ພະນັກງານ, ນັກຮົບແນວຄິດ ຄະນະໂຄສະນາອົບຮົມສູນກາງພັກ ໄປທັດສະນະສຶກສາຂີ່ລົດໄຟຄວາມໄວສູງລາວ-ຈີນ.

ໃນວັນທີ 26 ພະຈິກ 2021, ພະນັກງານ, ນັກຮົບແນວຄິດ ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍ ທ່ານ ນາງ ບົວລີ ບັນຊາລິດ  ຫົວໜ້າກົມໂຄສະນາ ໄດ້ນຳພາພະນັກງານລັດຖະກອນພາຍໃນ ຄອສພ ເດີນທາງໄປ ທັດສະນະສຶກຂີ່ລົດໄຟຄວາມໄວສູງລາວ-ຈີນ ຢູ່ທີ່ ສະຖານນີໂດຍສານລົດໄຟລາວ-ຈີນນະຄອນຫຼວງວຽງຈັນ.

ການທັດສະນະສຶກສາຄັ້ງນີ້, ທ່ານ ຊ່ຽວ ຊຽນເຫວີນ(XIAO QIAN WEN), ຜູ້ອຳນວຍການໃຫຍ່ບໍລິສັດລົດໄຟລາວ-ຈີນຈໍາກັດ ພ້ອມດ້ວຍຄະນະໄດ້ໃຫ້ການຕ້ອນຮັບ ແລະ ນຳພາຄະນະພວກເຮົາ ຂີ່ລົດໄຟທ່ຽວຊົມຜົນສຳເລັດໃນການກໍ່ສ້າງທາງລົດໄຟ, ສະຖານນີໂດຍສານ, ຜົນສຳເລັດດ້ານເຕັກນິກ, ການຄຸ້ມຄອງການບໍລິການຂົນສົໍ່ງທາງລົດໄຟ ແລະ ການກະກຽມຄວາມພ້ອມຮອບດ້ານທີ່ຈະເປີດນຳຢ່າງເປັນທາງການ ໃນໂອກາດວັນຊາດແຫ່ງ ສປປລາວ ຄົບຮອບ 46 ປີນີ້. ນອກຈາກນັ້ນຜູ້ອຳນວຍການໃຫຍ່ບໍລິສັດລົດໄຟຄວາມໄວສູງລາວ-ຈີນຍັງໃຫ້ຮູ້ອີກວ່າ: ໃນຕໍ່ໜ້າບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ມີແຜນຈະແລ່ນລົດໄຟໂດຍສານສາຍດ່ວນ 2 ຂະບວນເພື່ອບໍລິການຮັບໃຊ້ໂດຍສານພາຍໃນ ແລະ ຕ່າງປະເທດ ເຊີ່ງຂະບວນທໍາອິດທີ່ໄດ້ຕັ້ງຊື່ວ່າ “ຂະບວນລ້ານຊ້າງ” ແລະ ຂະບວນທີສອງຊື່ວ່າ “ຂະບວນແຄນລາວ”, ສອງຊື່ດັ່ງກ່າວນີ້ແມ່ນໄດ້ຜ່ານການພິຈາລະນາ ແລະ ຮັບຮອງເອົາຈາກຄະນະລັດຖະບານແຫ່ງ ສປປລາວ ທັງໄດ້ອອກແຈ້ງການສະບັບເລກທີ 1292/ຫສນຍ ວ່າດ້ວຍທິດຊີ້ນໍາກ່ຽວກັບການຮັບຮອງເອົາການຕັ້ງຊື່ຂະບວນລົດໄຟທັງ 2 ຂະບວນເມື່ອວັນທີ 11 ຕຸລາ 2021. ສະເພາະລົດໄຟຂະບວນລ້ານຊ້າງ ມີທັງໝົດ 9 ຕູ້, ເຊິ່ງລວມມີ: ຕູ້ລົດໄຟທີ່ຂັບເຄື່ອນໄດ້ເອງ 1 ຕູ້, ຕູ້ຜູ້ໂດຍສານຊັ້ນ 1 ແລະ ຕູ້ຫ້ອງອາຫານ 1 ຕູ້, ຕູ້ໂດຍສານຊັ້ນສອງ 6 ຕູ້, ທັງໝົດສາມາດບັນຈຸໄດ້ 720 ຄົນ ແລະ ສາມາດເຊື່ອມຕໍ່ສອງຂະບວນລົດໄຟໄດ້ໃນເວລາທີ່ຕ້ອງການ.

ໃນໂອກາດນີ້, ທ່ານຍັງໄດ້ນຳພາທີມງານນັກຮົບແນວຄິດພວກເຮົາທັດສະນະສຶກສາ ທົດລອງຂີ່ລົດໄຟຂະບວນລ້ານຊ້າງ ຈາກສະຖານີນະຄອນຫຼວງວຽງຈັນ ເຖິງສະຖານີວັງວຽງ ແຂວງວຽງຈັນ, ເຊີ່ງເປັນສະຖານີລົດໄຟທີ່ມີເນື້ອທີ່ກໍ່ສ້າງລວມທັງໝົດປະມານ 5.000 ຕາແມັດ, ສາມາດຮອງຮັບຜູ້ໂດຍສານໄດ້ 600 ຄົນ ປັດຈຸບັນ, ສະຖານີລົດໄຟແຫ່ງນີ້ ພ້ອມໃຫ້ການບໍລິການຜູ້ໂດຍສານຢ່າງເຕັມທີ່ໃນການເປີດບໍລິການຢ່າງເປັນທາງການເດືອນ12ນີ້.