ຫ້ອງການ, ກົມອົບຮົມ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ

ຫ້ອງການ, ກົມອົບຮົມ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ

    ໃນວັນທີ 07 ເມສາ 2022 ນີ້, ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສົມບູນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີບັນດາສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ  ສະມາຊິກພັກຂອງຫ້ອງການ, ກົມອົບຮົມ ແລະ ກົມຂໍ້ມູນຂ່າວສານເຂົ້າຮ່ວມ.

ໃນພິທີ ສະຫາຍ ຄຳເຄນ ຈັນທະວົງ ຫົວໜ້າກົມອົບຮົມ ໄດ້ຕາງໜ້າເລຂາໜ່ວຍພັກສາມກົມຂື້ນມີຄຳເຫັນວ່າ:ໃນພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນໃນຄັ້ງນີ້ແມ່ນການສືບຕໍ່ສ້າງພະນັກງານສືບທອດຜູ້ທີ່ມີຕາມມາດຖານເງື່ອນໄຂຄົບຖ້ວນ ແລະ ເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຕົນເອງມີຄວາມບຸກບືນ ສູ້ຊົນຢ່າງຕັ້ງໜ້າ, ມີຄວາມຫ້າວຫັນແນໃສ່ເພີ່ມກຳລັງແຮງເຂົ້າໃນຖັນແຖວສະມາຊິກພັກ-ພະນັກງານ ໂດຍສະເພາະແມ່ນກຳລັງແຮງຫນຸ່ມແໜ້ນເພື່ອສືບທອດພາລະກິດຂອງພັກໃນອະນາຄົດ ສະມາຊິກພັກສົມບູນທັງ 7 ສະຫາຍລ້ວນແຕ່ມີຄວາມຮູ້ຄວາມສາມາດ ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນວິທີເຮັດວຽກ ທີ່ປອດໃສຂາວສະອາດ.

ໃນຕອນທ້າຍພິທີ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມເຊິ່ງກ່ອນອຶ່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາເລຂາໜ່ວຍພັກທີ່ໄດ້ເອົາໃຈໃສ່ກໍ່ສ້າງສະມາຊິກພັກຢ່າງໃກ້ສິດຕິດແທດ ທັງຊີ້ໃຫ້ເຫັນວ່າ: ພັກປະຊາຊົນປະຕິວັດລາວແມ່ນອົງການເສນາທິການທາງການເມືອງ, ເປັນການຈັດຕັ້ງສູງສຸດທີ່ເປັນຕົວແທນໃຫ້ແກ່ສິດຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານບັນດາເຜົ່າ ແລະ ນັກຮຽນຮູ້ປັນຍາຊົນ, ເປັນແກ່ນນໍາໃນການຈັດຕັ້ງນໍາພາທີ່ເປັນເອກະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມ ຂອງທຸກການຈັດຕັ້ງໃນລະບົບການເມືອງ, ແນ່ໃສ່ປະຕິບັດສິດເປັນເຈົ້າ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງປວງຊົນລາວທັງຊາດ ແລະ ເນັ້ນໜັກໃຫ້ບັນດາສະມາຊິກພັກໃໝ່ນີ້ຈົ່ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI ຢ່າງເຂັ້ມງວດໂດຍສະເພາະ 11 ຂໍ້ຫ້າມ, ສິດຂອງສະມາຊິກພັກສົມບູນ 11 ຂໍ້, ການກໍ່ສ້າງ ແລະ ປັບປຸງຕົນເອງຕາມ 5 ຫຼັກການ ແລະ 3 ທິດນຳ ແລະ ຈົ່ງສືບຕໍ່ຮັກສາມູນເຊື້ອຄວາມເປັນແບບຢ່າງນຳໜ້າຮອບດ້ານຂອງພັກປະຊາຊົນປະຕິລາວຢ່າງໜັກແໝ້ນ.