ພິທີປີດຊຸດຝຶກອົບຮົມການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ.

ໃນວັນທີ 16 ພະຈິກ 2021, ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໄດ້ມີພິທີປິດຊຸດຝຶກອົບຮົມ ກ່ຽວກັບການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ ເຊິ່ງຈັດໂດຍ ກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ; ມີທ່ານ ນ. ຈູເຈ່ຍດີ້ (Zhu Jia Di) ຫົວໜ້າພະແນກຝຶກອົບຮົມສາກົນຂອງສະຖາບັນຄົ້ນຄວ້າຂອງກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດ, ຄະນະຈັດຕັ້ງພ້ອມດ້ວຍອາຈານ ແລະ ນັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີນັກສຳມະນາກອນຈາກຄະນະໂຄສະນາອົບຮົມສູນກາງພັກໄດ້ສ້າງວິດີໂອສັ້ນແນະນຳໃນຫົວຂໍ້ “ຈີນໃນສາຍຕາຂອງຂ້ອຍ” ເຊີ່ງໄດ້ຮັບການຄັດເລືອກເອົາເປັນຄລິບສັ້ນທີ່ມີເນື້ອໃນດີທັດຈາກຂ່າວສານປະເທດລາວ ແລະ ໂທລະພາບແຫ່ງຊາດເພື່ອເປີດໃຫ້ບັນດານັກຝຶກອົບຮົມລາວຈຳນວນ 70 ກວ່າທ່ານໃນທົ່ວປະເທດເບີ່ງ ເພື່ອຖອດຖອນບົດຮຽນໃນຕໍ່ໜ້າ. ຄລິບສັ້ນດັ່ງກ່າວໄດ້ເລົ່າປະສົບການເຖີງຄວາມຮູ້ສຶກພາກພູມໃຈ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ມີໂອກາດເຂົ້າຮ່ວມຊຸດຝຶກອົບຮົມ ຮ່ວມກັບສະຖາບັນຄົ້ນຄວ້າຂອງກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ ຜ່ານລະບົບອອນໄລ ເຊິ່ງເຫັນວ່າເນື້ອໃນຂອງການຝຶກອົບ ກໍມີຫຼາຍຫົວຂໍ້ທີ່ສໍາຄັນ ຜ່ານການຝຶກອົບຮົມສຶກສາຮໍ່າຮຽນ ແລະ ແລກປ່ຽນກັນນັ້ນ ເຮັດໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານການໂຄສະນາເຜີຍແຜ່ ແລະ ເຕັກໂນໂລຊີສື່ມ່ວນຊົນ;ກ່ຽວກັບປະເທດຈີນໃນໄລຍະຜ່ານມາຈົນເຖິງປັດຈຸບັນ ນັບແຕ່ ສປ ຈີນ ໄດ້ຮັບການປົດປ່ອຍໃນປີ 1949 ເປັນຕົ້ນມາ. ສປ ຈີນ ກໍມີຄວາມມຸ້ງຫວັງເດີນຕາມເສັ້ນທາງສັງຄົມນິຍົມຕາມສີສັນຂອງຈີນ ມາຮອດປີ 1978 ສປ ຈີນ ໄດ້ມີການປະຕິຮູບ ໃນໄລຍະການປະຕິຮູບນັ້ນ ໄດ້ເຮັດໃຫ້ ສປ ຈີນ ປະສົບຜົນສໍາເລັດຢ່າງກ້າວກະໂດດ ໂດຍສະເພາະແມ່ນທາງດ້ານເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ດ້ານເຕັກໂນໂລຊີ ທີ່ທັນສະໄໝ ຢູ່ໃນອັນດັບນໍາໜ້າຂອງໂລກ. ຜົນສໍາເລັດດັ່ງກ່າວນີ້ ມັນໄດ້ສະແດງໃຫ້ເຫັນການນໍາພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຈີນ.

ນະໂຍບາຍ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງຈີນກໍ່ແມ່ນໜື່ງໃນທ່າອ່ຽງໃນການເຊື່ອມໂຍງ ຂອງໂລກ ເຊີ່ງປັດຈຸບັນບໍ່ມີປະເທດໃດທີ່ສາມາດດໍາລົງຊີວິດຢູ່ຢ່າງໂດດດ່ຽວ, ບໍ່ມີປະເທດໃດທີ່ມີການພັດທະນາ ໂດຍປາສະຈາກການຮ່ວມມືຈາກປະເທດອື່ນໆ ໂຄງການ“ໜຶ່ງແລວ ໜຶ່ງເສັ້ນທາງ” ແມ່ນມີຄວາມສໍາຄັນທີ່ສຸດ ເພາະສອດຄ່ອງກັບຄວາມຮຽກຮ້ອງຕ້ອງການທາງດ້ານການຮ່ວມມືດ້ານການຄ້າ, ການລົງທຶນສາກົນ ແລະ ລະບົບເສດຖະກິດໂລກ. ສໍາລັບ ສປປ ລາວ ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ ແລະ ຍຸດທະສາດຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລຂອງ ສປປລາວໄດ້ ກາຍເປັນປະເທດທີ່ເຊື່ອມຕໍ່ກັບອະນຸພາກພື້ນ ໄດ້ບັນລຸຄວາມເປັນຈິງ ເຊິ່ງໂຄງການທາງລົດໄຟຄວາມໄວສູງ ລາວ-ຈີນ ຖືເປັນສັນຍາລັກແຫ່ງການເຊື່ອມຈອດ ລະຫວ່າງ 2 ປະເທດ ອັນໄດ້ເຮັດໃຫ້ເສັ້ນທາງຄົມມະນາຄົມ ທີ່ເປັນຄວາມຝັນຂອງປະເທດລາວ ໄດ້ກາຍເປັນຄວາມຈິງ ແລະ ຈະສາມາດເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີ;

ສະນັ້ນ ພວກເຮົາໃນຖານະທີ່ເປັນກະບອກສຽງຂອງພັກໃນອົງການສື່ມວນຊົນ ຈະປະກອບສ່ວນເຂົ້າໃນການໂຄສະນາ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ທີ່ວາງອອກ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ “ໜຶ່ງແລວໜຶ່ງເສັ້ນທາງ” ສ້າງຈິດສໍານຶກໃຫ້ຊາວໜຸ່ມ-ເຍົາວະຊົນ ພົນລະເມືອງລາວ  ຮຽນຮູ້ສາຍພົວ ພັນທີ່ເປັນມູນເຊື້ອອັນດີງາມເຊິ່ງກັນແລະກັນ ລະຫວ່າງຈີນ-ລາວ; ລາວ-ຈີນ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບຂອງພວກເຮົາ ສືບຕໍ່ຂະຫຍາຍຕົວຢ່າງຢ່າງບໍ່ຢຸດຍັ້ງ ແລະ ໄດ້ຮັບໝາກຜົນອັນຈົບງາມ.