົງທຶນແມ່ນຈະປັບປຸງນະໂຍບາຍການລົງທືນຂອງລັດໃຫ້ສອດຄອງ, ມີຈຸດສຸມ ແລະ ຮັບປະກັນດ້ານປະສິດທິຜົນ.
  4. ສ້າງລະບຽບບໍລິຫານດ້ານການເງີນ
  5. ຍົກສູງປະສິດທິພາບການຄຸ້ມຄອງດ້ວຍກົດໝາຍໂດຍຈະປັບປຸງຮ່າງກົດໝາຍ, ນະໂຍບາຍ ແລະ ກົນໄກຕ່າງໆໃຫ້ຄອງຕົວກວ່າເກົ່າ.

ວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດມີ 6 ວຽກຄື:

  1. ສ້າງຄວາມຮັບຮູ້ເຂົ້າໃຈຜົນຮ້າຍຂອງຢາເສບຕິດໃຫ້ແກ່ສັງຄົມທັງສຶກສາອົບຮົມ, ໂຄສະນາເຜີຍແຜ່ແນວທາງນະໂຍບາຍຕ່າງໆຂອງພັກ-ລັດເຮົາ.
  2. ສ້າງ; ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ.
  3. ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດຂອງອົງການປົກປ້ອງກົດໝາຍ; ອົງການຕຸລາການ ແລະ ພາກສ່ວນທີ່ກ່ຽວຂ້ອງຕໍ່ການແກ້ໄຂບັນຫາຢາເສບຕິດ.
  4. ຍົກສູງປະສິດທິພາບດ້ານການຄຸ້ມຄອງ ແລະ ຊີ້ນຳການຈັດຕັ້ງປະຕິບັດຮອບດ້ານ.
  5. ປັບປຸງຂີດຄວາມສາມາດໃນແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນຢູ່ໃນຄວາມຮັບຜິດຊອບຂອງຕົນ; ຂອງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ.
  6. ເພີ່ມທະວີວຽກງານການຮ່ວມມືກັບສາກົນ.

ໃນຖານະທີ່ເປັນເສນາທິການໃຫ້ຄະນະພັກຂັ້ນຂອງຕົນ; ຄະນະໂຄສະນາອົບຮົມຂັ້ນຕ່າງໆທັງຢູ່ທ້ອງຖິ່ນ ແລະ ສູນກາງສາມາດເຂົ້າຫາຂໍ້ມູນດ່ັງກ່າວນີ້ຢູ່ເວັບໄຊຂອງຄະນະໂຄສະນາອົບຮົມສູນກາງພັກພວກເຮົາຢ່າງຄົບຖ້ວນ ມີແຕ່ກຳແໜ້ນບັນດາເອກະສານທີ່ສຳຄັນຄືກ່າວມາຂ້າງເທິງເທົ່ານັ້ນຈຶ່ງຈະເຮັດໃຫ້ການຈັດຕັ້ງເຊື່ອມຊຶມສອງວາລະແຫ່ງຊາດດັ່ງກ່າວປະສົບຜົນສຳເລັດຕາມແຜນການຂອງແຕ່ລະສຳນັກງານ-ອົງການທີ່ວາງອອກຢ່າງມີປະສິດທິຜົນສູງ !